ສຳມະນາຖ່າຍທອດຄວາມຮູ້ ວິທີການປູກມອນ-ລ້ຽງມ້ອນ

https://v2.vientianemai.net/archives/13118
vientianemai

ການສຳມະນາວິທະຍາສາດ ກ່ຽວກັບການປູກມອນ-ລ້ຽງມ້ອນ ຈັດຂຶ້ນລະຫວ່າງວັນທີ 15-17 ທັນວາ 2020 ນີ້ ທີ່ບໍລິສັດສອງມືນາງຈຳກັດ ເປັນປະທານໂດຍ ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ປະທານບໍລິສັດສອງມືນາງຈຳກັດ, ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິະຍາສາດ ແລະ ເຕັກໄນໄລຊີ ແລະ ທ່ານ Huang Xing ຮອງອະທິການບໍດີ ມະຫາວິທະຍາໄລ ຊູໂຈ ລາວ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມສຳມະນາຈາກຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນກຸ່ມຜູ້ຜະລິດຊາວສວນທີ່ປູກມອນ-ລ້ຽງມ້ອນ ຜູ້ປະກອບການ ບໍລິສັດ ນັກຄົ້ນຄ້ວາ ແລະ ນັກສຶກສາ

ການຈັດສຳມະນາຄັ້ງນີ້ ມີຈຸດປະສົງເພື່ອຖ່າຍທອດຄວາມຮູ້ ສົນທະນາ ແລະ ແລກປ່ຽນບົດຮຽນລະຫວ່າງບັນດາຜຸ້ທີ່ດຳເນີນທຸລະກິດ ນັກວິຊາການ ແລະ ຊ່ຽວຊານດ້ານການປູກມອນ-ລ້ຽງມ້ອນ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມນັ້ນ ພາຍໃນການສຳມະນາດັ່ງກ່າວຍັງມີການວາງສະແດງ ແລະ ຈຳໜ່າຍສິນຄ້າທີ່ເປັນຜະລິດຕະພັນຂອງຄົນລາວ ແລະ ພືດຜັກກະສິກຳອິນຊີຕື່ມອີກ

 

ຂ່າວ ວຽງຈັນໃໝ່

ການປະກອບສ່ວນ