ຜູ້ຊ່ຽວຊານຢືນຢັນວ່າ "ບົ້ງສາລີ" ຫຼື (FAW) ກໍາລັງທໍາລາຍການເພາະປູກສາລີໃນພາກເຫນືອຂອງລາວ

ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດໄດ້ຈັດກອງ
ປະຊຸມກ່ຽວກັບ "ບົ້ງສາລີ" ທີ່ກຳລັງທຳລາຍການເພາະປູກໃນລາວ
FAW
Photo by: The Syngenta Seedcare

ສູນການພັດທທະນາການປູກເຂົ້າໂພດ ແລະ ສາລີສາກົນ ຫຼື (CIMMYT) ແລະ ຄູ່ຮ່ວມງານໄດ້ຈັດກອງປະຊຸມ "ບົ້ງສາລີ" (FAW) ກັບ ຄູ່ຮ່ວມງານຈາກສຳນັກງານພັດທະນາ, ການຄົ້ນຄວ້າ ແລະ ຫ້ອງການຂອງອົງການສະຫະປະຊາຊາດ (UN) ຢູ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໃນນະຄອນຫຼວງວຽງຈັນ. ທີມງານ (CIMMYT) ໃນຊຽງຂວາງ ໄດ້ຖືກເຊີນເຂົ້າຮ່ວມໃນໂຄງການ ຂອງ ປະເທດ ສະວິດເຊແລນ( SDC) ທີ່ໄດ້ຮັບການສະໜັບສະໜຸນຈາກໂຄງການສົ່ງເສີມກະສິກຳຮອບດ້ານ (LURAS) ເພື່ອປະເມີນບັນຫາດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ກ່ຽວຂ້ອງກັບລະບົບການປູກສາລີ ແລະ ເພື່ອປຶກສາຫາລືກ່ຽວກັບແນວທາງໃນອະນາຄົດສໍາລັບຊາວກະສິກອນໃນການຫັນປ່ຽນຈາກລະບົບທີ່ມີປະສິດທິພາບສູງ, ລະບົບການປູກເຂົ້າສາລີໃນເຊິ່ງດ່ຽວທີ່ມີແນວທາງການປະຕິບັດແບບບໍ່ຍືນຍົງ ນຳໄປສູ່ການດຳລົງຊີວິດທີ່ຫຼາກຫຼາຍ ແລະ ລະບົບຊີວະນາໆພັນກະສິກຳໃນນັ້ນສາລີມີບົດບາດໃນການຜະລິດຖ້ານຳໃຊ້ການປະຕິບັດທາງກະສິກໍາທີ່ຍອມຮັບໄດ້.
 

ໃນລະຫວ່າງການຢ້ຽມຢາມຄັ້ງນີ້ທີມງານ (CIMMYT) ຍັງສັງເກດເຫັນການແຜ່ກະຈາຍຂອງ "ບົ້ງສາລີ" ຫຼື (FAW) ທີ່ສູງຂຶ້ນໃນທົ່ວຂົງເຂດເພາະປູກສາລີ ລວມທັງຜູ້ທີ່ຄຸ້ມຄອງໂດຍຊາວກະສິກອນຂະຫນາດນ້ອຍ ແລະ ຂະຫນາດໃຫຍ່ທີ່ຢູ່ໃນເມືອງຕ່າງໆ. ການສຳຫຼວດພາກສະຫນາມຂອງທີມ (CIMMYT) ໂດຍສະຫນັບສະຫນູນຈາກກົມປ້ອງກັນພືດ ແລະ  ອົງການອາຫານແລະ ການກະສິກຳແຫ່ງສະຫະປະຊາຊາດ (FAO) ເຊິ່ງໃນປັດຈຸບັນໄດ້ຢືນຢັນການແຜ່ກະຈາຍຂອງ (FAW) ຢູ່ໃນ 7 ແຂວງຂອງລາວ. ກອງປະຊຸມໄດ້ປຶກສາຫາລືກ່ຽງກັບຕົວເລືອກຕ່າງໆໃນການປະຕິບັດສໍາລັບການຕອບສະໜອງຮ່ວມມືໃນໄລຍະສັ້ນ, ໄລຍະກາງ, ໄລຍະຍາວ ຂອງທຸກອົງການ. ຄູ່ຮ່ວມງານເຊັ່ນ ອົງການ ເຮວວິຕັດ (Helvetas) ໄດ້ແປຂໍ້ມູນຂອງ (CIMMYT) ເປັນທີ່ຮຽບຮ້ອຍແລ້ວ ເພື່ອການແຈກຢາຍໃຫ້ແກ່ຊາວກະສິກອນເພື່ອເປັນເອກະສານ , ໂປດເຕີ ແລະຂັ້ນຕອນຕໍ່ໄປກຳລັງວາງແຜນທີ່ຈະສະຫນັບສະຫນູນລັດຖະບານເພື່ອຮັບມືກັບ (FAW) ຢ່າງລັ່ງດ່ວນ ໂດຍການຝຶກອົບຮົມກັບພະນັກງານຂອງ ພະແນກກະສິກຳ ແລະ ປ່າໄມ້ແຂວງ (PAFO) & ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (DAFO) ແລະ ສ້າງລະບົບຕິດຕາມຈຳນວນຂອງ (FAW) ແລະ ແຜນຍຸດທະສາດການຈັດການສັດຕູພືດແບບປະສົມປະສານກັບ ກະຊວງກຳສິກຳ ແລະ ປ່າໄມ້ (MAF) / ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI).

 

ນີ້ແມ່ນບາງຫຼັກຖານທີ່ຖາ່ຍໄວ້ ຂອງ "ບົ້ງສາລີ" (FAW) ໄດ້ໂຈມຕີເຂດສາລີໃນແຂວງຊຽງຂວາງໃນອາທິດຜ່ານມາ,

ຄວາມຮູ້ແມ່ນພະລັງງານມາແບ່ງປັນກັນເທາະ!

 

FAW1

 

FAW2

FAW3

 

 

 

 

ການປະກອບສ່ວນ