ກຽມປະກາດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນວັນທີ 13 ກໍລະ ກົດ 2020 ນີ້ ເຊີ່ງກົງກັບວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ສູນອະ ນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ເມືອງຊົນນະບູລີ.
https://lnr.org.la/
https://lnr.org.la/

ວີດີໂອ: https://www.facebook.com/watch/?v=2652706471710614

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຮ່ວມກັບອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນວັນທີ 13 ກໍລະ ກົດ 2020 ນີ້ ເຊີ່ງກົງກັບວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ສູນອະ ນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ເມືອງຊົນນະບູລີ.

https://lnr.org.la/

 

ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ໃຫ້ສໍາພາດໃນວັນທີ 9 ກໍລະກົດນີ້ ວ່າ: ການປະກາດເຂດປ່າໂຄກໂອງ-ມັ່ງ ເຊີ່ງຜ່ານມາເປັນເຂດປ່າສະຫງວນຂອງແຂວງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໃນຄັ້ງນີ້ ແມ່ນຜ່ານການຕົກລົງເຫັນດີຈາກລັດຖະບານ ແລະ ນາຍົກລັດ ຖະມົນຕີໄດ້ອອກດໍາລັດຮັບຮອງເອົາຮຽບຮ້ອຍແລ້ວ. ນີ້ຖືເປັນແຫ່ງທໍາອິດຂອງລາວທີ່ຈະໄດ້ຮັບການປະກາດເປັນເຂດອະນຸລັກສັດປ່າ ເຊີ່ງມີເນື້ອທີ່ທັງໝົດ 130.000 ເຮັກ ຕາ, ກວມເອົາ 5 ເມືອງ ຄື: ເມືອງຊົນນະບູລີ, ທ່າປາງທອງ, ພະລານໄຊ, ສອງຄອນ ແລະ ເມືອງພິນ, ໃນນີ້ ກວມເອົາເນື້ອທີ່ຫລາຍກ່ວາໝູ່ ແມ່ນເມືອງຊົນນະບູລີ.

ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ຕື່ມວ່າ: ເມື່ອກ່ອນຈໍານວນໂອງ-ມັ່ງມີບໍ່ຫລາຍ ແລະ ມີທ່າອ່ຽງຫລຸດລົງ, ກະຊວງກະສິກໍາ ແລະ ປ່າໄມ້ ຈິ່ງຮ່ວມກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອອະນຸລັກໂອງ-ມັ່ງນັບແຕ່ປີ 2002 ຈົນມາຮອດປີ 2016 ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໄດ້ໃຫ້ທຶນຊ່ວຍເຫລືອເພື່ອອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ, ຄຽງຄູ່ກັນນີ້ ໄດ້ສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ກ່ຽວ ຂ້ອງໃນການປົກປັກຮັກສາເຂດປ່າໂຄກທີ່ເປັນຖິ່ນຢູ່ອາໃສຂອງໂອງ-ມັ່ງ ເຮັດໃຫ້ມາຮອດປັດຈຸບັນ ຈໍານວນໂອງ-ມັ່ງ ໄດ້ເພີ່ມຂຶ້ນເປັນເກືອບ 200 ໂຕ. ນອກຈາກນີ້ ໃນເຂດປ່າດັ່ງກ່າວ ຍັງມີນົກ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະ ນິດ, ສັດເລືອຄານ 47 ຊະນິດ, ສັດເຄີ່ງບົກ-ເຄີ່ງນໍ້າ 38 ຊະນິດ ແລະ ປາ 9 ຊະນິດ, ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມມີ 126 ຊະນິດ.

https://lnr.org.la/

 

ຫົວໜ້າກົມປ່າໄມ້ ໃຫ້ຮູ້ອີກວ່າ: ຫລັງຈາກໄດ້ປະກາດເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດແລ້ວ, ກະຊວງກະສິກໍາ ແລະ ປ່າໄມ້ ຈະສືບຕໍ່ຮ່ວມກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອພັດທະນາເຂດປ່າດັ່ງກ່າວນີ້ ໃຫ້ກາຍເປັນເຂດທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ປະຊາຊົນພາຍໃນທ້ອງຖິ່ນ ຕາມທິດທາງນະໂຍບາຍທີ່ລັດຖະບານວາງອອກ ດ້ວຍການຫລຸດຜ່ອນການນໍາໃຊ້ຊັບພະຍາກອນປ່າໄມ້ໃນທາງກົງ ແລະ ຫັນໄປນໍາໃຊ້ຊັບພະຍາກອນປ່າໄມ້ໃນທາງອ້ອມ ເພື່ອຄວາມອຸດົມສົມບູນທາງທໍາມະຊາດ ແລະ ເຮັດໃຫ້ໂອງ-ມັງ ກໍ່ຄື ສັດປ່າຊະນິດຕ່າງຯ ໃນປ່າໂຄກໂອງ-ມັ່ງນັບມື້ເພີ່ມຂຶ້ນເລື້ອຍຯ.

https://lnr.org.la/

ຂ່າວ: Lao National Radio

ພາບ: ໂອງ-ມັ່ງ Eld's Deer

ການປະກອບສ່ວນ