ພືດປູກແລ້ວດີ ຊ່ວຍຫຼຸດມົນລະພິດທາງອາກາດ

ຕົ້ນໄມ້ຊ່ວຍຫຼຸດມົນລະພິດທາງອາກາດໄດ້ແນວໃດ?
phakhaolao.la
phakhaolao.la

ໃນໂລກຂອງເຮົາມີພືດຢູ່ຫຼາຍກວ່າ 400,000 ຊະນິດ ຊຶ່ງສ່ວນໃຫ່ຍຈະມີຖິ່ນກຳເນີດຢູ່ໃນປ່າເຂດຮ້ອນຮອບໆເສັ້ນສູນສູດ ນອກຈາກພືດຈະໃຫ້ປັດໃຈ 4 ຊຶ່ງສຳຄັນຕໍ່ການດຳລົງຊີວິດຂອງມະນຸດແລ້ວ ພືດຍັງໃຫ້ປະໂຫຍດແກ່ມະນຸດອີກຫຼາຍດ້ານ ສິ່ງໜຶ່ງທີ່ສຳຄັນຄື ພືດຊ່ວຍຄວບຄຸມ ແລະ ແກ້ໄຂບັນຫາທາງມົນລະພິດທາງອາກາດ ຫຼື ຊ່ວຍຟອກອາກາດໃຫ້ແກ່ໂລກ, ເວົ້າໄດ້ຄື ໃນຂະບວນການສັງເຄາະແສງເພື່ອສ້າງອາກາດຂອງພືດນັ້ນ ພືດຈະປ່ອຍກາສກາກບອນ (CO2) ລວມເຖິງກາສ໌ພິດອື່ນໆ ແລະ ນ້ຳໃຫ້ກາຍເປັນກາສ໌ອົກຊີເຈນ (O2) ໃນການດຳລົງຊີວິດ.

ມີການຄົ້ນຄວ້າວິໄຈວ່າ ໃນຂະບວນການສັງເຄາະແສງຂອງພືດທັງໝົດເທິງໂລກເຮົານີ້ ຈະຜະລິດກາສ໌ຊີວະພາບເຖິງ 170 ພັນລ້ານຕົ້ນ ທຸກໆ 1 ໂຕນຂອງກາສ໌ຊີວະພາບຈະໃຫ້ກາສອອກຊີເຈນ 1273 ກິໂລກຣາມແກ່ຊັ້ນບັນຍາກາດຂອງໂລກ ແລະ ຊ່ວຍກຳຈັດກາສ໌ CO2 ໄດ້ເຖິງ 1636 ກິໂລກຣາມ, ໃນຂະນະພາຍໃນ 1 ມື້ ມະນຸດຄົນໜຶ່ງຈະຫາຍໃຈເອົາກາສ O2 ໄປໃຊ້ 0,96 ກິໂລກຣາມ ແລະ ປ່ອຍກາສ CO2 ອອກມາ 1,1 ກີໂລກຣາມ

ການຄາຍນ້ຳ ຫຼື ການຫາຍໃຈຂອງຕົ້ນໄມ້ນັ້ນ ເປັນຂະບວນການໜຶ່ງທີ່ຊ່ວຍເຄື່ອນຍ້າຍທາດທີ່ເປັນມົນລະພາວະທາງອາກາດໄປຍັງຈຸລິນຊີຮອບໆຮາກຂອງຕົ້ນໄມ້ ອັດຕາການຄາຍນ້ຳສູງຈະສ້າງກະແສຄວາມຮ້ອນ ເຮັດໃຫ້ເກີດການໄຫຼວຽນຂອງອາກາດ, ໃນຂະນະທີ່ນ້ຳໄຫຼຈາກຮາກຂຶ້ນໄປຍັງສ່ວນຕ່າງໆຂອງພືດຢ່າງໄວວາ ອາກາດຈະຖືກດຶງລົງໄປສູ່ດິນຮອບໆຮາກ ຊຶ່ງເປັນວິທີທີ່ພືດສາມາດສົ່ງກາສ O2 ແລະ ກາສນີໂຕເຈນ N ໄປຍັງຈຸລິນຊີທີ່ຮາກ. ກາສ N ຈະຖືກປ່ຽນເປັນໄນເຕຣດ Nitrate ຊຶ່ງຈະເປັນອາຫານຂອງພືດຕໍ່ໄປ

ພາຍໃນອາຄານທີ່ຕິດຕັ້ງເຄື່ອງປັບອາກາດນັ້ນ ຕົ້ນໄມ້ຈະເປັນໂຕຊ່ວຍເພີ່ມຄວາມຊື່ນ, ກຳຈັດສານພິດ ແລະ ກາສ໌ພິດຈາກມະນຸດ, ກຳຈັດຈຸລິນຊີທີ່ເປັນເຊື້ອພະຍາດຕ່າງໆ ແລະ ທີ່ສຳຄັນຄືຊ່ວຍເພີ່ມບັນຈຸໄຟຟ້າລົບໃນອາກາດ ຊຶ່ງຈະສົ່ງຜົນໃຫ້ທາດພິດໃນອາກາດຖືກກຳຈັດອອກໄປໄດ້ຫຼາຍຂຶ້ນ.

ປັດໄຈທີ່ສຳຄັນ ທີ່ຊ່ວຍໃຫ້ພືດດູດ CO2 ໄດ້ຢ່າງມີປະສິດທິພາບປະກອບດ້ວຍ ແສງສະຫວ່າງ ນ້ຳ ຝຸ່ນລະອອງ ລັກສະນະຂອງພືດ

ພັນໄມ້ ຊ່ວຍຫຼຸດສານພິດຕ່າງໆ

ຫວ້ານຫາງແຂ້ Aloe vera (L.) Burm.f. / Liliaceae. ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສວຍງາມແລ້ວ ຍັງສາມາດດູດສານພິດຈາກສານເຄືອບເຄື່ອງເຟີນິເຈີ ແລະ ສີທາເຮືອນໄດ້

ຫວ້ານໃບລາຍ Dracaena trifasciata (Prain) Mabb. / Asparagaceae ເໝາະທີ່ຈະປູກພາຍໃນເຮືອນ ແລະ ຫ້ອງນອນໄດ້ ເພາະເປັນພືດທີ່ຄາຍ O2 ໃນຕອນກາງຄືນ ຊ່ວຍໃຫ້ອາກາດສົດຊື່ນ
ຕົ້ນຕີນເປັດ Alstonia scholaris (L.) R. Br. / Apocynaceae ເປັນໄມ້ປະດັບທີ່ທົນທານທັງແລ້ງ ແລະ ລົມຝົນ ສາມາດປູກໃນບ່ອນໂລ່ງແຈ້ງ ຫຼຸດປະລິມານ CO2 ໄດ້
ດອກເຜິ້ງ 
ໄມ້ປະດັບທີ່ສາມາດດູດອາຍລະເຫີຍຈາກສານເຄມີຈຳພວກ Alcohol ແລະ Formaldehyde
ຕົ້ນຄູນ Cassia fistula L. / Fabaceae. 
ນອກຈາກຈະເປັນໄມ້ປະດັບແລ້ວ ຍັງມີຊັບພະຄຸນທາງການຢາຫຼາກຫຼາຍ
ດອກດາວເຮືອງ Tagetes erecta L. / Asteraceae 

ຕົ້ນກາວບົກ Catharanthus roseus (L.) G. Don / Apocynaceae 

ກາວບົກ ທັງຕົ້ນມີຣົດຂົມເລັກນ້ອຍເປັນຢາເຢັນມີພິດໃຊ້ເປັນຢາຮັກສາມະເຮັງຕໍ່ຕ້ານມະເຮັງ, ຮັກສາເນື້ອງອກໃນຕ່ອມນ້ຳເຫຼືອງ, ມະເຮັງຂອງເຊວເມັດເລືອດຂາວ ຫຼື ເມັດເລືອດຂາວໃນຕ່ອມນ້ຳເຫຼືອງຫຼາຍເກີນຄວນດ້ວຍການໃຊ້ຄັ້ງລະ 6-15 ກຣາມ ນຳມາຕົ້ມກັບນ້ຳຮັບປະທານ

ບອນສີ Syngonium podophyllum schott ຊ່ວຍດູດຊັບສານພິດພາຍໃນບ້ານໄດ້ດີ
ຕົ້ນດອກທຽນ Duranta erecta L. ສາມາດປູກເປັນຮົ້ວບ້ານ ປະດັບສວນໃຫ້ສວຍງາມ ເພາະທົນຕໍ່ສະພາບແວດລ້ອມຕ່າງໆໄດ້ດີ

 

ນອກຈາກພັນພືດຂ້າງເທິງແລ້ວ ກໍຍັງມີອີກຫຼາຍພັນເຊິ່ງສາມາດຫຼຸດຜ່ອນມົນລະພິດໄດ້ເຊັ່ນກັນ

soure: http://bio.flas.kps.ku.ac.th/courses/201/3.pdf

ປຶ້ມພັນໄມ້ຫຼຸດມົນລະພິດ

ການປະກອບສ່ວນ