ພະຍາດເຕົ້າໂຮມເລືອດ ບັນຫາທີ່ຜູ້ລ້ຽງສັດໃຫ່ຍຄວນຮູ້

Phakhaolao.la
Phakhaolao. la

ໃນແຕ່ລະປີສັດລ້ຽງຂອງປະຊາຊົນ ໂດຍສະເພາະງົວຄວາຍແມ່ນເກີດການຕາຍເປັນຈຳນວນຫຼາຍ ໃນນັ້ນສາເຫດໜຶ່ງແມ່ນເກີດຈາກວິທີການລ້ຽງ, ຊາວກະສິກອນສ່ວນໃຫ່ຍແລ້ວ ຍັງລ້ຽງແບບປ່ອຍປະລະເລີຍ ບໍ່ມີການຄວບຄຸມຢ່າງເປັນລະບົບ ເຊິ່ງພະຍາດເຕົ້າໂຮມເລືອດເປັນພະຍາດຊະນິດໜຶ່ງທີ່ຂ້າຊີວິດສັດລ້ຽງແຕ່ລະປີບໍ່ໜ້ອຍເລີຍ ແຕ່ກໍສາມາດປ້ອງກັນໄດ້ດ້ວຍການສັກຢາພຽງປີລະ 2 ເຂັມເທົ່ານັ້ນ ຈະສັກຢາເມື່ອໃດໃຫ້ມີຄວາມປອດໄພ ທ່ານດົວລີ ລີເລ່ຍນູ ຫົວໜ້າໜ່ວຍງານສັດຕະວະແພດ ນະຄອນຫຼວງວຽງຈັນໃຫ້ສຳພາດໄວ້ດັ່ງນີ້:

ຕ່ອມເລືອດງົວຄວາຍເປັນພະຍາດທີ່ເກີດຈາກເຊື້ອແບັດທີເລຍ ມັກເກີດກັບສັດປະເພດງົວຄວາຍ ແລະ ເກີດໄດ້ກັບທຸກເພດອາຍຸ ເປັນພະຍາດທີ່ສາມາດສ້າງຄວາມເສຍຫາຍສູງ ຖ້າບໍ່ມີການຮັກສາປິ່ນປົວ ແລະ ວາງມາດຕະການເຄັ່ງຄັດ ອາການຂອງພະຍາດສະແດງອອກຢູ່ສາມລະບົບເຊັ່ນ

  • ລະບົບຫາຍໃຈ ເຮັດໃຫ້ມີການຫາຍໃຈຟືດ
  • ລະບົບລະລາຍອາຫານ ຖ່າຍເປັນນ້ຳ
  • ລະບົບປະສາດ ຂາຫ່ານ ເຮັດໃຫ້ສັດຍ່າງບໍ່ສະໝໍ່າສະເໝີ

ອາການທີ່ເຫັນໄດ້ແຈ້ງ ແລະ ຊັດເຈນເມື່ອເກີດຂຶ້ນກັບງົວຄວາຍສະແແດອອກຄື

ອາການບວມຢູ່ກ້ອງຄາງໄປຫາຕ່ອມອາຫານບໍລິເວນຊ່ວງເອິກ ເປັນການບວມນ້ຳຂອງເມັດເລືອດທີ່ຖືກລະລາຍ ຫຼັງຈາກທີ່ເມັດເລືອດແຕກແລ້ວຈະກາຍເປັນເມັດເລືອດຂາວເຊິ່ງຈະຕົກຄ້າງໃນບໍລິເວນດັ່ງກ່າວ,​ ຖ້າບໍ່ປົວ ງົວຄວາຍຈະມີອາການຮ້ອນ ມີຄວາມສ່ຽງທີ່ຈະຕາຍເປັນຝູງໄດ້ ເຊັ່ນຫາກສັດລົງໄປໃນບວກນ້ຳ ນ້ຳເຢັນຈະທົບກັບຄວາມຮ້ອນໃນຮ່າງກາຍຜ.

ວັກຊີນທີ່ໃຊ້ປິ່ນປົວ ປີໜຶ່ງສາມາດສັກໄດ້ສອງເທື່ອ: ເຂັມທີ່ໜຶ່ງຄື ສັກໄລຍະປ່ອຍສັດເດືອນ 11-12 ແລະ ເຂັມທີສອງຄື ໄລຍະຂັງສັດເດືອນ 4-6 ເຊິ່ງອາຍຸຄຸ້ມກັນຂອງວັກຊີນແຕ່ລະເຂັມສາມາດຄຸ້ມກັນໄດ້ 6 ເດືອນ.

ຂ່າວ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ການປະກອບສ່ວນ