ປະໂຫຍດຂອງໃບເຕີຍ ສຸດແສນຫຼາກຫຼາຍ

ໃບເຕີຍນັບວ່າເປັນສະໝຸນໄພອີກຊະນິດໜຶ່ງທີ່ອາດມີຫຼາຍຄົນເຄີຍໄດ້ຍິນ ຫຼື ເຄີຍໃຊ້ມາແລ້ວ
https://nlaysite.wordpress.com
https://nlaysite.wordpress.com

ໂດຍສະເພາະກັບຄົນປ່ວຍທີ່ເປັນພະຍາດເສັ້ນເລືອດຝອຍຕິດເຊື້ອ ຫຼື ມີສານພິດເຈືອປົນ, ໃບເຕີຍສາມາດຊ່ວຍບັນເທົາ ແລະ ລົງລະດັບສານພິດໄດ້ດີ ເພາະໃບເຕີຍຈະປະກອບດ້ວຍສັບພະຄຸນຫຼາຍຢ່າງເຊັ່ນ: ໃບ ຊ່ວຍບໍາລຸງຫົວໃຈ, ດັບພິດໄຂ້ ແລະ ຊູກໍາລັງ, ສ່ວນຮາກ ແລະ ຕົ້ນຊ່ວຍຂັບປັດສະວະ ແລະ ແກ້ໝາກໄຂ່ຫຼັງພິການ, ແກ້ໄຂ້ທີ່ມີພິດຮ້ອນ, ພິດຕານຊາງ ແລະ ແກ້ຮ້ອນໃນກະຫາຍນໍ້າແຕ່ເຊື້ອກັນວ່າເມື່ອນໍາສິ່ງນີ້ມາໃຊ້ຈະຊ່ວຍລ້າງສານພິດໃນເສັ້ນເລືອດຝອຍໄດ້ເປັນຢ່າງດີ.
    ວິທີເຮັດ: ນໍາເອົາໃບເຕີຍພໍປະມານທີ່ເໝາະສົມລ້າງໃຫ້ສະອາດຫຼັງຈາກນັ້ນນໍາເອົາໃບເຕີຍມາບີບຍ່ອງໃຊ້ຊໍ້າແລ້ວໃຊ້ມີດຕັດ ຫຼື ມີດຊອຍ, ຈາກນັ້ນກໍ່ຖອກນໍ້າສະອາດລົງໃຫ້ຖ້ວມໃບເຕີຍລົງໄປແລ້ວກໍຕົ້ມຈົນຟົດ (ໂດຍສູດນີ້ແມ່ນຫ້າມເອົານໍ້າຕານໃສ່ເດັດຂາດ), ຈາກນັ້ນກໍ່ໃຊ້ໄຟກາງຂ້ຽວປະມານ 30 ນາທີ, ຊຶ່ງສາມາດດື່ມໄດ້ທັງຮ້ອນ ແລະ ເຢັນ, ໂດຍການດື່ມນັ້ນຕ້ອງດື່ມຕໍ່ເນື່ອງຈົນກວ່າຈະຮູ້ສຶກວ່າຕົນໂຕເບົາໂລ່ງສະບາຍ.

ຮຽບຮຽງໂດຍ: ຟ້າ (ຂໍ້ມູນຈາກ: ໜັງສືພີມເສດຖະກິດ-ສັງຄົມ)

ການປະກອບສ່ວນ