ວັນຄຸ້ມຄອງໂລກ

ເພາະທຸກສິ່ງທຸກຢ່າງຢູ່ໃນໂລກລ້ວນສ້າງຊີວິດໃຫ້ກັນ ແລະ ກັນ
https://www.google.com/url?sa=i&url=http%3A%2F%2Fmapecology.ma%2Fen%2Fevent%2Fearth-day-environmental-and-climate-literacy-vital-for-cleaner-greener-planet-says%2F&psig=AOvVaw2BnSMcFFOJe31NpXlb-nXJ&ust=1587616441606000&source=images&cd=vfe&ved=0CAMQjB1qFwoTCIjxwqWa--gCFQAAAAAdAAAAABAM
Map Ecology

ວັນທີ 22 ເມສາ ຂອງທຸກໆປິຄື ວັນຄຸ້ມຄອງໂລກ Earth Day ໂດຍໄດ້ຮັບການປະກາດຈາກໂຄງການໂຄງການສິ່ງແວກລ້ອມແຫ່ງສະຫະປະຊາຊາດ UNEP ເພື່ອສະໜັບສະໜຸນການປົກປ້ອງຄຸ້ມຄອງສິ່ງແວດລ້ອມ ໂດຍເລີ່ມຂຶ້ນໃນປີ 1970.

ປີນີ້ກໍຄົບຮອບ 50 ປີຂອງວັນຄຸ້ມຄອງໂລກແລ້ວ ແລະ ເນື່ອງໃນໂອກາດວັນຄຸ້ມຄອງໂລກ, ປີນີ້ NASA ໄດ້ຈັດກິດຈະກຳຫຼາກຫຼາຍຢ່າງທາງອອນໄລນ໌ຂຶ້ນ ລວມໄປຖຶງໂພສເຕີໃບນີ້

https://science.nasa.gov/toolkits/earth-day-2020?fbclid=IwAR1eKu26J6JiYC9oGxJGXExq1Q52gGiUx9iE-kuhXwn5wPCtYhOZ43pUqxQ

Jenny Mottar, Art Director of NASA Science ໄດ້ເຜີຍແພ່ເຖິງແຮງບັນດານໃຈຂອງໂພສເຕີວ່າຕົ້ນໄມ້ມີຄວາມສຳຄັນຫຼາຍ ຕົ້ນໄມ້ແຕ່ລະຕົ້ນມີຄວາມເຊື່ອມໂຍງກັນຊຶ່ງກັນແລະ ກັນ ລວມຖຶງການເຊື່ອມໂຍງກັບມະນຸດຊາດ ແລະ ສິ່ງມີຊີວິດທັງຫຼາຍ

ນັກອອກແບບໂພສເຕີກ່າວວ່າ ລາວໄດ້ແຮງບັນດານໃຈມາຈາກ River Delta ຫຼື ດິນແດນສາມຫຼ່ຽມປາກແມ່ນ້ຳ ລາວກ່າວວ່າການໄດ້ເບິ່ງພາບຈາກອາວະກາດນັ້ນ ມັນມີລັກສະນະຄ້າຍກັບຕົ້ນໄມ້ຫຼາຍ

ລາວໄດ້ຕັ້ງໃຈເຮັດໂພສເຕີ Earth Day 2020 ນີ້ຂຶ້ນໂດຍການນຳເອົາພາບແທ້ຈິງຂອງພື້ນທີ່ຕ່າງໆທົ່ວມຸມໂລກ ຈາກດາວທຽມຂອງ NASA ແລະ ໃນພາບນີ້ຍັງເຮັດໃຫ້ເຮົາສາມາດເຫັນໄດ້ເຖິງສັດຕ່າງໆໄດ້ອີກ

ນັກອອກແບບຍັງໄດ້ຍ້ຳວ່າ ຢ່າລືມວ່າສິ່ງມີຊີວິດທຸກສິ່ງໃນໂລກນີ້ທັງສັດ, ພືດ ແລະ ມະນຸດ ລ້ວນແລ້ວແຕ່ພຶ່ງພາອາໄສຊຶ່ງກັນ ແລະ ກັນ ໃນການມີຊີວິດຢູ່ໃນໂລກ ກໍຄື "ບ້ານ"

ກິດຈະກຳອື່ນໆຈາກ NASA ເນື່ອໃນໂອກາດວັນຄຸ້ມຄອງໂລກ: 

https://www.nasa.gov/feature/goddard/2020/earthdayathome-with-nasa/?fbclid=IwAR1hZwzCvVEKN5HTuauCx67_qGBvNUnJza8bznvKpEGYOphEM9PPI2CERHA

 

source: Environman.th

 

 

ການປະກອບສ່ວນ