ສ້າງນະຄອນສີຂຽວ ດ້ວຍການປູກຕົ້ນໄມ້

ຈະສຸມໃສ່ປູກຕົ້ນໄມ້ເພື່ອສ້າງຕົວເມືອງ ນະຄອນຫຼວງວຽງຈັນໃຫ້ກາຍເປັນສີຂຽວ
phakhaolao.la
phakhaolao.la

ເພື່ອເປັນການກະກຽມໃສ່ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແລະ ການປະຕິບັດນະໂຍບາຍການສ້າງນະຄອນສີຂຽວໃຫ້ເປັນຮູບປະທຳ ເທື່ອລະກ້າວຕິດພັນກັບການສົ່ງເສີມການປູກໄມ້ ແລະ ປະຕິບັດນະໂຍບາຍເພີ່ມເນື້ອທີ່ສີຂຽວປົກຫຸ້ມໃຫ້ໄດ້ 70% ຕາມເສັ້ນທາງສາຍພູລັກ 7 ເຊັ່ນ ສົ່ງເສີມການປູກໄມ້ເປັນສິນຄ້າໃຫ້ໄດ້ປະມານ 300 ເຮັກຕາ ໂດຍຕິດພັນກັບການປະຕິບັດແຜນການສ້າງນະຄອນສີຂຽວ ເຊິ່ງປະຕິບັດແຜນການ ປູກໄມ້ປະສານ ສົມທົບກັບບັນດາເມືອງ ໂດຍເນັ້ນໃສ່ຕົວຊີ້ວັດສີຂຽວ ສ້າງເສັ້ນທາງສີຂຽວ

ການຈັດຕັ້ງປະຕິບັດໄລຍະຜ່ານມາ ກໍໄດ້ມີການຊຸກຍູ້ສົ່ງເສີມການປະຕິບັດກົດໝາຍ ການປົກປັກຮັກສາຕົ້ນໄມ້ທີ່ປູກຕາມສະຖານທີ່ຕ່າງໆ, ແຕ່ກໍຍັງມີປາກົດການຈູດປ່າຊະຊາຍສົ່ງຜົນກະທົບຕໍ່ຕົ້ນໄມ້ທີ່ປູກ

ທ່ານ ຫຼ້າສາຍ ນວນທະສິງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 21 ພຶດສະພາ 2020 ວ່າ: ສຳລັບຂະບວນການປູກຕົ້ນໄມ້ປີນີ້ ຈະດຳເນີນຢູ່ 2 ຂັ້ນຕອນຄື:

ປູກຕາມແຜນການສ້າງນະຄອນສີຂຽວ ແລະ ປູກເພື່ອສະເຫຼີມສະຫຼອງວັນທີ 1 ມິຖຸນາ ເຊິ່ງຈະຈັດຕັ້ງປະຕິບັດຢູ່ຫຼາຍຈຸດໃນ 9 ຕົວເມືອງ ໂດຍສົມທົບກັບຜູ້ປະກອບການ ເຊິ່ງຈະເລີ່ມປະຕິບັດແຕ່ທ້າຍເດືອນນີ້ເປັນຕົ້ນໄປ ສ່ວນເບ້ຍໄມ້ທີ່ຈະນຳມາປູກມີ: ໄມ້ອຸດສາຫະກຳ, ໄມ້ປະດັບ ແລະ ໄມ້ໃຫ້ຄວາມຮົ່ມເຢັນ ຈະປູກຕາມເສັ້ນທາງຕ່າງໆມີຄວາມຍາວ 8,5 ກິໂລແມັດ ມີເບ້ຍໄມ້ 5,390 ເບ້ຍ; ການສ້າງສຳນັກງານຫ້ອງການ, ໂຮງແຮມ, ໂຮງຮຽນ ວັດສີຂຽວ 4 ເຮັກຕາ ເບ້ຍໄມ້ 2,000 ເບ້ຍ; ການປົກປັກຮັກສາປ່າທຳມະຊາດ, ປ່າສະຫງວນ, ປ່າປ້ອງກັນ; ແລະ ການປູກໄມ້ເປັນສິນຄ້າ ເນື້ອທີ່ 148 ເຮັກຕາ ເບ້ຍໄມ້ 14,000 ເບ້ຍ; ການພັດທະນາໂຮງຈັກໂຮງງານສີຂຽວ ເນື້ອທີ່ 13 ເຮັກຕາ ເບ້ຍໄມ້ 13,000 ເບ້ຍ; ແລະ ປູກໃນພິທີ ປູກຕົ້ນໄມ້ແຫ່ງຊາດ ຢູ່ໃນ 9 ຕົວເມືອງ ມີເນື້ອທີ່ທັງໝົດ 19 ເຮັກຕາ, ຕາມເສັ້ນທາງ 5,5 ກິໂລແມັດ ລວມເບ້ຍໄມ້ທັງໝົດ 13,000 ເບ້ຍ

ພ້ອມດຽວກັນນີ້ ໄດ້ປຸກລະດົມຜູ້ປະກອບການ ໂດຍສະເພາະບັນດາໂຮງງານປຸງແຕ່ງໄມ້ເພື່ອເປັນສິນຄ້າ ເປັນຕົ້ນໄມ້ຕິ້ວ, ໄມ້ປ່ອງ, ໄມ້ອຸດສາຫະກຳ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ຕາມທິດທາງຂອງລັດຖະບານໃຫ້ໄດ້ 200 ເຮັກຕາ

ພາຍຫຼັງທີ່ປູກແລ້ວ ຕ້ອງປະຕິບັດຕາມມາດຕະການໃນການບົວລະບັດຮັກສາໃຫ້ຕົ້ນໄມ້ໃຫ້ມີຄວາມຍືນຍົງ ແລະ ປະສິດທິຜົນຄື ມອບໃຫ້ຂະແໜງປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສົມທົບບ້ານເຮັດບົດບັນທຶກມອບຄວາມຮັບຜິດຊອບໃຫ້ເຈົ້າຂອງດິນ ແລະ ອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕາມເສັ້ນທາງຕ່າງໆເພື່ອໃຫ້ມີສ່ວນຮ່ວມໃນການຄຸ້ມຄອງບົວລະບັດຮັກສາ ແບ່ງຄວາມຮັບຜິດຊອບໃຫ້ພະນັກງານໂດຍສະເພາະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ເພື່ອໃຫ້ມີການບົວລະບັດຮັກສາຕົ້ນໄມ້ ທີ່ປູກລຽບຕາມເສັ້ນທາງໃຫ້ມີການຈະເລີນເຕີບໂຕ ຂຶ້ນທະບຽນຕົ້ນໄມ້ປູກຕາມສວນສາທາລະນະ ເສັ້ນທາງຕ່າງໆຕາມນະໂຍບາຍການຄຸ້ມຄອງຕົ້ນໄມ້ໃຫ້ມີຄວາມຍືນຍົງ

ໂອກາດນີ້ຂໍເຊີນຊວນປະຊາຊົນ ພະນັກງານ ທະຫານຕຳຫຼວດ ທຸກຂັ້ນ ຈົ່ງເຂົ້າຮ່ວມຂະບວນການປູກຕົ້ນໄມ້ໃຫ້ເປັນຂະບວນຟົດຟື້ນ

 

Source: Vientiane Mai

ການປະກອບສ່ວນ