ຢັ້ງຢືນນຳໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍເມືອງປາກງື່ມ

ເມືອງປາກງື່ມໄດ້ຮັບການຢັ້ງຢືນນຳໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍ
phakhaolao.la
phakhaolao.la

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈົນສຳເລັດ ໂດຍສົມທົບກັບຄະນະກຳມະການພັກເມືອງ ຫັນລົງຮາກຖານ ເກັບກຳຂໍ້ມູນບັນດາຫົວໜ່ວຍການຜະລິດ ຄອບຄົວຕົວແບບການຜະລິດ ເພື່ອຊຸກຍູ້ສົ່ງເສີມການຜະລິດ ເປັນສິນຄ້າ ໜຶ່ງບ້ານ ໜຶ່ງຜະລິດຕະພັນ ເມືອງໜຶ່ງບໍ່ໃຫ້ຫຼຸດ 5 ຜະລິດຕະພັນແຫ່ງຊາດໃຫ້ປາກົດຜົນເປັນຈິງ

ທ່ານນາງບຸນໂຮມ ຈັນເທພາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງປາກງື່ມ ກ່າວໃນກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງປາກງື່ມ ເມື່ອບໍ່ດົນມານີ້ວ່າ: ຫົວໜ່ວຍການຜະລິດ ຄອບຄົວຕົວແບບການຜະລິດເປັນສິນຄ້າມີ 1.050 ພື້ນຖານ ແບ່ງເປັນ 4 ຂະແໜງການຄື: ອຸດສາຫະກຳການຄ້າ ຫົດຖະກຳປຸງແຕ່ງກະສິກຳ ແລະ ການບໍລິການ ໃນນີ້ໄດ້ຈັດລະບົບ ພ້ອມທັງຂຶ້ນແຜນຫັນເປັນໂຄງການ ໂດຍກຳນົດອອກເປັນ 4 ໂຄງການ ເພື່ອໃຫ້ບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພະແນກ ແລະ ກະຊວງອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສົມທົບກັບການນຳເມືອງ ພະແນກອຸດສາຫະກຳ ແລະ ການຄ້າ ນວ ເປີດກອງປະຊຸມປຶກສາຫາລື ເຝິກອົບຮົມບັນດາຄອບຄົວຕົວແບບເຮັດການຜະລິດເປັນສິນຄ້າ 105 ຄອບຄົວ ໂດຍແບ່ງເປັນ 4 ພາກສ່ວນຄື: ຄອບຄົວຕົວແບບດ້ານຫັດຖະກຳ 4 ຫົວໜ່ວຍ ໃນນີ້ ຕ່ຳຫູກທໍໄໝ 2  ຫົວໜ່ວຍ  ຫັດຖະກຳຕີເຫຼັກ 1  ຫົວໜ່ວຍ ຄອບຄົວຕົວແບບດ້ານກະສິກຳ 336 ຄອບຄົວ ຄອບຄົວດ້ານອຸດສາຫະກຳປຸງແຕ່ງ 235 ພື້ນຖານ ແລະ ຄອບຄົວຕົວແບບດ້ານການບໍລິການ 33 ພື້ນຖານ

ພາຍຫຼັງສຳເລັດກອງປະຊຸມປຶກສາຫາລື ໄດ້ເນັ້ນໜັກໃຫ້ແຕ່ລະຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບໄປຈັດຕັ້ງປະຕິບັດ ໂດຍມີການແຂ່ງຂັນກັນ ພ້ອມທັງໄດ້ຈັດສົ່ງພະນັກງານວິຊາການລົງຕິດຕາມກວດກາ ຊຸກຍູ້ແຕ່ລະຂະແໜງການຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຮັບໝາກຜົນ ແລະ ມີຄວາມຍືນຍົງ ພ້ອມນີ້ຍັງໄດ້ແຕ່ງຕັ້ງພະນັກງານວີຊາການລົງກວດກາປະເມີນຜົນຄືນ ເພື່ອຄັດເລືອກເອົາຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບ, ເຊິ່ງ 5 ປີ ທີ່ຜ່ານມາ ຄັດເລືອກໄດ້ຫົວໜ່ວຍການຜະລິດສິນຄ້າແບບຍືນຍົງ ແລ້ວນຳສະເໜີຂັ້ນເທິງ ພິຈາລະນາຮັບຮອງເປັນສິນຄ້ານຳໃຊ້ກາໝາຍໂອດ໋ອບແຫ່ງຊາດ ປັດຈຸບັນເມືອງປາກງື່ມໄດ້ຮັບໃບຢັ້ງຢືນນຳໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍຄື: ກຸ່ມຜັກອິນຊີບ້ານທ່າຊ້າງ ກຸ່ມຫັດຖະກຳຕໍ່າຜ້າທໍໄໝບ້ານຊຽງແລທ່າ ກຸ່ມຫັດຖະກຳຕໍ່າຫູກບ້ານທ່າຊ້າງ ກຸ່ມໂຮງສີເຂົ້າດອກຈຳປາຂາວ ບ້ານດອນວັງໂພ ແລະ ກຸ່ມຫັດຖະກຳຕີເຫຼັກບ້ານດອນສ້າງໄຜ່

ນອກນີ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກງື່ມ ຍັງຈະໄດ້ສືບຕໍ່ສຸ່ມໃສ່ລົງຊີ້ນຳຈັດຕັ້ງກຸ່ມການຜະລິດກະສິກຳເປັນສິນຄ້າຢ່າງຕໍ່ເນື່ອງ ປັດຈຸບັນ ສາມາດຈັດຕັ້ງກຸ່ມສຳເລັດແລ້ວ 18 ກຸ່ມ

 

News: https://v2.vientianemai.net/archives/7501

ການປະກອບສ່ວນ