ຄຣີມນ້ຳເຜິ້ງ

ຄຣີມນ້ຳເຜິ້ງເປັນຜະລິດຕະພັນໃໝ່ຈາກແຂວງຊຽງຂວາງຊຶ່ງເຮັດມາຈາກນ້ຳເຜິ້ງທຳມະຊາດທີ່ໄດ້ມາຈາກຜູ້ລ້ຽງເຜິ້ງໃນແຂວງຊຽງຂວາງ.
Photo credit: Xao Ban - Homemade food products from Laos

ຄຣີິມນ້ຳເຜິ້ງ ຄືນ້ຳເຜິ້ງທີ່ຜ່ານການແປຮູບເພື່ອຄວບຄຸມການຕົກຕະກອນຂອງນ້ຳເຜິ້ງ. ຄຣີມນ້ຳເຜິ້ງມິສ່ວນທີ່ຕົກຕະກອນນ້ອຍໆເປັນຈຳນວນຫຼວງຫຼາຍຊຶ່ງປ້ອງກັນການຂະຫຍາຍໂຕຂອງການຕົກຕະກອນຂະໜາດໃຫຍ່ທີ່ສາມາດເກີດຂຶ້ນໄດ້ໃນນ້ຳເຜິ້ງທີ່ບໍ່ຜ່ານແປຮູບ. ການແປຮູບຍັງສາມາດຜະລິດນ້ຳເຜິ້ງທີ່ມີຄວາມລະອຽດໄດ້ຢ່າງໄວວາ ເພາະມັນເປັນກູໂກລ(ທາດນ້ຳຕານ)ທີ່ຕົກຕະກອນໃນນ້ຳເຜິ້ງ ແລະ ເນື່ອງຈາກນ້ຳຕານກູໂກລຂອງສ່ວນທີ່ຕົກກະກອນນັ້ນເປັນສິຂາວແບບທຳມະຊາດ ດັ່ງນັ້ນຄຣີມນ້ຳເຜິ້ງຈຶ່ງມີສີອ່ອນກວ່ານ້ຳເຜິ້ງແຫຼວໃນດອກໄມ້ຊະນິດດຽວກັນ

ສະມາຄົມຊາວບ້ານໄດ້ສະໜັບສະໜູນຜູ້ລ້ຽງເຜິ້ງໃນທ້ອງຖິ່ນໂດຍການຊ່ວຍໃຫ້ຜະລິດຕະພັນຂອງພວກເຂົາໄດ້ໃຫ້ຊິດກັບລູກຄ້າທີ່ຢູ່ໃນຮ້ານຂອງພວກເຂົາ. ຄຣີມນ້ຳເຜິ້ງຄືຜະລິດຕະພັນໃໝ່ທີ່ເບິ່ງແລ້ວມີຄຸນຄ່າ ແລະ ຍັງເປັນຕາແຊບອີກດ້ວຍ!

ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: Xaoban

ນ້ຳເຜິ້ງເປັນຕົວຊີ້ວັດທີ່ສຳຄັນໃຫ້ແກ່ຊີວະນາໆພັນ ສະນັ້ນພວກເຮົາມາສະໜັບສະໜຸນ ແລະ ປະກອບສ່ວນໃຫ້ກັບກະສິກຳຊີວະນາໆພັນໃນລາວ ນຳກັນເດີ້ !!

 

ການປະກອບສ່ວນ