ການລ້ຽງໄກ່ເພື່ອຂາຍໄຂ່ສ້າງລາຍໄດ້ໃຫ້ກັບຄອບຄົວ

ໄຂ່ເປັນໜຶ່ງໃນອາຫານທີ່ຄົນທົ່ວໂລກມັກກິນເປັນປະຈໍາວັນ ແລະ ໄດ້ມິຄອບຄົວຫນຶ່ງໃນລາວເຫັນຊ່ອງທາງແລະໄດ້ເລີ່ມການລ້ຽງໄກ່ເພື່ອຂາຍໄຂ່ ຊຶ່ງສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພວກເຂົາດີຂຶ້ນ.
Egg Business

ນາງ ແກ້ວມະນິ  ຊຶ່ງເປັນຄົນເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ ໄດ້ລ້ຽງໄກ່ເພື່ອຂາຍໄຂ່ໃຫ້ກັບລູກຄ້າທີ່ຢູ່ນະຄອນຫຼວງມາແລ້ວກວ່າ 10 ປີ. ລາວບອກວ່າ ລາວເອງພູມໃຈແລະມິຄວາມສຸກຫຼາຍທີ່ໄດ້ໃຊ້ໂອກາດນີ້ສ້າງລາຍໄດ້ຢ່າງໜ້ອຍ 4-5 ລ້ານກີບຕໍ່ເດືອນໃຫ້ກັບຄອບຄົວ. ໃນຂະນະທີ່ຜົວຂອງລາວຍັງເຮັດວຽກຢູ່ໃນພື້ນທີເພື່ອເພີ່ມລາຍໄດ້ລວມ. ລາວຍັງບອກອີກວ່າໄກ່ໃນຟາມຂອງລາວຜະລິດໄຂ່ໄດ້ 130 ແຕະຕໍ່ມື້ ແລະ ແຕ່ລະແຕະມີໄຂ່ຢູ່ 30 ໜ່ວຍ ຊຶ່ງແຕ່ລະແຕະມີລາຄາຂາຍຢູ່ທີ 18,000 - 20,000ກີບ. ໂຊກດີທີ່ລາວບໍ່ຕ້ອງເຮັດການຕະຫຼາດເພື່ອຂາຍໄຂ່ ເພາະມິແມ່ຄ້າເຂົ້າມາຫາລາວຢູ່ໃນຟາມເພື່ອຊື້ໄຂ່ໂດຍກົງ. ນອກຈາກນັ້ນ, ຂີ້ໄກ່ຍັງສາມາດຂາຍ ເພື່ອເອົາເຮັດໃຫ້ປຸ໋ຍໄດ້ອີກ

ຂ່າວຈາກ: Pathetlao Daily newspaper

ການປະກອບສ່ວນ