ວິທີເກັບກູ້ສະໝຸນໄພໃຫ້ໄດ້ຄຸນນະພາບຫຼາຍຂຶ້ນ

Sakhone INTHAVONG
ເຮັດແນວໃດສະໝຸນໄພຈຶ່ງຈະມີຄຸນນະພາບຫຼາຍຂຶ້ນ
ແນະນຳວິທີເຮັດ
່JPEG
phakhaolao.la

ຢາສະໜຸນໄພເປັນສ່ວນປະກອບທີ່ໄດ້ຈາກພືດລວມທັງແຮ່ທາດຕ່າງໆ, ຕົວຢາທີ່ມີຢູ່ໃນສະໝຸນໄພເຫຼົ່ານັ້ນຈະມີຄຸນນະພາບຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບປັດໄຈຫຼາຍຢ່າງ, ແຕ່ສິ່ງສຳຄັນຄື ຊ່ວງເວລາທີ່ເກັບກູ້ເພາະຊ່ວງເວລາທີ່ເໝາະສົມຈະສົ່ງຜົນດີຕໍ່ກັບປະສິດທິພາບຂອງຢາໄດ້ດີ.

ນອກຈາກນີ້ຍັງຕ້ອງໄດ້ຄຳນຶງເຖິງວິທີການເກັບກູ້ອີກດ້ວຍ ໂດຍສະເພາະການເກັບກູ້ພາກສ່ວນຕ່າງໆຂອງພືດ ຫຼື ສະໝຸນໄພເຊັ່ນ: ຮາກ, ໃບ ຫຼື ດອກ, ເພາະການຄຳນຶງເຖິງປະລິມານຂອງສະມຸນໄພຢ່າງຖືກຕ້ອງເປັນສິ່ງສຳຄັນ ແລະ ຈຳເປັນ, ຖ້າຫາກເກັບບໍ່ຖືກຈຸດ ຫຼື ບໍ່ຖືກພາກສ່ວນ ສະມຸນໄພທີ່ນຳມາປຸງຢານັ້ນກໍບໍ່ມີຄວາມໝາຍ ຫຼື ອາດເຮັດໃຫ້ຕົວຢາທີ່ຖືກປຸງແຕ່ງບໍ່ມີປະສິດທິພາບ

ຫຼັກການທົ່ວໄປໃນການເກັບສ່ວນທີ່ໃຊ້ເປັນຢາສະໝຸນໄພມີດັ່ງນີ້:

ສະໝຸນໄພທີ່ໃຊ້ສ່ວນຮາກ ຫຼື ຫົວເປັນຢາ: ຄວນເກັບໃນຊ່ວງທີ່ພືດຢຸດການຈະເລີນເຕີບໂຕ, ເມື່ອສ່ວນຂອງໃບ ແລະ ດອກຫຼົ່ນໝົດແລ້ວ ຫຼື ຈະເກັບໃນຊ່ວງຕົ້ນລະດູໜາວເຖິງປາຍລະດູຮ້ອນ ເພາະວ່າໃນຊ່ວງນີ້ຮາກ ແລະ ຫົວຈະມີການສະສົມປະລິມານຂອງຕົວຢາຂ້ອນຂ້າງສູງ (ຄວນໃຊ້ວິທີຂຸດຢ່າງລະມັດລະວັງ ເພື່ອຮັບປະກັນໃຫ້ໄດ້ສ່ວນທີ່ເປັນຢາຫຼາຍທີ່ສຸດ)

ປະເພດໃບ ຫຼື ທັງຕົ້ນ: ຄວນເກັບໃນຊ່ວງທີ່ພືດກຳລັງເຕີບໂຕໄດ້ເຕັມທີ່ ຫຼື ບາງຊະນິດອາດຈະຕ້ອງລະບຸຊ່ວງເວລາການເກັບຊັດເຈນ ເຊັ່ນ: ການເກັບໃບທີ່ບໍ່ແກ່ ແລະ ບໍ່ອ່ອນຈົນເກີນໄປ ຫຼື ຄວນເກັບໃນຊ່ວງດອກຈູມເລີ່ມບານ ຫຼື  ຊ່ວງທີ່ດອກບານເປັນຕົ້ນ, ເນື່ອງຈາກ ໃນຊ່ວງນີ້ໃບຂອງພືດ ຫຼື ສະໝຸນໄພຈະມີການເກັບສະສົມປະສິພາບທາງການຢາຫຼາຍທີ່ສຸດ ເຊິ່ງຈະໃຊ້ວິທີການເດັດ ເຊັ່ນ: ໃບກະເພົາ ແລະ ຟ້າທະລາຍໂຈນເປັນຕົ້ນ.

ປະເພດໃຊ້ເປືອກຕົ້ນ ແລະ ເປືອກຮາກ: ການເກັບເປືອກຕົ້ນສ່ວນຫຼາຍຈະເກັບໃນຊ່ວງລະດູຮ້ອນ ເພາະປະລິມານຢາໃນພືດຈະສູງ ແລະ ເພື່ອຄວາມສະດວກເວລາເກັບກູ້ (ສຳລັບການລອກເປືອກຕົ້ນນັ້ນຫ້າມລອກອອກໝົດຮອບຕົ້ນເດັດຂາດ ເພາະມັນຈະສົ່ງຜົນກະທົບຕໍ່ການລຳລຽງອາຫານຂອງພືດອາດເຮັດໃຫ້ພືດຕາຍໄດ້), ທາງທີ່ດີຄວນເລືອກລອກຈາກກິ່ງນ້ອຍຂອງພືດຈະດີກວ່າ ຫຼື ຈະໃຊ້ວິທີລອກໃນລັກສະນະເຄິ່ງວົງມົນກໍໄດ້, ແຕ່ສຳລັບເປືອກຂອງຮາກແນະນຳໃຫ້ລອກໃນຊ່ວງຕົ້ນລະດູຝົນຈະເໝາະສົມທີ່ສຸດ ເນື່ອງຈາກການລອກເປືອກຂອງລຳຕົ້ນ ແລະ ຮາກຈະສ້າງຜົນເສຍຕໍ່ການຈະເລີນເຕີບໂຕຂອງພືດ, ສະນັ້ນຄວນເອົາໃຈໃສ່ຕໍ່ການເກັບດ້ວຍວິທີນີ້ເປັນພິເສດ.

ປະເພດໃຊ້ດອກ : ການເກັບກູ້ສະໝຸນໄພປະເພດໃຫ້ດອກ ສາມາດເກັບກູ້ໄດ້ເມື່ອດອກເລີ່ມບານ ແຕ່ມີພືດບາງຊະນິດທີ່ເໝາະແກ່ການເກັບໃນຊ່ວງດອກຈູມ.

ປະເພດໃຊ້ໝາກ ແລະ ແກ່ນ: ປົກກະຕິແລ້ວຜູ້ຄົນນິຍົມເກັບສະໝຸນໄພພາກສ່ວນໝາກ ໃນຊ່ວງທີ່ໝາກແກ່ ຫຼື ສຸກ ເຊັ່ນ: ໝາກແຄ້ງຕົ້ນ, ໝາກແຄ້ງເຄືອ ແລະ ເມັດໝາກອຶເປັນຕົ້ນ, ແຕ່ຍັງມີບາງປະເພດທີ່ເກັບໝາກອ່ອນເຊັ່ນ: ໝາກສິດາໝາກສີດາອ່ອນມີປະສິທິພາບທາງການຢາ ຊ່ວຍແກ້ອາການຖອກທ້ອງ.

ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ຊ່ວງເວລາ ແລະ ວິທີການເກັບກູ້ສະໝຸນໄພນັ້ນມີສ່ວນສຳຄັນ ທີ່ຈະຊ່ວຍເຮັດໃຫ້ສະໝຸນໄພມີຄຸນນະພາບ, ສາມາດໃຊ້ເປັນຢາຮັກສາພະຍາດໄດ້ດີ. ແຕ່ນອກຈາກວິທີການເກັບກູ້ແລ້ວ ຍັງຕ້ອງໄດ້ຄຳນຶງເຖິງອີກຫຼາຍປັດໄຈ ບໍວ່າຈະເປັນພື້ນທີ່ໃນການປູກ, ສະພາບແວດລ້ອມໃນການຈະເລີນເຕີບໂຕ ແລະ ຂັ້ນຕອນການເກັບຮັກສາສະມຸນໄພຫຼັງຈາກເກັບກູ້ ເພາະສິ່ງດັ່ງກ່າວລ້ວນແລ້ວແຕ່ມີຜົນຕໍ່ຄຸນນະພາບຂອງສະມຸນໄພທັງນັ້ນ

ທີ່ມາ:ການເກັບກູ້ສະໝຸນໄພໃນສ່ວນທີ່ເປັນຢາ

ການປະກອບສ່ວນ