7 ອາຫານຊ່ວຍໃຫ້ຜົມຍາວໄວຂຶ້ນ

Sakhone INTHAVONG
ຢາກໃຫ້ຜົມຍາວໄວ ແລະ ຜົມດົກ 7 ອາຫານນີ້ຊ່ວຍໄດ້
ຊີວະນາໆພັນກະສິກຳ
https://prayod.com

ການມີຜົມທີ່ສວຍງາມ ແລະ ດົກໜາຄົງຈະເປັນຄວາມປາຖະໜາຂອງຫຼາຍຄົນ ການຮັກສາບຳລຸງຜົມຈຶ່ງເປັນສິ່ງສຳຄັນ ແລະ ສາມາດເຮັດໄດ້ດ້ວຍຫຼາຍວິທີ ນັບທັງການໃຊ້ສະໝຸນໄພຕ່າງໆ ຫຼື ການຮັກສາຜົມດ້ວຍການໃຊ້ຜະລິດຕະພັນຕ່າງໆ ແລະ ທີ່ສໍາຄັນແມ່ນການກິນອາຫານກໍເປັນປັດໃຈໜຶ່ງໃນການຊ່ວຍບຳລຸງຜົມໃຫ້ສວຍງາມ ແລະ ດົກໜາ ດັ່ງນັ້ນເຮົາມາເບິ່ງວ່າມີອາຫານປະເພດໃດແດ່?

ໄຂ່

ການກິນໄຂ່ໂດຍສະພາະແມ່ນໄຂ່ແດງແມ່ນມີສານອາຫານທີ່ຈຳເປັນສຳລັບເສັ້ນຜົມ ເປັນຕົ້ນແມ່ນໂປຣຕິນ ແລະ ໄບໂອດິນ ດັ່ງນັ້ນຈຶ່ງເຫັນວ່າມີຜະລິດຕະພັນບາງຊະນິດຈະມີສ່ວນປະສົມຂອງໄຂ່ແດງ ນອກຈາກຈະຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງແລ້ວ ຍັງສາມາດຊ່ວຍບຳລຸງຮາກຜົມ ແລະ ຫຼຸດການລົ່ນຂອງຜົມໄດ້ອີກດ້ວຍ.

https://www.edtguide.com/health/441033/%E0%B8%A5%E0%B8%94%E0%B8%88%E0%B8%A3%E0%B8%B4%E0%B8%87-%E0%B8%A5%E0%B8%94%E0%B8%99%E0%B9%89%E0%B8%B3%E0%B8%AB%E0%B8%99%E0%B8%B1%E0%B8%81%E0%B8%94%E0%B9%89%E0%B8%A7%E0%B8%A2-%E0%B8%99%E0%B8%A1%E0%B8%81%E0%B8%B1%E0%B8%9A-%E0%B9%84%E0%B8%82%E0%B9%88%E0%B8%95%E0%B9%89%E0%B8%A1-3-%E0%B8%A7%E0%B8%B1%E0%B8%99-3-%E0%B8%81%E0%B8%B4%E0%B9%82%E0%B8%A5-%E0%B8%AA%E0%B8%B9%E0%B8%95%E0%B8%A3%E0%B9%80%E0%B8%A3%E0%B8%B2%E0%B9%80%E0%B8%AD%E0%B8%87%E0%B8%99%E0%B9%88%E0%B8%B0 ເຄ

ນ້ຳເຕົ້າຫູ້

ໃນນ້ຳເຕົ້າຫູ້ນັ້ນມີສານໄອໂຊຟາໂວນ ທີ່ສາມາດກະຕຸ້ນໃຫ້ເສັ້ນຜົມຍາວໄວຂຶ້ນ ນອກຈາກນັ້ນຍັງຊ່ວຍປັບຄວາມສົມດຸນການເກີດໄຂມັນໃນຮ່າງກາຍ.

https://www.pobpad.com/%E0%B8%99%E0%B9%89%E0%B8%B3%E0%B9%80%E0%B8%95%E0%B9%89%E0%B8%B2%E0%B8%AB%E0%B8%B9%E0%B9%89-%E0%B8%A1%E0%B8%B5%E0%B8%9B%E0%B8%A3%E0%B8%B0%E0%B9%82%E0%B8%A2%E0%B8%8A%E0%B8%99%E0%B9%8C%E0%B8%88%E0%B8%A3

ໝາກຄາຍ

ໝາກຄາຍມີສານໄບໂອດິນເຊັ່ນກັນໃນການຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ ແລະ ຊ່ວຍຮັກສາເສັ້ນຜົມບໍ່ໃຫ້ຫຼົ່ນໄດ້ງ່າຍ. ນອກຈາກນັ້ນຍັງຊ່ວຍໃຫ້ຜົມຍາວໄວຂຶ້ນ.

https://www.indiamart.com/proddetail/peach-prunus-persica-liquid-extract-20493940412.html

ຫົວກາລົດ

ໃນຫົວກາລົດມີສານອາຫານທີ່ມີປະໂຫຍດຕ່າງໆເຊັ່ນ ເບຕ້າແຄໂຣທິນ, ວິຕາມິນຊີ, ວິຕາມິນອີ ແລະ ແຄລຊ່ຽມ, ໂພແທສຊ່ຽມ, ຟອສຟໍຣັສ, ທາດເຫຼັກ ສານອາຫານເຫຼົ່ານີ້ລ້ວນເປັນສານສຳຄັນທີ່ເຮັດໃຫ້ເສັ້ນຜົມແຂງແຮງ, ຊ່ວຍຫຼຸດຜ່ອນການແຕກປາຍຂອງເສັ້ນຜົມ.

 

https://shopee.co.th/blog/carrot-health-benefits/

ແກ່ນໝາກອຶ

ໃນແກ່ນໝາກອຶມີສານອາຫານທີ່ຈຳເປັນຕໍ່ເສັ້ນຜົມ ທີ່ສາມາດຊ່ວຍຫຼຸດຜ່ອນການຫຼົ່ນຂອງເສັ້ນຜົມ.

 

https://prayod.com/%E0%B9%80%E0%B8%A1%E0%B8%A5%E0%B9%87%E0%B8%94%E0%B8%9F%E0%B8%B1%E0%B8%81%E0%B8%97%E0%B8%AD%E0%B8%87-pumpkin-seed/

 

ໝາກຫຸ່ງ

ໃນໝາກຫຸ່ງກໍຄືກັບຫົວກາລົດທີ່ມີເບຕ້າແຄໂຣທິນຫຼາຍ ເຊິ່ງຊ່ວຍໃຫ້ເສັ້ນຜົມສວາຍງາມ, ຫຼຸດຜ່ອນການຫຼົ່ນ ນອກຈາກຈະຊ່ວຍບຳລຸງເສັ້ນຜົມແລ້ວຍັງຊ່ວຍບຳລຸງຜິວພັນໃຫ້ຂາວໃສຂຶ້ນ  ທີ່ສຳຄັນຍັງເພີ່ມພູມຄຸ້ມກັນແກ່ຮ່າງກາຍອີກດ້ວຍ.

https://www.sanook.com/women/59039/

 

ກະລ່ຳດອກ

ກະລ່ຳດອກເປັນພືດທີ່ມີວິຕາມິນຊີ ແລະ ໂປຣຕິນສູງ ເຊິ່ງເປັນສານອາຫານທີ່ສຳຄັນຂອງເສັ້ນຜົມ ເພາະໃນເສັ້ນຜົມນັ້ນມີສ່ວນປະກອບຂອງໂປຣຕິນຫຼາຍ ດັ່ງນັ້ນເມື່ອຮ່າງກາຍໄດ້ຮັບໂປຣຕິນພຽງພໍຈຶ່ງສົ່ງຜົນໃຫ້ເສັ້ນຜົມແຂງແຮງ ແລະ ຊ່ວຍກະຕຸ້ນໃຫ້ຜົມຍາວໄວ.

https://www.youtube.com/watch?v=WYhMv0U4FxY

 

ທີ່ມາ:https://women.trueid.net

ການປະກອບສ່ວນ