ການລ້ຽງສັດ ແລະ ການເຮັດນາຊ່ວຍໃຫ້ຄອບຄົວມີລາຍຮັບທີ່ດີຂຶ້ນ

ຕາມນະໂຍບາຍຂອງພັກ ແລະ ລັດ ໃນການສົ່ງເສີມການລ້ຽງສັດ ແລະ ການປູກພືດໃຫ້ສອດຄ່ອງກັບການຕັດສິນໃຈໃນການສົ່ງເສີມທາງເລືອກຂອງການເຮັດນາ, ຊາວກະສິກອນສາມາດສ້າງລາຍຮັບທີ່ດີຂຶ້ນໃຫ້ກັບຄອບຄົວ. ນະໂຍບາຍດັ່ງກ່າວຍັງມີຈຸດປະສົງເພື່ອພັດທະນາເສດຖະກິດ ແລະ ຍົກລະດັບໃຫ້ປະເທດລາວອອກຈາກ ສະຖານະພາບຂອງປະເທດທີ່ດ້ອຍພັດທະນາ.
Livestock and Rice plantations
Photo by The Permaculture Research Institute

ທ່ານ ລື ອິນທິລັດ ອາຍຸ 50 ປີ, ຢູ່ທີ່ເມືອງທາປາງທອງ, ແຂວງສະຫວັນນະເຂດ ເປັນຫນຶ່ງໃນບັນດາຊາວກະສິກອນທີ່ໂດດເດັ່ນ ແລະ ສາມາດສ້າງລາຍຮັບຈາກການລ້ຽງສັດ ແລະ ການປູກເຂົ້າ. ລາວບອກວ່າ ລາວມີສະມາຊິກໃນຄອບຄົວ 10 ຄົນ ແລະ ສ່ວນຫຼາຍແມ່ນລ້ຽງສັດແລະ ປູກເຂົ້າ ເພ່ື່ອຫາເງິນມາໃຫ້ກັບຄອບຄົວເປັນຫຼັກ.

ໃນປີ 2017 ລາວມີງົວ 40 ໂຕ, ແບ້ 5 ໂຕ ແລະ ນາຢູ່ທີ່ 2.5 ເຮັກຕາ. ເພື່ອຕອບສະຫນອງຜົນຜະລິດໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ ເຮັດໃຫ້ປະຈຸບັນ ລາວມີງົວ 75 ໂຕ ແລະ ຂາຍອອກໄດ້ 10-12 ໂຕຕໍ່ປີ ເຮັດໃຫ້ລາວມີລາຍຮັບຈາກການຂາຍງົວຢູ່ທີ່ 28,000,000-32,000,000 ກີບ. ລາວຍັງມີແບ້ອີກ 25 ໂຕ, ສາມາດຂາຍໄດ້ 6-8 ໂຕຕໍ່ປິ ແລະ ລາຍຮັບຈາກການຂາຍແບ້ຢູ່ທີ 3,000,000 – 5,000,000 ກີບ.

ປະຈຸບັນ ມີນາຢູ່ 4 ເຮັກຕາ ແລະ ສາມາດຜະລິດເຂົ້າໄດ້ 12 ໂຕນໃນຊ່ວງລະດູຝົນ ແລະ ສ້າງລາຍຮັບຈາກການຂາຍເຂົ້າໄດ້ຫຼາຍກວ່າ 5,000,000 ກີບ. ເພື່ອພັດທະນາພາກສ່ວນກະສິກໍາຂອງລາວເອງ, ລາວຍັງໄດ້ເຮັດຫນອງປາໄວ້ 2 ແຫ່ງ ເພື່ອຂາຍປາ ແລະ ລາຍໄດ້ທັງໝົດທີ່ໄດ້ຮັບຈາກກິດຈະກຳເຫຼົ່ານີ້ຍັງສາມາດດູແລຄອບຄົວ ລວມທັງຍັງສາມາດສົ່ງຫລານເຂົ້າໂຮງຮຽນ ໄດ້ອີກດ້ວຍ.

ຂໍ້ມູຂ່າວຈາກ: Socio-Economic Daily Newspaper & Vientiane Time

ການປະກອບສ່ວນ