ຝຶກຟັງສຽງນົກຊ່ວຍຜ່ອນຄາຍ ເຮັດໃຫ້ຈິດໃຈສະຫງົບ

ຢູ່ບ້ານ ບໍ່ຮູ້ຈະເຮັດຫຍັງ ລອງຝຶກຟັງສຽງນົກເພື່ອໃຫ້ຈິດໃຈສະຫງົບຜ່ອນຄາຍໄດ້
Phakhaolao.la
phakhaolao. la

ຂະນະທີ່ຫຼາຍໆເມືອງກຳລັງງຽບເຫົງາ ຫຼາຍໆຄົນກໍເລີ່ມຫັນມາຟັງສຽງຈາກທຳມະຊາດແທນສຽງການຈາລະຈອນອັນຟົດຟື້ນຫຼາຍຂຶ້ນ
ພືດ ແລະ ຕົ້ນໄມ້ນາໆຊະນິດກໍເລີ່ມປົ່ງດອກອອກໃບໃນຊ່ວງລະດູໃບໄມ້ປົ່ງນີ້ ແລະ ກໍເປັນຊ່ວງເວລາທີ່ດີເວລາໜຶ່ງ ທີ່ເຮົາຈະໄດ້ຟັງສຽງນົກພື້ນເມືອງຕ່າງໆ. ການສັງເກດນົກ ແລະ ແບ່ງແຍກລັກສະນະນົກເປັນຄວາມຄິດທີ່ບັນເຈີດທີ່ຈະຮູ້ເຖິງຊະນິດພັນຕ່າງໆ ແຕ່ຈະດີກວ່າຖ້າໄດ້ລອງຟັງສຽງເພງຂອງນົກໄປພ້ອມກັນກັບຂະນະທີ່ສັງເກດຊະນິດພັນນັ້ນ.

ແນ່ນອນຢູ່ແລ້ວ ວ່າມັນບໍ່ງ່າຍເລີຍທີ່ຈະຟັງສຽງເຫຼົ່ານັ້ນ ແຕ່ມັນກໍຄ້າຍໆກັບການເລີ່ມຮຽນຮູ້ພາສານາໆຊາດ ຕ້ອງໃຊ້ຄວາມພະຍາຍາມ, ຕັ້ງໃຈ ແລະ ເວລາ. ເລີ່ມຈາກຂັ້ນຕອນງ່າຍໆດັ່ງນີ້:

  1. ເລີ່ມຈາກການໄປສວນ ແລະ ນັ່ງຟັງສຽງຕາງໆ ຫຼື ຈະເປັນການຍ່າງອອກກຳລັງກາຍໃນຕອນເຊົ້າ ຫຼື ກ່ອນຕາເວັນຕົກດິນ ເພາະໃນຊ່ວງເວລານີ້ສຽງນົກຈະຊັດເຈນຫຼາຍ
  2. ຟັງສຽງນົກ ແລະ ລອງຈົດຈຳລັກສະນະພິເສດຂອງນົກເພື່ອລະບຸເຖິງຊະນິດພັນ
  3. ໃຊ້ຕົວຊ່ວຍ ເພື່ອຊ່ວຍລະບຸສຽງຂອງແຕ່ລະໂຕ
  4. ຕັ້ງໃຈຟັງ ແລະ ສັງເກດ 1 ຫຼື 2 ຊະຊິດພັນໃນແຕ່ລະມື້ ກັບມາບ້ານແລ້ວເກັບສຽງທີ່ບັນທຶກໄວ້ມາຟັງອີກຮອບ ແລະ ຟັງທຽບອີກເທື່ອໜຶ່ງໃນມື້ຕໍ່ມາ
  5. ຟັງຈັງຫວະ ແລະ ລະດັບສຽງຂອງແຕ່ລະເພງ

ຢ່າລືມວ່າ ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ບ່ອນນັ້ນ ໝັ້ນຝຶກຝົນເປັນປະຈຳເພື່ອຜົນຮັບທີ່ດີ ບໍ່ມີໂອກາດທີ່ຈະໄດ້ຟັງສຽງທຳມະຊາດເທົ່າເວານີ້ອີກແລ້ວ

ເລືອກຟັງສຽງນົກທີ່ທ່ານມັກໄດ້ຕາມໃຈຕ້ອງການ

source: https://www.theguardian.com/environment/2020/apr/16/home-birds-how-to-spot-20-of-the-most-common-species-from-your-window-walk-or-garden

ການປະກອບສ່ວນ