ວິສະວະກຳຊາວຝຣັ່ງ ແປຮູບເສັ້ນໄຍໄຜ່ເປັນຜະລິດຕະພັນຕ່າງໆສຸດແສນປະທັບໃຈ

ວິສະວະກຳຊາວຝຣັ່ງ ແປຮູບເສັ້ນໄຍໄຜ່ເປັນຜະລິດຕະພັນຕ່າງໆສຸດແສນປະທັບໃຈ
https://www.facebook.com/Deambulons/posts/3211520715537161
phakhaolao. la

ໃນຊ່ວງທີ່ຜ່ານມາ ງານຈັກສານກຳລັງເປັນທີ່ສົນໃນຂອງຂອງໃຜຫຼາຍໆຄົນ ມີການນຳພູມປັນຍານີ້ໄປຜະລິດເປັນກະເປົ່າເສື້ອຜ້າ, ໝວກ ແລະ ອື່ນໆອີກຫຼາຍຢ່າງ ລ່າສຸດບໍລິສັດໃນປະເທດຝຣັ່ງໄດ້ສ້າງໄອເດຍທີ່ໜ້າສົນໃຈ ໂດຍການນຳເອົາເສັ້ນໄຍໄຜ່ມາສານເປັນເຄື່ອງໃຊ້ທີ່ເຮົາບໍ່ຄິດວ່າຈະເຮັດໄດ້

ບໍລິສັດດັ່ງກ່າວມີຊື່ວ່າ Cobratex ເປັນບໍລິສັດທີ່ພັດທະນາວັດສະດຸປະສົມເຊີງວິສະວະກຳ ຫຼື ວັດສະດຸຸທີ່ຖືກສ້າງຂຶ້ນມາປະກອບດ້ວຍການປະສົມປະສານຈາກວັດຖຸດິບຕັ້ງແຕ່ 2 ຊະນິດຂຶ້ນໄປ (composite Materials) ໂດຍວັດສະດຸຫຼັກທີ່ທາງບໍລິສັດສົນໃຈກໍຄືໄມ້ໄຜ່ ດັ່ງນັ້ນນະວັດຕະກຳຂອງ Cobratex ກໍຈະເປັນນະວັດຕະກຳທີ່ສ້າງຈາກການນຳເສັ້ນໄຍໄຜ່ມາປະສົມໃຫ້ເຂົ້າກັບສີ່ງຂອງເຄື່ອງໃຊ້

ເຊິ່ງເສັ້ນໄຍໄຜ່ຈະຖືກນຳມາປະສົມປະສານກັບເຣຊິນແລະ ນຳມາປະກອບກັບວັດສະດຸອື່ນໆໃຫ້ເປັນຮູບເປັນຮ່າງຕໍ່ໄປ ແລະ ສາມາດອອກມາເປັນຜະລິດຕະພັນລາຍໄມ້ໄຜ່ສຸດເກ່ໄດ້ ບໍ່ວ່າຈະເປັນກະເປົ່າໄມ້ໄຜ່ ໝວກກັນນ໋ອກໄມ້ໄຜ່ ສະໂນບອດ ສະເກສລອດໄມ້ໄຜ່ ຫຼື ແມ້ແຕ່ເຄື່ອງໃຊ້ທີ່ເຮົາຄິດບໍ່ເຖິງວ່າໄມ້ໄຜ່ຈະເຮັດໄດ້ເຊັ່ນ: ເຝືອກ ແລະ ຂາທຽມໄມ້ໄຜ່

ທັງໝົດນີ້ມາຈາກຄວາມຕັ້ງໃຈຂອງ Edouard Sherwood ວິສະວະກຳຊາວຝຣັ່ງທີ່ໄດ້ຜັນໂຕມາກໍ່ຕັ້ງບໍລິສັດນີ້ຕັ້ງແຕ່ປີ 2013 ເຊິ່ງມີເປົ້າໝາຍໃນການນຳໄມ້ໄຜ່ມາໃຊ້ເປັນວັດສະດຸປະສົມຢ່າງຢັ້ງຍືນ ໂດຍວັດສະດຸຈາກໄມ້ໄຜ່ຂອງເຂົາຈະເບົາກວ່າວັດສະດຸປະສົມເຊັ່ນ: ໄຟເບີກຣາສ 0.7-0.9 ເທົ່າ ແຕ່ມີຄຸນນະສົມບັດທາງກົນເທົ່ານັ້ນ ຫຼາຍໄປກວ່ານັ້ນກໍຄືຈະເປັນມິດຕໍ່ສິ່ງແວດລ້ອມຫຼາຍກວ່າ ແລະ ອາດຈະມອບການອອກແບບທີ່ບາງຄົນມັກ

ທີ່ມາຂອງໄຜ່ພວກນີ້ມາຈາກປະເທດໃນແຖບ ອັບຟຣິກາ ແລະ ອາເມລິກາລາຕິນ

ເບິ່ງຈາກໄອເດຍແລ້ວ ນອກຈາກຈະໄດ້ເຫັນເຖິງຄວາມຄິດດີໆແລ້ວຍັງເຫັນໄດ້ວ່າວັດສະດຸຈາກທ້ອງຖິ່່ນກໍສາມາດນຳໄປທຳເປັນຂອງໃຊ້ໃນຊີວິດປະຈຳວັນໄດ້ຫຼາຍກວ່າທີ່ຄິດ ແລະ ເປັນທີ່ສົນໃຈໃນສາກົນ

https://www.facebook.com/Deambulons/posts/3211520715537161

 

 

Source: Environman Déambulons Cobratex

ການປະກອບສ່ວນ