ໝາກມ່ວງຫິມມະພານ/ Cashew nut tree

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Anacardium occidentale L / Anacardiaceae
ຊື່ພ້ອງ
Acajuba occidentalis (L.) Gaertn.
Anacardium microcarpum Ducke
Anacardium occidentale var. americanum Jacq.
Anacardium occidentale var. gardneri Engl.
Cassuvium pomiferum Lam.
Cassuvium reniforme Blanco
Cassuvium solitarium Stokes
ຊື່ອື່ນ
Thai: ມະມ່ວງຫິມະພານ
Eng: Cashew nut tree, Cashew
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຢູ່ໃນກຸ່ມດຽວກັບຕົ້ນມ່ວງ, ມີຂະໜາດສູງເຖິງ 12 ມ, ເປືອກລຽບມີສີນ້ໍາຕານ. ໃບດ່ຽວ ມີລັກສະນະແບບຮູບໄຂ່, ຄວາມຍາວ 4-22 ຊມ ແລະ ກວ້າງ 2-15 ຊມ. ດອກຈະອອກເປັນຊໍ່ກະຈາຍ, ຕອນທໍາອິດດອກຈະເປັນຂຽວອ່ອນມີແຖບສີແດງແລ້ວຈະເລີ່ມປ່ຽນເປັນສີແດງ, ດອກແຍກເພດຮ່ວມຕົ້ນ. ໝາກມີລັກສະນະຄືຮູບໄຂ່ ຫຼື ລູກແພ, ຊື່ງຈະເລີນເຕີບໂຕຈາກຖານດອກຂຶ້ນມາ, ເມື່ອເວລາສຸກຈະມີສີເຫຼືອງ ຫຼື ສົ້ມແດງ, ຍາວ 5-11 ຊມ. ໝາກແທ້ຂອງໝາກມ່ວງຫິມມະພານແມ່ນແກ່ນ ມີລັກສະນະຄືໄຕ ຫຼື ນວມ, ງອກອອກຈາກປາຍໝາກທຽມ, ກ້ານດອກຈະຂະຫຍາຍອອກຈາກໝາກທຽມພາຍໃນຜົນແທ້ນັ້ນເປັນເມັດດຽວ.

ບັນຍາຍການນຳໃຊ້

ໝາກມ່ວງຫິມມະພານສາມາດຮັບປະທານໄດ້, ໝາກມີລົດສົ້ມ ສາມາດຮັບປະທານໄດ້ທັງດິບ ແລະ ສຸກ, ແຕ່ສ່ວນໃຫຍ່ຈະນິຍົມຮັບປະທານເມັດ. ເມັດຂອງໝາກມ່ວງຫິມມະພານ ນັບວ່າເປັນສ່ວນປະກອບຂອງອາຫານຫຼາຍຊະນິດໃນອາຊີ, ອາດຈະປົ່ນໃຫ້ລະອຽວເປັນເນີຍເມັດໝາກມ່ວງສໍາຫຼັບໄວ້ທາເຂົ້າຈີ່ແບບເນີຍຖົ່ວ. ໝາກມ່ວງຫິມມະພານມີປະໂຫຍດຫຼາຍ, ຊ່ວຍເພີ່ມພະລັງງານໃຫ້ແກ່ຮ່າງກາຍໄດ້ຢ່າງດີ, ເມັດຂອງໝາກມ່ວງຫິມມະພານຊ່ວຍໃນການຮັກສາຮູບຮ່າງໃຫ້ສົມສ່ວນໄດ້ ເພາະມີເສັ້ນໃຍສູງຊ່ວຍໃນການຍ່ອຍໄດ້ຢ່າງດີ, ຢາງຈາກຕົ້ນໃຊ້ທາເຮືອນເພື່ອປ້ອງກັນປວກ ແລະ ອື່ນໆ. ນອກນີ້ຍັງໝາກມ່ວງຫິມມະພານຍັງມີສັບພະຄຸນເປັນຢາເຊັ່ນ: ຮາກມີສັບພະຄູນເປັນຢາແກ້ຖອກທ້ອງ ແລະ ເປັນຢາສະມານ, ແກ່ນມີສັບພະຄຸນຊ່ວຍຫຼຸດຄວາມສ່ຽງການເກິດພະຍາດຫົວໃຈ ແລະ ຫຼອດເລືອດ, ຢາງຈາກຕົ້ນຊ່ວຍແກ້ອາການເລືອດອອກຕາມແຂ້ວ...

ການປະກອບສ່ວນ