ກອບນິຕິກໍາທີ່ເຂັ້ມແຂງ ຈະເພີ່ມທະວີການປົກປັກຮັກສາພູມີທັດຊີວະນາໆພັນອັນອຸດົມສົມບູນຂອງ ສປປ ລາວ ໃຫ້ແກ່ຄົນ ແລະ ທຳມະຊາດ

ນະຄອນຫຼວງວຽງຈັນ, 18 ພຶດສະພາ 2022 – ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດໃນວັນທີ 18 ພຶດສະພາ 2022 ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການປົກປັກຮັກສາປ່າສະຫງວນແຫ່ງຊາດ ໂດຍການຜ່ານຮ່າງ ດໍາລັດວ່າດ້ວຍປ່າສະຫງວນ ສະບັບປັບປຸງ.
phakhaolao.la
ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ໃນຂະນະທີ່ ສປປ ລາວ ພວມສືບຕໍ່ສູ້ຊົນກ້າວໄປສູ່ການເປັນປະເທດທີ່ມີລາຍຮັບປານກາງ ແລະ ຟື້ນ​ຟູ​ເສດຖະກິດ​ຈາກ​ການລະບາດຂອງເຊື້ອພະຍາດ COVID-19, ລັດຖະບານລາວໄດ້ຮັບຮູ້ເຖິງຄວາມສຳຄັນຂອງການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະ ການອະນຸລັກເຂດຊີວະນາໆພັນທີ່ສຳຄັນຂອງປະເທດ ເພື່ອຕ້ານໄພຂົ່ມຂູ່ຕ່າງໆທີ່ເກີດຈາກການພັດທະນາເສດຖະກິດຢ່າງວ່ອງໄວ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ດຳລັດວ່າດ້ວຍປ່າສະຫງວນໄດ້ຖືກປັບປຸງ ໂດຍອີງໃສ່ ກົດໝາຍວ່າດ້ວຍປ່າໄມ້ ທີ່ຖືກປະກາດໃຊ້ໃນປີ 2019 ແລະ ບູລິມະສິດຕ່າງໆທາງດ້ານການເຕີບໂຕແບບສີຂຽວ ແລະ ຍືນຍົງແຫ່ງຊາດ ແລະ ບັນດາຄຳໝາຍໝັ້ນຕໍ່ສາກົນ. ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ໄດ້ຍ້ອງຍໍຊົມເຊີຍການປະກອບສ່ວນຂອງທຸກພາກສ່ວນທີ່ມີສ່ວນຮ່ວມໃນຂະບວນການພັດທະນາຮ່າງດຳລັດດັ່ງກ່າວ ເນື່ອງຈາກເນື້ອຫາແມ່ນມີຄວາມຊັບຊ້ອນ ແລະ ລະອຽດອ່ອນຫຼາຍ ແລະ ຍັງໄດ້ເຊື່ອມໂຍງເຂົ້າກັບຫຼາຍຂະແໜງການ - ບໍ່ພຽງແຕ່ຂະແໜງປ່າໄມ້ເທົ່ານັ້ນ - ເຊິ່ງໝາຍຄວາມວ່າ ໄດ້ມີການພິຈາລະນາບັນດາດໍາລັດ, ກົດໝາຍ ແລະ ລະບຽບການຕ່າງໆທີ່ຫຼາກຫຼາຍຢ່າງຮອບຄອບ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ຜົນປະໂຫຍດສູງສຸດຂອງປະເທດຊາດ.

ທ່ານ ຊູຊາດ ໄຊຍະກຸມມານ ຍັງຮັບຮູ້ວ່າ ຮ່າງດຳລັດສະບັບສຸດທ້າຍ ໄດ້ພິຈາລະນາເອົາເອກະລັກ ແລະ ລັກສະນະສະເພາະຂອງປະເທດ, ພ້ອມທັງຮັບປະກັນການວາງແຜນການຄຸ້ມຄອງປ່າສະຫງວນໃຫ້ສອດຄ່ອງກັບມາດຕະຖານສາກົນຕ່າງໆ. ການອະນຸມັດດຳລັດວ່າດ້ວຍປ່າສະຫງວນ ຄາດວ່າຈະຖືກຮັບຮອງເອົາໃນເດືອນ ສິງຫາ ປີ 2022. ດໍາລັດດັ່ງກ່າວ ຈະຮັບປະກັນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງຊີວະນາໆພັນໃນໄລຍະຍາວ ໂດຍຜ່ານວິທີການຄຸ້ມຄອງພູມີທັດແບບປະສົມປະສານ. ວິທີການນີ້ສະໜອງການວາງແຜນ ແລະ ການປະສານງານທີ່ດີກວ່າເກົ່າໃນທົ່ວຂະແໜງການ ແລະ ຊຸມຊົນເປົ້າໝາຍ. ນອກນັ້ນ, ຍັງແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການຄຸ້ມຄອງປ່າສະຫງວນ ດ້ວຍການປັບປຸງພາລະບົດບາດ, ສິດ ແລະ ພັນທະຕ່າງໆຂອງບັນດາບ້ານອະນຸລັກປ່າສະຫງວນໃຫ້ຈະແຈ້ງຂຶ້ນ, ພ້ອມທັງສົ່ງເສີມການຮ່ວມມືກັບພາກສ່ວນຕ່າງໆ ເພື່ອສະໜອງທຶນແບບຍືນຍົງໃຫ້ແກ່ເຄືອຄ່າຍປ່າສະຫງວນໃນ ສປປ ລາວ.

ການທົບທວນດຳລັດດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນພາຍໃຕ້ການຮ່ວມມືທີ່ສ້າງຂຶ້ນລະຫວ່າງ ສະຫະພາບເອີຣົບ (EU), ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ແລະ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໃນຄວາມພະຍາຍາມຮ່ວມກັນເພື່ອປົກປ້ອງຊີວະນາໆພັນທີ່ເປັນເອກະລັກຂອງປະເທດ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ. ໂຄງການ ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL) ເປັນໂຄງການທີ່ມີໄລຍະເວລາ 4 ປີ ທີ່ນໍາໃຊ້ວິທີການຄຸ້ມຄອງພູມີທັດແບບປະສົມປະສານ ແລະ ຕົວແບບການເຕີບໂຕສີຂຽວ ເພື່ອສະໜັບສະໜູນການປັບປຸງກອບນິຕິກໍາຕ່າງໆ ເພື່ອຮັບປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງປ່າໄມ້ ແລະ ຊີວະນາໆພັນຂອງ ສປປ ລາວ ພ້ອມທັງ ຊ່ວຍເຫຼືອຊຸມຊົນຊົນນະບົດໃນການຄຸ້ມຄອງຊັບພະຍາກອນທຳມະຊາດຂອງພວກເຂົາຢ່າງຍືນຍົງ. ໂຄງການດັ່ງກ່າວ ສົ່ງເສີມຕົວແບບການຄຸ້ມຄອງຮ່ວມກັນໂດຍທີ່ຊຸມຊົນ ແລະ ລັດຖະບານທ້ອງຖິ່ນມີສິດສຽງ ແລະ ຜົນປະໂຫຍດເພີ່ມຂຶ້ນ ແລະ ພາກເອກະຊົນຈະມີສ່ວນຮ່ວມໃນການດໍາເນີນທຸລະກິດແບບຍືນຍົງ. ໂຄງການດັ່ງກ່າວກວມເອົາ 3 ພື້ນທີ່ອຸດົມສົມບູນທາງດ້ານຊີວະນາໆພັນໃນ ສປປ ລາວ ລວມມີ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ພູມີທັດປ່າສະຫງວນແຂວງບໍລິຄໍາໄຊ ແລະ ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ.

ສປປ ລາວ ເປັນທີ່ຮູ້ຈັກດີທາງດ້ານຊີວະນາໆພັນທີ່ເປັນເອກະລັກ ແລະ ອຸດົມສົມບູນ. ປະເທດລາວເປັນຖິ່ນທີ່ຢູ່ອາໄສຂອງຊະນິດພັນສະເພາະຖິ່ນ ແລະ ທີ່ໃກ້ສູນພັນ ເຊັ່ນ: ເສືອລາຍເມກ (Pardofelis nebulosa), ເສົາຫຼາ (Pseudoryx nghetinhensis) ແລະ ແຂ້ນໍ້າຈືດ (Crocodylus siamensis). ປັດຈຸບັນ, ສປປ ລາວ ມີອຸທິຍານແຫ່ງຊາດທັງໝົດ 6 ແຫ່ງ ເພື່ອອະນຸລັກຊີວະນາໆພັນ ແລະ ຖິ່ນທີ່ຢູ່ອາໄສທໍາມະຊາດທີ່ສຳຄັນ, ຮັກສາຄວາມສົມດູນຂອງລະບົບນິເວດ ແລະ ສ້າງຄວາມທົນທານຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ.

ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ສຸດ​ທ້າຍນີ້ ​ມີຕາງໜ້າຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ​ທັງຂັ້ນສູນກາງ ​ແລະ ​ແຂວງ ​ເຊັ່ນ: ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ການທ່ອງທ່ຽວ ​ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ພ້ອມນັ້ນ ກໍມີ ຕົວແທນຈາກສະຖາບັນການສຶກສາ, ພາກເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມພັດທະນາສາກົນ ແລະ ຜູ້ໃຫ້ທຶນ ກໍໄດ້ເຂົ້າຮ່ວມ ແລະ ປະກອບສ່ວນທາງດ້ານຄວາມຮູ້ ແລະ ຄວາມສາມາດເຂົ້າໃນຮ່າງດໍາລັດສະບັບນີ້.

ການປະກອບສ່ວນ