ສົ່ງເສີມການນຳໃຊ້ກົນຈັກ ເຂົ້າໃນການຜະລິດກະສິກຳ

ປັດຈຸບັນໄດ້ມີໂຄງການຊຸກຍູ້ການຜະລິດເຂົ້າເປັນສິນຄ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເພື່ອຫຼຸດຜ່ອນແຮງງານ 10% ຢູ່ ນວ ທັງເປັນການປະຢັດຕົ້ນທຶນຕື່ມອີກ
https://www.google.com/url?sa=i&url=https%3A%2F%2Fwww.vtetoday.com%2F%3Fp%3D27835&psig=AOvVaw2oFI_9F97lTJFYJI4CZAwY&ust=1584413734967000&source=images&cd=vfe&ved=0CAMQjB1qFwoTCJCWlaj_negCFQAAAAAdAAAAABAR
vientianeRadioTV

     ນະຄອນຫຼວງວຽງຈັນ ມີເນື້ອທີ່ການຜະລິດເຂົ້າ ທັງໝົດ 68.273 ເຮັກຕາ. ໃນນັ້ນ ເນື້ອທີ່ການຜະລິດເຂົ້ານາປີ 52.737 ເຮັກຕາ ແລະ ນາແຊງ 15.900 ເຮັກຕາ ແລະ ນາແຊງ 15.900 ເຮັກຕາ ຜົນຜະລິດເຂົ້າໄດ້ 319.400 ໂຕນຕໍ່ປີ ໃນນັ້ນ ເນື້ອທີ່ການຜະລິດເຂົ້ານາປີກວມ 77% ນາແຊງກວມ 23% ສະເລ່ຍໃສ່ການບໍລິໂພກ 306 ກິໂລຕໍ່ຄົນຕໍ່ປີ ໂດຍກວມລວມແລ້ວເຫັນວ່າມີເຂົ້າກຸ້ມກິນ ແລະ ແຮໄວ້ເປັນສິນຄ້າປະມານ 40-60 ພັນໂຕນຕໍ່ປີປັດຈຸບັນໄດ້ມີໂຄງການຊຸກຍູ້ການຜະລິດເຂົ້າເປັນສິນຄ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເພື່ອຫຼຸດຜ່ອນແຮງງານ 10% ຢູ່ ນວ ທັງເປັນການປະຢັດຕົ້ນທຶນຕື່ມອີກ.
    ທ່ານ ໜຽວຄຳ ຄຳມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ເປັນຕົ້ນມາແລະ ໄດ້ຖືເອົາ 4 ໂຄງການຊົນລະປະທານໃນ 4 ເມືອງເປົ້າໝາຍ ເປັນຈຸດສຸມຄື ໂຄງການນ້ຳຫຸ້ມ-ນ້ຳຊ່ວງ ເມືອງນາຊາຍທອງ ໂຄງການທ່າພະໜອງພົງ ເມືອງຫາດຊາຍຟອງ ໂຄງການທົ່ງຮາບ-ທ່າງ່ອນເມືອງໄຊທານີ ແລະ ໂຄງການຖິ່ນທ່ຽງເມືອງປາກງື່ມ ໂດຍນຳໃຊ້ເຄື່ອງຕົກກ້າແບບທັນສະໄໝລົດດຳນາ ແລະ ລົດກ່ຽວເຂົ້າ ໃນເປົ້າໝາຍເນື້ອທີ່ການຜະລິດ 6.000 ກ່ວາເຮັກຕາ ຄາດຄະເນຜົນຜະລິດ 27.000 ໂຕນ ນຳໃຊ້ກົນໄກການຊຸກຍູ້ສົ່ງເສີມແບບມີສ່ວນຮ່ວມຂອງພາກສ່ວນລັດ, ເອກະຊົນ ແລະ ຊາວກະສິກອນໃນການປະຕິບັດ 4 ຮູບແບບ.
    ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນ ມີກົນຈັກກະສິກຳໃຫ້ບໍລິການຜະລິດເຂົ້າໃນບັນດາເມືອງຕ່າງໆ 16.371 ຄັນ ເຊັ່ນ: ລົດໄຖນາໃຫ່ຍ ແລະ ກາງ 348 ຄັນ ລົດໄຖນານ້ອຍ 15.967 ຄັນ ລົດດຳນາ 23 ຄັນ ລົດກ່ຽວເຂົ້າໃຫ່ຍ 20 ຄັນ ລົດກ່ຽວເຂົ້າຂະໜາດນ້ອຍ 13 ຄັນ ໂຮງອົບ1 ແຫ່ງ ໂຮງສີເຂົ້າ 543 ແຫ່ງ ສາມາດປັກດຳດ້ວຍກົນຈັກ 149.275 ເຮັກຕາ ຫຼຸດຜ່ອນແຮງງານໄດ້ 52.459 ແຮງງານ ສະເລ່ຍເທົ່າກັບ 13% ສາມາດຫຼຸດຜ່ອນການນຳໃຊ້ງົບປະມານເຂົ້າໃນການຜະລິດ 3.671.990.000 ກີບ.

   ນອກຈາກບັນດາເມືອງເປົ້າໝາຍທີ່ໄດ້ຊຸກຍູ້ການຜະລິດແລ້ວ ບໍລິສັດ ພັນເພັດພັດທະນາກະສິກຳຈຳກັດ ແລະ ບໍລິສັດແຈ້ງສະຫວ່າງ ຍັງປະຕິຮູບໄຮ່ນານ້ອຍເປັນໄຮ່ນາໃຫ່ຍ ເພື່ອສະດວກໃຫ້ແກ່ການຕົກກ້າ ດຳນາໄດ້ 1.365 ເຮັກຕາຢູ່ເມືອງໄຊທານີ ຫາດຊາຍຟອງ ນາຊາຍທອງ ແລະ ເມືອງປາກງື່ມຕື່ມອີກ.

 

source: ວຽງຈັນໃໝ່
 

ການປະກອບສ່ວນ