ກຽມພົບກັບຕະຫຼາດນັດຜະລິດຕະພັນກະສິກໍາ 9 ຕົວເມືອງ

ກຽມພົບກັບພືດຜັກປອດສານພິດ ແລະ ສິນຄ້າຜະລິດຕະພັນກະສິກໍາທີ່ຜະລິດພາຍໃນປະເທດ ທີ່ງານຕະຫຼາດນັດຜະລິດຕະພັນກະສິກໍາລາວ
www.phakhaolao.la
phakhaolao.la

ງານຕະຫຼາດນັດຜະລິດຕະພັນກະສິກໍາລາວ, ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ 2019 ຫາ ວັນທີ 1 ທັນວາ 2019 ທີ່ເດີນຈອດສູນການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ, ເພື່ອເປັນການເສີມສ້າງຂະບວນການຊຸກຍູ້, ສົ່ງເສີມຜະລິດຕະພັນ ແລະ ຈໍາໜ່າຍຜະລິດຕະພັນກະສິກໍາໃຫ້ຊາວກະສິກໍາລາວ, ແນ່ໃສ່ເປິດໂອກາດໃຫ້ຜູ້ຜະລິດ, ຜູ້ປະກອບການ, ເຈົ້າຂອງຕະຫຼາດໄດ້ພົບກັນເພື່ອກ້າວໄປເຖິງການເຮັດທຸລະກິດຮ່ວມກັນເພື່ອສົ່ງເສີມການນໍາໃຊ້ຜະລິດຕະພັນທີ່ລິດໄດ້ຢູ່ພາຍໃນໃຫ້ຫຼາຍຂຶ້ນ.

ພ້ອມດຽວກັນນີ້, ເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ສະບັບທີ 51/ນຍ, ລົງວັນທີ 30 ສິງຫາ 2019 ວ່າດ້ວຍການຕ່າງຕັ້ງຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ແລະ ຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ ລັດຖະມົຍຕີກະຊວງການເງິນ ສະບັບເລກທີ 3784/ກງ, 20 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກຄະນະສະເພາະກິດ, ທັງເປັນການສ້າງຂະບວນການຊົມເຊີຍກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ແລະ ການຂໍານັບຮັບຕອນວັນຊາດທີ 2 ທັນວາ ຄອບຮອບ 44 ປີທີ່ຈະມາເຖິງນີ້.

ງານຕະຫຼາດນັດດັ່ງກ່ວຈັດໂດຍກົມສົ່ງເສີມການຄ້າກະຊວງອຸດສາຫະກໍາ ແລະ ການຄ້າ (ຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ) ເວົ້າລວມເວົ້າສະເພາະໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພາກທຸລະກິດທົ່ວສັງຄົມໃຫ້ຫັນມານິຍົມ ແລະ ຊົມໃຊ້ສິນຄ້າທີ່ຜະລິດໄດ້ຢູ່ພາຍໃນຫຼາຍຂຶ້ນ, ສົ່ງເສີມການຜະລິດສິນຄ້າກະສິກໍາໃຫ້ມີບ່ອນຈໍາໜ່າຍ, ສ້າງເງືອນໄຂສະດວກແກ່ຜູ້ຜະລິດ ແລະ ຜູ້ຊື້ໄດ້ພົບປະແລກປ່ຽນຂໍ້ມູນຮ່ວມກັນ ແລະ ກວ້າງຂວາງໃຫ້ມີຂະບວນການຫັນປ່ຽນ, ທັງເປັນການປະກອບສ່ວນກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຄິກຄື້ນ.

ສໍາລັບງານຕະຫຼາດນັດຜະລິດຕະພັນກະສິກໍາລາວ, ໄດ້ເງີນເອົາຜູ້ປະກອບການການຜະລິດສິນຄ້າຈາກ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ແລະ ຄັດເອົາຜູ້ຕ່າງໜ້າການຜະລິດສິນຄ້າກະສິກໍາເຂົ້າຮ່ວມ 6 ຫົວໜ່ວຍຕໍ່ເມືອງ, ເລືອກທຸລະກິດໂອດອບ, ສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າຈາກພໍ່ຄ້າ-ແມ່ຄ້າຄົນກາງ ແລະ ສິນຄ້າຄອບຄົວຕົວແບບ, ສິນຄ້າຂອງບັນດາກຸ່ມຜະລິດຜັກປອດສານພິດຢ່າງລະ 2 ຫົວໜ່ວຍເຂົ້າຮ່ວມ.
    ພາຍໃນງານດັ່ງກ່າວຈະໄດ້ທ່ຽວຊົມ ແລະ ເລືອກຊື້ສິນຄ້າປະເພດພືດຜັກເປັນຕົ້ນ: ແມ່ນຜັກອິນຊີຕະຫຼອດເຖິງສິນຄ້າໂອດອບກໍ່ຄືສິນຄ້າອຸດສາຫະກໍາປຸງແຕ່ງ ແລະ ສິນຄ້າຈາກຄອບຄົວຕົວແບບທີ່ມາຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນນໍາອີກ.
ຂໍ້ມູນຈາກ: ໜັງສືພີມເສດຖະກິດສັງຄົມ ສະບັບທີ 3288, ໜ້າ 1, ວັນທີ 26/11/2019

ການປະກອບສ່ວນ