ບົດຮຽນຈາກຄອບຄົວຕົວແບບດ້ານການຜະລິດກະສິກຳທີ່ບໍ່ຄວນເບິ່ງຂ້າມ

ລຸງ ສີຕານ ໄຊຍະວົງສາ ປະຊາຊົນຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ໜຶ່ງໃນຄອບຄົວຕົວແບບຜູ້ທີ່ມີຄວາມດຸໝັ່ນບວກກັບຄວາມຕັດສິນໃຈອັນເດັດດ່ຽວໃນການຍຶດຖືເອົາການປູກຢາງພາລາເປັນອາຊີບເສີມຫຼັງເຂົ້າຮັບບຳນານຈົນມີຜົນສຳເລັດຢາງໜ້າເພິ່ງພໍໃຈ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ ແລະ ເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ
https://laoedaily.com.la/2020/08/18/81877/
laoedaily.com.la

ຂ່າວເສດຖະກິດການຄ້າ ໄດ້ລາຍງານຂ່າວໃຫ້ຮູ້ກ່ຽວກັບໜຶ່ງຄອບຄົວ ທີ່ເຮັດການຜະລິດປູກຢາງພາລາຈົນກາຍເປັນຄອບຄົວຕົວແບບດ້ານການຜະລິດກະສິກຳຂອງເມືອງ

ລຸງ ສີຕານ ໄຊຍະວົງສາ ປະຊາຊົນຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ໜຶ່ງໃນຄອບຄົວຕົວແບບຜູ້ທີ່ມີຄວາມດຸໝັ່ນບວກກັບຄວາມຕັດສິນໃຈອັນເດັດດ່ຽວໃນການຍຶດຖືເອົາການປູກຢາງພາລາເປັນອາຊີບເສີມຫຼັງເຂົ້າຮັບບຳນານຈົນມີຜົນສຳເລັດຢາງໜ້າເພິ່ງພໍໃຈ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ ແລະ ເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ

ລຸງ ສີຕານ ໄຊຍະວົງສາເລົ່າສູ່ຟັງວ່າ: ເມື່ອກ່ອນ ຄອບຄົວແມ່ນມີອາຊີບເປັນພະນັກງານຢູ່ຖັນແຖວກຳລັງປ້ອງກັນຊາດ ສັງກັດກອງພົນທີ 5, ພາຍຫຼັ້ງເຂົ້າຮັບບຳນານໃນປີ 2005 ກໍໄດ້ຕັດສິນໃຈຖືເອົາການປູກຢາງພາລາເປັນອາຊີບເສີມ, ໃນເບື້ອງຕົ້ນກໍຄິດຍາກພໍສົມຄວນເພາະບໍ່ມີປະສົບການມາກ່ອນ ແຕ່ຍ້ອນຄວາມຕັດສິນໃຈອັນເດັດດ່ຽວ ແລະ ຄວາມມຸ່ງໝັ້ນຂອງຄອບຄົວ ຈຶ່ງໄດ້ລົງມືໃນປີ 2006 ໂດຍປູກຢາງພາລາຢູ່ສວນຂອງຕົນເອງຢູ່ເມືອງບາຈຽງຈະເລີນສຸກ ຫ່າງຈາກເສັ້ນທາງໃຫ່ຍ ປະມານ 1 ກິໂລແມັດ ໃນເນື້ອທີ່ປູກທຳອິດແມ່ນ 6 ເຮັກຕາ

ໃນໄລຍະທຳອິດແມ່ນໄດ້ໄປສອບຖາມນຳຜູ້ທີ່ເຄີຍປູກມາກ່ອນ, ຈາກນັ້ນ ກໍຊື້ເບ້ຍມາປູກ ແລະ ບົວລະບັດເອງ. ການລົງທຶນທັງໝົດໃນເວລານັ້ນ 32 ລ້ານກວ່າກີບ, ເບື້ອງຕົ້ນຖືວ່າລຳບາກຫຼາຍ ເນື່ອງຈາກບໍ່ມີປະສົບການໃນການເຮັດທຸລະກິດປູກຢາງພາລາມາກ່ອນ ຈຶ່ງຕ້ອງໄດ້ຮຽນຮູ້ເຕັດນິກວິທີການນັບແຕ່ການປູກ, ການບົວລະບັດຮັກສາ, ການເກັບກ່ຽວຜົນຜະລິດ ແລະ ການຈຳໜ່າຍ

ຈາກນັ້ນກໍຄ່ອຍໆ ຂະຫຍາຍເນື້ອທີ່ການປູກໂດຍການຊື້ເນື້ອທີ່ນຳປະຊາຊົນອ້ອມຂ້າງເທ່ືອລະໜ້ອຍຈົນມາຮອດປະຈຸບັນມີເນື້ອທີ່ສວນຢາງທັງໝົດ 33 ເຮັກຕາ. ໃນຕອນທີ່ປູກຢາງພາລາມາຮອດໄລຍະໜຶ່ງ ກໍມີນັກວິຊາການຈາກປະເທດເພື່ອບ້ານມາໃຫ້ຄວາມຮູ້ກ່ຽວກັບຢາງພາລາ ເພື່ອນຳໄປໝູນໃຊ້ໃຫ້ຖືກວິທີ ເພື່ອໃຫ້ຜົນຜະລິດເພີ່ມຂຶ້ນໃນທຸກໆປີ

ມາຮອດປີ 2011 ຄອບຄົວລຸງສີຕານ ໄດ້ເກັບກູ້ຜົນຜະລິດເປັນປີທຳອິດ ໄດ້ຢາງພາລາ 3.053 ກິໂລກຣາມ ຂາຍຜົນຜະລິດຢາງໄດ້ 58 ລ້ານກີບ. ຈາກນັ້ນມາກໍມີລາຍຮັບຈາກການຂາຍາຢາງພາລາເພີ່ມຂຶ້ນທຸກປີ ຈົນຮອດປັດຈຸບັນສາມາດເກັບກ່ຽວຜົນຜະລິດປີໜຶ່ງໄດ້ປະມານ 1 ແສນກວ່າກິໂລ ແລະ ຄິດເປັນເງິນມູນຄ່າ 540 ລ້ານກວ່່າກີບ. ໃນນັ້ນ, ແຕ່ລະປີແມ່ນຫັກຄ່າແຮງງານອອກປະມານ 40%

ທ່ານ ຄຳສ້ອຍ ຈັນທະວົງ ຮອງນາຍບ້ານຫ້ວຍຍາງຄຳ ໃຫ້ທັດສະນະວ່າ: ລຸງສີຕານ ເພິ່ນເປັນຜູ້ໜຶ່ງທີ່ປະກອບສ່ວນໃນວຽກງານສຳຄັນຕ່າງໆພາຍໃນບ້ານໂດຍສະເພາະແມ່ນວຽກງານກອງທຶນ, ເປັນທີ່ປຶກສາຫາລືວຽກງານສຳຄັນຕ່າງໆ ແລະ ເປັນແບບຢ່າງໃຫ້ແກ່ລູກຫຼານພາຍໃນບ້ານ, ຖືວ່າເພິ່ນເປັນຜູ້ໜຶ່ງທີ່ແບ່ງເວລາໄດ້ດີ ເຊິ່ງພະນັກງານອາວຸໂສຜູ້ອື່ນຈະເຮັດໄດ້ຍາກ. ຈາກຜົນງານຂອງເພິ່ນໃນໄລຍະຜ່ານມາ ລຸງ ສີຕານ ໄດ້ຖືກຄັດເລືອກໃຫ້ເປັນຄອບຄົວຕົວແບບດ້ານການຜະລິດກະສິກຳ ໂດຍໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ເຖິງ 2 ສະໄໝຄື: ໃນປີ 2011 ແລະ ປີ 2015 ທີ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານທົ່ວປະເທດທີ່່ນະຄອນຫຼວງວຽງຈັນ

 

https://laoedaily.com.la/2020/08/18/81877/

ການປະກອບສ່ວນ