ຊາມິສ ກັບການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນຮັບມືກັບການປ່ຽນແປງດິນຟ້າອາກາດ

ການເກີດໄພແຫ້ງແລ້ງນໍ້າຖ້ວມ ການລະບາດຂອງສັດຕູພືດ ແລະ ແມງໄມ້ຕ່າງໆ ໄດ້ສົ່ງຜົນເສຍຫາຍໃນການຜະລິດກະສິກຳຂອງປະເທດລາວເຮົາຢ່າງຫຼວງຫຼາຍ
https://www.google.com/url?sa=i&url=http%3A%2F%2F91.121.143.96%2Fcop22%2Fnews.php&psig=AOvVaw0qrO-EvnEcxrrrSdOCHLi9&ust=1584429965220000&source=images&cd=vfe&ved=0CAMQjB1qFwoTCOiGtqLKnugCFQAAAAAdAAAAABAD
World Farmer Organization

     ປັດຈຸບັນດິນຟ້າອາກາດແມ່ນ ມີການປ່ຽນແປງນັບມື້ນັບເພີ່ມຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນຈາກການປ່ຽນແປງຂອງລະດູຝົນທີ່ມາບໍ່ຖືກຕ້ອງຕາມລະດູການ “ການເກີດໄພແຫ້ງແລ້ງນໍ້າຖ້ວມ ການລະບາດຂອງສັດຕູພືດ ແລະ ແມງໄມ້ຕ່າງໆ ເຊິ່ງທັງຫມົດເຫຼົ່ານີ້ໄດ້ສົ່ງຜົນເສຍຫາຍໃນການຜະລິດກະສິກຳຂອງປະເທດລາວເຮົາຢ່າງຫຼວງຫຼາຍ ເຊິ່ງເປັນບັນຫາຮີບດ່ວນທີ່ທາງ: ພັກ-ລັດຖະບານ ກໍຄືກະຊວງ ທີ່ກ່ຽວຂອງ ລວມເຖິງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດເພື່ອຊ່ວຍໃນການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ຄໍ້າປະກັນສະບຽງອາຫານໃນ ສປປ ລາວ.

    (ຊາມິສ) ໄດ້ສຸ່ມໃສ່ແກ້ໄຂ ແລະ ຈັດການກັບບັນຫາດັ່ງກ່າວ ແລະ ເພີ່ມທະວີ ສ້າງຄວາມເຂັ້ມແຂງ ໃຫ້ຊາວກະສິກອນເພື່ອໃຫ້ມີຄວາມອາດສາມາດໃນການຈັດລະບົບການຜະລິດ ຫຼື ຈັດຮູບແບບໃນການຜະລິດໃຫສອດຄ່ອງກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງແນວທາງນະໂຍບາຍເພື່ອເປັນຂໍ້ມູນໃຫ້ຂັ້ນເທິງ ໃນການນໍາເອົາໄປຜັນຂະຫຍາຍລົງສູ່ຊາວກະສິກອນຜູ້ຈັດຕັ້ງປະຕິບັດຕົວຈິງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດທີ່ອາດຈະເກີດຂຶ້ນໃນອະນາຄົດ.

https://www.facebook.com/pg/SAMIS-Project-278404399742132/about/
SAMIS


     ທ່ານ ນາງ ໂມນິກາ ເພດທຣີ ຜູ້ປະສານງານໂຄງການຊາມິສໄດ້ກ່າວວ່າ: ໂຄງການຊາມິສແມ່ນໂຄງການລະດັບຊາດທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2017 ແລະ ຈະສຳເລັດໃນປີ2021ເຊິ່ງໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດພາຍໃຕ້ອົງການອາຫານ ແລະ ການກະເສດ ແລະ ໄດ້ຮັບການຮ່ວມມືທາງດ້ານເຕັກນິກວິຊາການຈາກພາກລັດ ແລະ ອົງການ CIAT ໄດ້ຮັບການສະຫນັບສະຫນູນຈາກໂຄງການສິ່ງແວດລ້ອມໂລກ ມູນຄ່າ 5 ລ້ານກວ່າໂດລາສະຫະລັດ ໃນນີ້ ລັດຖະບານ ສປປ ລາວ ປະກອບສ່ວນ 1ລ້ານໂດລາສະຫະລັດ ໃນນັ້ນມີ 2 ກະຊວງຄື: ກະຊວງກະສິກໍາ ແລະ ປ່າໄມ້, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ໄລຍະຈັດຕັ້ງປະ ຕິບັດໂຄງການ 4 ປີ ເລີ່ມແຕ່ ເດືອນ ກໍລະກົດ 2017 ເປັນຕົ້ນມາ ແລະ ຄາດວ່າຈະສີ້ນສຸດໂຄງການໃນເດືອນ ພຶດສະພາ 2021 ແຕ່ວ່າມາຮອດປັດຈຸບັນ ໂຄງການແມ່ນໄດ້ດໍາເນີນມາໃນໄລຍະ 2 ປີເຄິ່ງຈັດຕັ້ງປະຕິບັດໄດ້
ເກືອບ 60%.
    ຈຸດປະສົງຂອງໂຄງການແນໃສ່ ການເສີມຂະຫຍາຍຂໍ້ມູນຂ່າວສານ ຫຼື ວ່າພື້ນຖານໂຄງລ່າງທີ່ມີແລ້ວ ສ້າງໃຫ້ມີຄວາມເຂັ້ມ ແຂງຂຶ້ນ ແລະ ສ້າງຄວາມເຂັ້ມ ແຂງໃຫ້ສະຖາບັນ ໂດຍສະເພາະ ແມ່ນການຄຸ້ມຄອງການນໍາໃຊ້ທີ່ດິນກະສິກໍາ ແລະ ການກໍານົດເຂດນິເວດກະສິກໍາ ທັງນີ້ກໍເພື່ອປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດຢູ່ໃນຂະແຫນງກະສິກໍາ ເຊິ່ງໂຄງການໄດ້ປະກອບມີ 3 ອົງປະກອບ ຄື: ສ້າງຄວາມເຂັ້ມແຂງ ໃນດ້ານຂໍ້ມູນຂ່າວສານ ອຸຕຸນິຍົມ ແລະ ອຸຕຸກະເສດ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການຄຸ້ມຄອງທີ່ດິນກະສິກໍາເພື່ອຕິດຕາມຄຸ້ມຄອງເຂດນິເວດກະສິກໍາ, ການກະຈາຍຄວາມຮູ້ລົງສູ່ທ້ອງຖິ່ນ ໂດຍສະເພາະແມ່ນ ຄວາມຮັບຮູ້ທາງດ້ານສະພາບອາກາດໃນທຸກມື້ໃຫ້ສົ່ງໄປຮອດໄປເຖິງຊາວກະສິກອນຜູ້ນໍາໃຊ້ຕົວຈິງ ກໍຄືຜູ້ຜະລິດກະສິກໍາໂດຍກົງ. ເວົ້າລວມແລ້ວໂຄງການນີ້ເປົ້າຫມາຍຫຼັກແມ່ນຕ້ອງການໃຫ້ຂໍ້ມູນຂ່າວສານສະພາບອາກາດ ກໍ່ຄືຂໍ້ມູນອຸຕຸກະເສດ ລົງສູ່ຜູ້ຜະລິດກະສິກາຳໂດຍກົງ ໂດຍຜ່ານພະແນກກະສິກຳ ແລະ ປ່າໄມຂັ້ນແຂວງ ຜ່ານພະແນກ ຊັບພະຍາກອນທໍາມະຊາດສິ່ງ ແວດລ້ອມຂັ້ນແຂວງ ຜ່ານກະສິກຳປ່າໄມເມືອງລົງສູ່ຊາວກະສິກອນໃນທົ່ວປະເທດ ໂດຍສະເພາະ ແມ່ນຊາວກະສິກອນໃນ ແຕ່ລະທ້ອງຖິ່ນ.

https://www.facebook.com/pages/story/reader/?page_story_id=297513877831184
SAMIS

 

    ທ່ານ ວຽງໄຊ ມະນີວົງ ຜູ້ປະສານງານໂຄງການຊາມິສຝ່າຍ ລາວ ໄດກ່າວວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາສຳລັບອົງປະກອບທີ 1 ແມ່ນໄດ້ປັບປຸງລະບົບລັກຊາ (ລະບົບການກະຈາຍຂໍ້ມູນຂ່າວສານລົງສູ່ຊາວກະສິກອນ) ສາມາດຕິດຕັ້ງສະຖານີແບບອໍໂຕມາຕິກໄດ້ 15 ສະຖານີ ແລະ ມີແຜນຂະຫຍາຍຕື່ມໃນແຂວງຜົ້ງສາລີ ແລະ ຫົວພັນ ແລະ ໄດ້ເຝິກອົບຮົມມີຜູ້ເຂົ້າຮ່ວມຫຼາຍກ່ວາ 150 ເທື່ອຄົນ ສ່ວນອົງປະກອບທີ 2 ສາມາດສ້າງລະບົບຄຸ້ມຄອງຂໍ້ມູນຂ່າວສານທາງດ້ານທີ່ດິນກະສິກໍາ ສາມາດສ້າງແຜນທີ່ໃນການປົກຄຸມກະສິກໍາໄດ້ ສາມາດເກັບຕົວຢ່າງໃນຂອບເຂດທົ່ວປະເທດຫຼາຍກວ່າ 2 ພັນຕົວຢ່າງ ພ້ອມນັ້ນກໍໄດ້ຍົກລະດັບຄວາມຮູ້ວິຊາການຂອງ ພະນັກງານແຕ່ສູນກາງລົງຫາ ທ້ອງຖິ່ນຫຼາຍກວ່າ 150 ເທື່ອຄົນ ອົງປະກອບທີ 3 ແມ່ນສາມາດເຮັດທົດລອງການກະຈາຍຂໍ້ມູນ ຜ່ານລະບົບໂທລະໂຄ່ງໃນ 22 ບ້ານ ສາມາດກະຈາຍຂໍ້ມູນຂ່າວສານອຸຕຸນິຍົມໂດຍຜ່ານສື່ຕ່າງໆ ໂດຍສະເພາະແມ່ນຜ່ານເຟດບຸກ ແລະ ເວບໄຊສ໌ ທັງໄດ້ຈັດເຝິກອົບຮົມໃຫ້ກັບຜູ້ທີ່ກະຈາຍຂໍ້ມູນຂ່າວສານປະຈຳບ້ານຜ່ານລະບົບໂທລະໂຄ່ງ ນອກນັ້ນກໍໄດ້ພິມປຶ້ມຄູ່ມືຕ່າງໆເພື່ອກະຈາຍຂໍ້ມູນຂ່າວສານລົງສູ່ທ້ອງຖິ່ນ ປັດຈຸບັນມີສະມາຊິກເຂົ້າຮ່ວມຫຼາຍສົມຄວນ.


source: Vientiane Time

ການປະກອບສ່ວນ