ພືດສະໝຸນໄພບຳລຸງ ແລະ ຮັກສາປອດ

Andy Souvanphakdy
ເອົາໃຈໃສ່ບັນຫາສຸຂະພາບ ຮັບປະທານອາຫານ ແລະ ພືດຜັກສະໝຸນໄພທີ່ເປັນປະໂຫຍດ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ດັ່ງທີ່ຫຼາຍຄົນໄດ້ຮັບຮູ້ ແລະ ເຫັນກັນແລ້ວວ່າ ໃນຂະນະນີ້ຫຼາຍໆປະເທດທົ່ວໂລກກຳລັງປະເຊີນກັບບັນຫາການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ Covid-19 ດັ່ງນັ້ນເຮົາຕ້ອງໄດ້ດູແລເອົາໃຈຕົນເອງໃຫ້ດີ ປະຕິບັດຕາມຄຳແນະນຳ ແລະ ການແຈ້ງເຕືອນຂອງສາທາລະນະສຸກ. ນອກຈາກການໃສ່ຜ້າປິດປາກ ແລະ ໝັ້ນລ້າງມືໃຫ້ສະອາດເປັນປະຈຳແລ້ວ ເລື່ອງການຮັບປະທານອາຫານກໍ່ເປັນສິ່ງສຳຄັນ ຄວນເລືອກຮັບປະທານອາຫານທີດີ ຊ່ວຍບຳລຸງຮ່າງກາຍ ໂດຍສະເພາະປອດຂອງເຮົາໃຫ້ແຂງແຮງ ເພື່ອສ້າງພູມຄຸ້ມກັນຕ້ານພະຍາດອັນຮ້າຍແຮງທີ່ອາດຈະເກີດຂຶ້ນ.

ພືດສະໝຸນໄພທີ່ວ່ານັ້ນມີຫຍັງແດ່ ເຮົາມາເບິ່ງ ແລະ ເລືອກຮັບທານກັນເລີຍ:

  • ໝາກນາວ ຫຼຸດຜ່ອນອາການໄອ ທີ່ອາດເປັນສາເຫດກໍ່ໃຫ້ເກີດປອດອັກເສບ ນຳໝາກສົດຄັ້ນເອົານໍ້າໃສ່ເກືອ ໜ້ອຍໜຶ່ງ ຫຼື ປະສົມນໍ້າເຜິ້ງ 1/3 ຫຼື ຈະນຳມາຝານບາງໆຈໍ້າເກືອຊ່ວຍແກ້ໄອ,ນຳໃບໝາກນາວປາດເປັນຕ່ອນນ້ອຍໆແຊ່ນໍ້າຮ້ອນດື່ມແບບນໍ້າຊາ ຊ່ວຍແກ້ໄຂ້ ແລະ ຂ້າເຊື້ອພະຍາດໃນລຳຄໍໄດ້ດີ.
  • ຂີງ ບັນເທົາອາການໄອ ແລະ ຄັນຄໍ, ຫົວສົດປະມານ 5 ກຣາມ, ຝົນໃສ່ກັບນໍ້າໝາກພ້າວ ດື່ມຈິບເທື່ອລະໜ້ອຍ.
  • ຜັກທຽມ ບຳລຸງປອດ ຮັກສາພະຍາດວັນນະໂລກປອດ, ແກ້ຄໍອັກເສບ ແລະ ເຮັດໃຫ້ເລືອດໄຫຼວຽນໄດ້ດີ
  • ປອມຜັກຫວານ ມີຄຸນນະສົມບັດຄວບຄຸມສາມລະບົບພາຍໃນຮ່າງກາຍເຊັ່ນ: ມ້າມ, ປອດ ແລະ ໝາກໄຂ່ຫລັງ, ນໍ້າມັນຫອມລະເຫີຍຈາກຫົວປອມຫວານສາມາດປັບສະພາບປອດໃຫ້ມີຄວາມສົມດຸນ.
  • ໝາກເຜັດຂີ້ໜູ ມີວິຕາມີນຊີ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ແລະ ຍັງມີສານເບຕ້າແຄໂລທີນຊ່ວຍຫຼຸດອັດຕາສ່ຽງຂອງການເກີດພະຍາດມະເຮັງປອດ ແລະ ມະເຮັງໃນຊ່ອງປາກ, ຊ່ວຍຫຼຸດອັດຕາການກາຍພັນຂອງຈຸລັງ ແລະ ຊ່ວຍທຳລາຍຈຸລັງມະເຮັງ.
  • ຜັກບ້ວງ ໝາກສຸກໃຊ້ບຳລຸງປອດ, ແກ້ອາການຫາຍໃຈຝືດ ແລະ ປົວອາການອ່ອນເພຍ, ຮາກສົດ ຫຼື ຮາກຕາກແຫ້ງປະສົມກັບນ້ຳດື່ມເປັນຊາຈະຊ່ວຍໃຫ້ສົດຊື່ນ, ຊ່ວຍແກ້ໄຂ້ ແລະ ໄຂ້ຈັບສັ່ນ

 

phakhaolao.la

 

ການປິ່ນປົວ ແລະ ຮັກສາດ້ວຍພືດສະໝຸນໄພເປັນພຽງການຮັກສາອາການເບື້ອງຕົ້ນ ທີ່ສຳຄັນຄືເມື່ອມີອາການເຈັບເປັນບໍ່ສະບາຍ ຄວນຮີບຮ້ອນໄປປຶກສາແພດໝໍສຳລັບຄຳແນະນຳການປິ່ນປົວ ແລະ ນອກຈາກສັບພະຄຸນຂອງພຶດສະໝຸນໄພດັ່ງກ່າວຂ້າງເທິງແລ້ວ ຍັງມີອີກຫຼາກຫຼາຍພືດສະໝຸນໄພ ທ່ານສາມາດຄົ້ນຫາຊະນິດພັນພືດ ແລະ ຄຸນປະໂຫຍດຂອງມັນໄດ້ທີ່ www.phakhaolao.la 

ການປະກອບສ່ວນ