ສວນໄຜ່ນາຄໍາ ກ້າເບ້ຍໝາກມ່ວງຫຼາຍສາຍພັນ ພ້ອມທັງຈໍາໜ່າຍຜົນຜະລິດ

https://v2.vientianemai.net/archives/1433
vientianemai.net

ທ່ານ ນາງ ສຸ­ພາ​ລັກ ພໍ​ບຸ​ຜາ ເຈົ້າ​ຂອງ​ສວນ​ໄຜ່​ນາ​ຄຳ ໃຫ້​ສຳ­ພາດ​ວັນ​ທີ 4 ເມ­ສາ 2020 ວ່າ: ຕົນ​ໄດ້​ເລີ່ມ​ປູກ​ໝາກ­ມ່ວງ​ມາ​ໄດ້ 6 ປີ​ແລ້ວ ປະ­ກອບ​ມີ 63 ສາຍ​ພັນ ໃນ​ໄລ­ຍະ​ນີ້​ແມ່ນ​ເລີ່ມ​ຈຳ­ໜ່າຍ​ໝາກ­ມ່ວງ​ຂຽວ​ສະ­ເຫວີຍ ໝາກ­ມ່ວງ​ງາມ​ງາ​ໄມ້ ແລະ ໝາກ­ມ່ວງ​ສາມ​ລະ­ດູ ເຊິ່ງ​ຈຳ­ໜ່າຍ​ໄປ​ແລ້ວ 1000 ກິ​ໂລ ໃນ​ລາ­ຄາ​ໝື່ນ​ໜຶ່ງ 60.000 ກີບ ຫາ 80.000 ກີບ ຫຼັງ​ຈາກ​ນີ້ ຈະ​ເລີ່ມ​ຈຳ­ໜ່າຍ​ໝາກ­ມ່ວງ​ສາຍ​ພັນ​ໄຕ້​ຫວັນ ປາ​ກິດ​ສະ­ຖານ ເປັນ​ແຕ່​ໄລ­ຍະ​ຈົນ​ຮອດ​ເດືອນ​ກໍ­ລະ­ກົດ 2020.

ສຳ­ລັບ​ສວນ​ໄຜ່​ນາ​ຄຳ ມີ​ເນື້ອ­ທີ່​ປູກ​ທັງ​ໝົດ 14 ເຮັກ­ຕາ ໃນ​ນີ້​ໄດ້​ປູກ​ແບບ​ປະ­ສົມ​ປະ­ສານ ໂດຍ​ແບ່ງ​ເນື້ອ­ທີ່​ປູກ​ໝາກ­ມ່ວງ ປູກ​ໜໍ່­ໄມ້­ໄຜ່​ລ້ຽງ​ນ້ອງ 7-8 ຊະ­ນິດ ນອກ­ຈາກ​ນີ້ ຍັງ​ໄດ້​ຂະ­ຫຍາຍ​ພັນ​ເບ້ຍ​ໝາກ­ມ່ວງ ເບ້ຍ​ໝາກ​ລີ້ນ­ໄມ້​ເຕ້ຍ ເບ້ຍ​ໝາກ​ນາວ ແລະ ລ້ຽງ­ສັດ​ຈຳ­ນວນ​ໜຶ່ງ​ຕື່ມ​ອີກ.

    ສ່ວນ​ການ­ຈຳ­ໜ່າຍ​ຜົນ​ຜະ­ລິດ​ໝາກ­ມ່ວງ ແລະ ເບ້ຍ​ໄມ້ ແມ່ນ​ມີ​ແມ່​ຄ້າ ແລະ ລູກ​ຄ້າ​ໄປ​ເອົາ​ເອງ​ກັບ​ທີ່ຢູ່​ບ້ານ​ໜອງ​ແຄນ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ.

 

source: https://v2.vientianemai.net/archives/1433

ການປະກອບສ່ວນ