5 ໝາກໄມ້ຊ່ວຍບຳລຸງສາຍຕາ

Sakhone INTHAVONG
ບຳລຸງສາຍຕາດ້ວຍໝາກໄມ້ 5 ຊະນິດ
ພູມປັນຍາທ້ອງຖິ່ນ
phakhaolao.la
phakhaolao.la

ໝາກໄມ້ທີ່ເຮົາມາຮັບປະທານລ້ວນມີສັບພະຄຸນ ແລະ ປະໂຫຍດບຳລຸງຮ່າງກາຍຂອງເຮົາ ຍ້ອນໝາກໄມ້ແຕ່ລະຊະນິດເປັນແຫຼ່ງທີ່ອຸດົມໄປດ້ວຍແຮ່ທາດ ແລະ ວິຕາມິນຫຼາຍຊະນິດ ສະນັ້ນມື້ນີ້ພາເຂົ້າລາວໄດ້ນຳເອົາໝາກໄມ້ 5 ຊະນິດ ທີຫາໄດ້ພາຍໃນປະເທດ ທີ່ມີປະໂຫຍດຊ່ວຍບຳລຸງ ແລະ ຮັກສາສາຍຕາມາຝາກດັ່ງນີ້້:

  • ໝາກຄາຍເປັນໝາກໄມ້ທີ່ອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ແລະ ອາຫານ ຊ່ວຍບຳລຸງ ແລະ ຮັກສາສາຍຕາ ພ້ອມເສີມສ້າງ ບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ
  • ໝາກນອດມີຜົນປະໂຫຍດຫຼວງຫຼາຍຕໍ່ສຸຂະພາບ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊ່ວຍປ້ອງກັນມະເຮັງ ແລະ ຍັງມີສັບພະຄຸນບຳລຸງສາຍຕານຳອີກ
  • ໝາກເຂົ້າເປັນໝາກໄມ້ໂພຊະນາການ ແລະ ເປັນຢາຊ່ວຍປ້ອງກັນພະຍາດ ແລະ ບຳລຸງຮ່າງກາຍ ດັ່ງເຊັ່ນສາຍຕາເປັນຕົ້ນ
  • ໝາກອືມີສານຕໍ່ຕ້ານອະນຸມູນອິດສະຫຼະ ທີ່ມີສ່ວນໃນການສະລໍໄວ, ຟື້ນບຳລຸງຜິວ ແລະ ຮັກສາສາຍຕາ
  • ໝາກເໝົ້າຫຼວງ ມີສານອາຫານທີ່ຈຳເປັນຕໍ່ຮ່າງກາຍຫຼາຍຊະນິດ ໝາກສຸກຊ່ວຍບຳລຸງສາຍຕາ, ຮາກ ແລະ ຕົ້ນຊ່ວຍແກ້ ແລະ ບັນນເທົາອາການປວດເມື່ອຍຕາມຮ່າງກາຍ

 

 

ການປະກອບສ່ວນ