ວັນປອດຢາສູບໂລກ

ໃນທຸກໆ ວັນທີ 31 ພຶດສະພາ, ອົງການອະນາໄມໂລກ (WHO) ແລະ ພັນທະມິດລະດັບໂລກໄດ້ຮ່ວມສະເຫຼີມສະຫຼອງວັນປອດຢາສູບໂລກ (WNTD). ການລົນນະລົງປະຈຳປີໃນຄັ້ງນີ່ຄືໂອກາດທີ່ຈະເພີ່ມຄວາມຮູ້ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຈາກການສູບຢາ, ການໄດ້ຮັບຄວນຈາກຄົນທີຢາສູບ ແລະ ການສະກັດກັ້ນການໃຊ້ຢາສູບທຸກຮູບແບບ.
Photo: World Health Organization (WHO)

ຈຸດປະສົງຂອງວັນປອດຢາສູບໂລກປີ 2019 ນີ້ແມ່ນຈະເນັ້ນໄປທີ "ຢາສູບ ເຜົາ ປອດ" ການລົນນະລົງຈະເພີ່ມຄວາມຮູ້ກ່ຽວກັບ:

  • ຜົນກະທົບດ້ານລົບຂອງຢາສູບທີ່ມີຕໍ່ສຸຂະພາບປອດຂອງຄົນເຮົາ ຕັ້ງແຕ່ໂລກມະເລັງໄປຈົນເຖິງໂລກທີ່ກ່ຽວກັບລະບົບທາງເດີນຫາຍໃຈຊຳເຮື້ອ.
  • ບົດບາດພື້ນຖາານຂອງປອດທີ່ມີຕໍ່ສຸຂະພາບ ແລະ ການເປັນຢູ່ຂອງທຸກໆຄົນ

ການລົນນະລົງໃນຄັ້ງນີ້ຍັງເປັນການຮຽກຮ້ອງໃນປະຕິບັດ, ການສະໜັບສະໜູນນະໂຍບາຍຢ່າງມີປະສິຕິພາບເພື່ອຫຼຸດຜ່ອນການໃຊ້ສາຢູບ ແລະ ຜູ້ທີ່ມີສ່ວນຮ່ວມໃນຂະແຫນງການຕ່າງໆໃນການຕໍ່ສູ້ເພື່ອຄວບຄຸມຢາສູບ.

ອົງການອະນາໄມໂລກໄດ້ໃຫ້ຄວາມສຳຄັນຕໍ່ກັບປອດ ຊຶ່ງເປັນອະໄວຍະວະໜຶ່ງທີ່ສຳຄັນໃນຮ່າງກາຍມະນຸດ ໂດຍອີງຕາມຂໍ້ມູນຂອງອົງການອະນາໄມໂລກໄດ້ລະບຸວ່າ ຢາສູບໄດ້ເຜົາປອດທັງຜູ້ສູບ ແລະ ຜູ້ຢູ່ອ້ອມຂ້າງ ເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ ຊຶ່ງໃນນັ້ນ ສະເລ່ຍແລ້ວໃນທຸກໆ 4 ວິນາທີ ຈະມີຜູ້ເສຍຊີວິດຍ້ອນຄວັນຢາສູບຈຳນວນ 1 ຄົນ.

ແລ້ວທ່ານເດ ຖືກຢາສູບເຜົາປອດແລ້ວ ຫຼືື ຫຍັງ?

ຂໍ້ມູນເພີ່ມເຕີມ: ວັນງົດຢາສູບໂລກ ໂດຍ ອົງການອະນາໄມໂລກ

 

ການປະກອບສ່ວນ