ຫວຽດນາມກຳລັງຈະກາຍເປັນປະເທດທີ່ ສົ່ງອອກຂົ້າສານອັນດັບຕົ້ນໆຂອງໂລກ

ຫວຽດນາມກຳລັງຈະກາຍເປັນປະເທດທີ່ ສົ່ງອອກຂົ້າສານອັນດັບຕົ້ນໆຂອງໂລກ
https://www.google.com/url?sa=i&url=https%3A%2F%2Fwww.alibaba.com%2Fproduct-detail%2FVietnam-ORGANIC-JASMINE-WHITE-RICE-Hot_50039103892.html&psig=AOvVaw2gG_Aum6-RS8ntgPE8IzYx&ust=1592625455934000&source=images&cd=vfe&ved=0CAMQjB1qFwoTCJji57f-jOoCFQAAAAAdAAAAABAu
Credit picture Alibaba

ຂ່າວສານຫວຽດນາມໃຫ້ຮູ້ວ່າ ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມກ່າວວ່າ ຫວຽດນາມ ອາດສາມາດກາຍເປັນ ປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກ ໃນປິ2020 
ຕາມຕົວເລກຂອງກະຊວງອຸດສາຫະກຳການຄ້າຫວຽດນາມແລ້ວ ໃນຫ້າເດືອນຕົ້ນປີ 2020 ຫວຽດນາມສົ່ງອອກເຂົ້າສານໄດ້ກວ່າ 3 ລ້ານໂຕນ ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ວົງເງິນສົ່ງອອກບັນລຸ 1,48 ຕື້ໂດລາສະຫະລັດ ຟີລິບປິນ ແມ່ນປະເທດນຳໜ້າໃນການນຳເຂົ້າສານຈາກຫວຽດນາມດ້ວຍມູນຄ່າກວ່າ 400 ລ້ານໂດລາສະຫະລັດ.

ນອກນັ້ນ ມີຕະຫຼາດຫຼາຍແຫ່ງກໍໄດ້ຮັບການເຕີບໂຕຢ່າງແຫ່ງຄື: ຈີນ, ອິນໂດເນເຊຍ ແລະ ການາດາ, ໃນໄລຍະ 5 ເດືອນຕົ້ນປີ ລາຄາສົ່ງອອກເຂົ້າສານຂອງຫວຽດນາມ ໄດ້ເພີ່ມຂຶ້ນ 13 % ເມື່ອທຽບໃສ່ໄລຍະດຽວກັນຂອງງປີ 2019 ລາຄາເຂົ້າສານສະເລ່ຍແມ່ນ 485 ໂດລາສະຫະລັດ/ໂຕນ. 

ກະຊວງອຸດສາຫະກຳຫວຽດນາມ ໃຫ້ຂໍ້ສັງເກດວ່າ ດ້ວຍລາຄາແກ່ງແຍ້ງຄືໃນປະຈຸບັນ ຫວຽດນາມມີກາລະໂອກາດທີ່ໃຫ່ຍຫຼວງເພື່ອລື່ນກາຍປະເທດໄທ ໃນການສົ່ງອອກເຂົ້າສານທົ່ວໂລກໃນປີ 2020
 

ຂ່າວ: ວຽງຈັນໃໝ່

ການປະກອບສ່ວນ