ຫາລືກຽມສະເໜີ 3 ເຂດປ່າສະຫງວນ ເປັນເຂດຈັດຕັ້ງປະຕິບັດໂຄງການອະນຸຮັກຊີວະນາໆພັນ ແລະ ເຂົ້າເປັນອຸທະຍານມໍລະດົກອາຊຽນ

https://laoedaily.com.la/2020/07/31/80986/
laoedaily.com.la

ໃນວັນທີ 28 ກໍລະກົດ 2020 ທີ່ຫ້ອງປະຊຸມກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ໄດ້ຈັດກອງປະຊຸມຜ່ານຮ່າງແຜນຈັດສັນ – ຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນປະທານຂອງ ທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຂົ້າຮ່ວມມີ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາປ່າໄມ້, ມີທີມງານຈາກສູນກາງ ພ້ອມດ້ວຍພະນັກງານປ່າສະຫງວນເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດສຶກສາກົນໄກການເງິນຍືນຍົງ ເຂົ້າໃນວຽກງານຄຸ້ມຄອງປ່າສະຫງວນມໍລະດົກທາງທໍາມະຊາດອາຊຽນ, ຜົນການລົງຈັດຕັ້ງປະຕິບັດວຽກງານແຜນນໍາໃຊ້ທີ່ດິນເຂດເມືອງພຽງ ແລະ ເມືອງປາກລາຍ, ຮູບແບບ ແລະ ທ່າແຮງດ້ານການຈັດສັນການທ່ອງທ່ຽວທາງທໍາມະຊາດເຂດປ່າສະຫງວນ, ຜົນໄດ້ຮັບຈາກການປຶກສາຫາລືຢູ່ກຸ່ມບ້ານ ແລະ ແຜນຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ເຊິ່ງປັດຈຸບັນກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີເຂດປ່າສະຫງວນແຫ່ງຊາດນໍ້າປຸຍແຂວງໄຊຍະບູລີ, ເຂດປ່າສະຫງວນພູຊຽງທອງ ແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າເປັນອຸທິຍານມໍລະດົກທາງທໍາມະຊາດອາຊຽນຕາມໃບສະເໜີ ສະບັບເລກທີ 339/DOF ລົງວັນທີ 21 ມັງກອນ 2019 ແລະ ໃບສະເໜີ ສະບັບເລກທີ 704/ DOF ລົງວັນທີ 7 ກຸມພາ 2020 ແລະ ກໍານົດໃຫ້ເປັນເຂດຈັດຕັ້ງປະຕິບັດໂຄງການອະນຸຮັກຊີວະນາໆພັນພາຍໃຕ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການຈາກສູນຊີວະນາໆພັນອາຊຽນ.

ປ່າສະຫງວນນໍ້າປຸຍ ໄດ້ຖືກສ້າງຕັ້ງຂຶ້ນຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ ລົງວັນທີ 29 ຕຸລາ 1993 ກວມເອົາ 3 ເມືອງ ຄື: ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ ມີເນື້ອທີ່ 191.200 ເຮັກຕາ ເປັນເຂດທີ່ສໍາຄັນໃນການອະນຸຮັກສັດປ່າ ເປັນຕົ້ນ: ຊ້າງ, ເມີຍ, ເສືອຫຼາຍຊະນິດ, ເຍືອງ, ໝີ, ຊະນີ

source: https://laoedaily.com.la/2020/07/31/80986/

ການປະກອບສ່ວນ