ຕົ້ນຄຳຍອງ / Safflower

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Carthamus tinctorius L. / ASTERACEAE
ຊື່ພ້ອງ
Calcitrapa tinctoria Röhl.
Carduus tinctorius Ehrh.
Carduus tinctorius (L.) Falk
Carthamus glaber Burm.f.
Carthamus tinctorius var. albus Alef.
Carthamus tinctorius var. croceus Alef.
Carthamus tinctorius var. flavus Alef.
Carthamus tinctorius var. spinosus Kitam.
Carthamus tinctorius var. tinctorius
Centaurea carthamus E.H.L.Krause
ຊື່ອື່ນ
ໄທ: ຄຳຍອງ, ຄຳຫຍອງ, ຄຳຫຍຸງ, ຄຳຍຸງ, ຄຳ, ຄຳຝ່ອຍ, ດອກຄຳ ແລງ ດອກຄຳທອງ.
ອັງກິດ: Safflower, False saffron ແລະ Saffron thistle.
ຝຣັ່ງ: carthame des teinturiers, safran des teinturiers ແລະ safran bâtard.
ຈີນ: 红花.
ຢີປຸ່ນ: ベニバナ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນສູງປະມານ 40-130 ຊມ, ແຕກກິ່ງກ້ານຫຼາຍ, ເປັນພືດທີ່ມີອາຍຸສັ້ນ, ທົນແລ້ງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 1-5 ຊມ, ຍາວ 3-12 ຊມ, ໂຄນໃບຕັດ, ຂອບແສກແຂ້ວເລື່ອຍ, ປາຍເປັນໜາມແຫຼມ, ແຜ່ນໃບໜາຄ້າຍຄືໜັງ. ຊໍ່ດອກແບບກະຈຸກກົມຄ້າຍດອກດາວເຮືອງ, ອອກບໍລິເວນປາຍຍອດ. ມີໃບປະດັບຊໍ່ດອກສີຂຽວ,​ ຂອບເປັນໜາມ. ດອກຍ່ອຍຈັບແໜ້ນໃນຖານດອກດຽວກັນ, ຂະໜາດນ້ອຍ, ຈຳນວນຫຼາຍ. ກີບດອກມີ​ 5 ກີບ, ຮູບຮີ ຫຼື ຮູບຂອບຂະໜານ, ສີເຫຼືອງ, ເມື່ອແກ່ຈະປ່ຽນເປັນສີສົ້ມ, ເມື່ອແກ່ເຕັມທີຈະປ່ຽນເປັນສີແດງ. ໝາກຮູບໄຂ່ປີ້ນ, ບ້ຽວ, ປາຍຕັດ, ມີ 4 ຫຼ່ຽມ, ຍາວ 0.6-0.8 ຊມ, ສີຂາວ, ໝາກແຫ້ງບໍ່ແຕກ. ແກ່ນຮູບສາມຫຼ່ຽມຍາວຮີ, ຂະໜາດນ້ອຍ, ເປືອກແຂງ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ດອກ, ກີບດອກ ແລະ ນ້ຳມັນຈາກແກ່ນ: ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ, ປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ ເພາະວ່າມີອາຊິດ Linoleic ທີ່ປະຕິກິລິຍາກັບໄຂມັນໃນເລືອດແລ້ວຂັບອອກທາງປັດສະວະ ແລະ ທາງອຸຈາລະ.
  • ດອກ: ຊ່ວຍຫຼຸດຄວາມອ້ວນ, ຊ່ວຍຮັກສາພະຍາດ Hysteria ຫຼື ພະຍາດກັງວົນຢ່າງໜຶ່ງ ຫຼື ພະຍາດຂາດຄວາມອົບອຸ່ນ, ຊ່ວຍຂະຫຍາຍຫຼອດເລືອດ, ປ້ອງກັນພະຍາດຄວາມດັນເລືອດສູງ, ຊ່ວຍເພີ່ມການໄຫຼ່ວຽນຂອງເລືອດໃນຮ່າງກາຍເຮັດໃຫ້ອັອກຊີເຈນເຂົ້າເຖິງສ່ວນຕ່າງໆໄດ້ດີ, ຊ່ວຍລະລາຍເກັດເລືອດ, ປ້ອງກັນການເກາະຕົວຂອງເມັດເລືອດ, ຊ່ວຍຂັບເຫື່ອ, ຮັກສາອາການໄຂ້ຫຼັງຄອດຂອງແມ່ຍິງ, ຊ່ວຍແກ້ໄຂ້ໃນເດັກ, ແກ້ຫວັດນ້ຳມູກໄຫຼ, ຮັກສາອາການທ້ອງແຂງ, ຊ່ວຍລະງັບອາການເຈັບປະຈຳເດືອນ, ແກ້ອາການຕົກເລືອດ, ອາການເຈັບທ້ອງຫຼັງເກີດລູກ, ນ້ຳຄາວປາບໍ່ໝົດ, ຊ່ວຍແກ້ບີຊ່ານ, ຮັກສາຕາປາ, ປ້ອງກັນ ແລະ ຮັກສາແຜກົດທັບ, ຊ່ວຍບຳລຸງຄົນທີ່ເປັນອຳມະພາດ ແລະ ໃຊ້ຕົ້ມອາບເວລາ.
  • ດອກ, ເກສອນ ແລະ ກີບດອກ: ຊ່ວຍບຳລຸງປະສາດ ແລະ ລະງັບປະສາດ, ຊ່ວຍບຳລຸງເລືອດ, ແກ້ເລືອດເປັນພິດ, ຊ່່ວຍຟອກເລືອດ, ຊ່ວຍບຳລຸງຫົວໃຈ, ເຮັດໃຫ້ມີເລືອດມາລ້ຽງຫົວໃຈໃຫ້ຫຼາຍຂຶ້ນ, ເຮັດໃຫ້ຫົວໃຈແຂງແຮງ, ແກ້ນ້ຳເຫຼືອງ, ບຳລຸງນ້ຳເຫຼືອງໃຫ້ປົກກະຕິ, ຊ່ວຍແກ້ບີພິການ ແລະ ຮັກສາອາການແສບຮ້ອນຕາມຜິວໜັງ.
  • ແກ່ນ: ຊ່ວຍຮັກສາພະຍາດລົມເນື່ອງຈາກເສັ້ນເລືອດໃນສະໝອງແຕກ, ຮັກສາອາການເຈັບຫົວໃຈອັນເນື່ອງມາຈາກເລືອດ ແລະ ຊີຕັບ ຫຼື ເລືອດລົມບໍ່ສະດວກ, ເປັນຢາຂັບເສມຫະ, ໃຊ້ເປັນຢາຖ່າຍເນື່ອງຈາກເປັນຢາລະບາຍອ່ອນໆ (ດອກ ແລະ ແກ່ນ), ໃຊ້ເປັນຢາຂັບປັດສະວະ, ແກ້ອາການເຈັບມົດລູກ, ຫຼຸດອາການອັກເສບຂອງມົດລູກ ແລະ ນຳມາຕຳພອກບໍລິເວນຫົວ, ແກ້ອາການເຈັບມົດລູກ.
  • ດອກ ແລະ ແກ່ນ: ບຳລຸງເລືອດປະຈຳເດືອນຂອງແມ່ຍິງ, ຊ່ວຍຂັບປະຈຳເດືອນຂອງແມ່ຍິງ ແລະ ຊ່ວຍກະຈາຍເລືຶອດແກ້ປະຈຳເດືອນຄ້າງມາບໍ່ປົກກະຕິຂອງແມ່ຍິງ.
  • ນ້ຳມັນຈາກແກ່ນ: ໃຊ້ທາຮັກສາພະຍາດຜິວໜັງໄດ້, ແກ້ຝີ, ທາແກ້ອຳມະພາດ ແລະ ຮັກສາອາການຂັດຂໍ້, ສາມາດຢັບຢັ້ງເຊື້ອໄວຣັສ ແລະ ແບັກທິເຣຍໄດ້.
  • ທັງຕົ້ນ: ໃຊ້ເປັນຢາກະຕຸ້ນທາງເພດ, ຫຼຸດລະດັບນ້ຳຕານໃນເລືອດ, ຊ່ວຍຂະຫຍາຍຫຼອດເລືອດ, ຫຼຸດຄວາມດັນເລືອດ, ຫຼຸດໄຂມັນໃນເລືອດ, ຫຼຸດອາການອັກເສບ, ແກ້ແພ້, ຊ່ວຍຕ້ານເຊື້ອຣາ, ເຊື້ອແບັກທິເຣຍ ແລະ ຊ່ວຍແກ້ແຂ້ວຜຸ. 

ຂໍ້ມູນທາງວິທະຍາສາດ:  

  • ນ້ຳມັນຈາກດອກ: ສາມາດລົດລະດັບຄວາມດັນເລືອດ ແລະ ໄຂມັນ ຫຼື ຄໍເລສເຕີຣໍໄດ້ ແລະ ຍັງມີຜົນການສ້າງ Prostaglandin ທີ່ເປັນຜົນເຮັດໃຫ້ High Density Lipoprotein ເພີ່ມຂື້ນ, ສາມາດຫຼຸດລະດັບຄວາມດັນເລືອດຊະນິດ Mild hypertension, ຄວາມດັນຂອງ Systolic ແລະ Diastolic ໄດ້.
  • ສານສະກັດດ້ວຍເມທານອລ 50% ສາມາດຂັບສານພິດໄດ້.
  • ສານສະກັດຈາກດອກ: ຄ້າຍຮໍໂມນເພດຍິງ, ສາມາດກະຕຸ້ນມົດລູກ ແລະ ຮໍໂມນເພດຍິງ, ຊ່ວຍເຮັດໃຫ້ມົດລູກ ແລະ ກ້າມເນື້ອກ້ຽງຫົດຕົວໄດ້ ແຕ້ຖ້າຫາກໃຊ້ໃນປະລິມານຫຼາຍເກີນໄປຈະເຮັດໃຫ້ມົດລູກເຈັບປວດ.
  • ນ້ຳມັນຈາກດອກ: ສາມາດຫຼຸດປະລິມານຄໍເລສເຕີຣໍໃນເສັ້ນເລືອດໄດ້ເປັນຢ່າງດີ.

ຄຸນປະໂຫຍດ: 

  • ດອກແກ່: ເມື່ອນຳມາຊົງກັບນ້ຳຮ້ອນຈະໄດ້ສີເຫຼືອງຈາກສານ Safflower yellow ສາມາດນຳມາໃຊ້ໃນການປຸງແຕ່ງກິ່ນອາຫານທີ່ຕ້ອງການ, ເຄື່ອງປຸງອາຫານ, ເນີຍທຽມ ຫຼື ເຄື່ອງດື່ມຕ່າງໆ, ອາດຈະນຳມາໃຊ້ຍ້ອມສີຜ້າ ແລະ ຝ້າຍ, ແຕ່ງສີເຄື່ອງສຳອາງ ແລະ ໃຊ້ແຕ່ງສີເຂົ້າອິກດ້ວຍ.
  • ນ້ຳມັນຈາກແກ່ນ: ທີ່ສະກັດໄດ້ຜ່ານຄວາມຮ້ອນສາມາດນຳໄປປະສົມສີທາເຮືອນ, ສະບູ, ນ້ຳມັນເງົາ, ນ້ຳມັນເຄືອບຜິວ, ເຄືອບໜັງບໍ່ໃຫ້ປຽກນ້ຳ.
  • ນ້ຳມັນຈາກແກ່ນ: ມີຄຸນສົມບັດທົນຄວາມຮ້ອນໄດ້ສູງຈຶ່ງມີການນຳມາໃຊ້ໃນການທອດອາຫານ ແລະ ໃຊ້ປະກອບອາຫານຕ່າງໆ.
  • ກາກ: ທີ່ເຫຼືອຈາກການສະກັດນ້ຳມັນສາມາດນຳມາລ້ຽງສັດ ແລະ ນຳມາເຮັດຝຸ່ນໄດ້.
  • ນ້ຳມັນ: ທີ່ສະກັດໂດຍບໍ່ຜ່ານຄວາມຮ້ອນເໝາະສຳລັບໃຊ້ປຸ່ງແຕ່ງອາຫານ.

ສິນຄ້າ: 

  • ແກ່ນ: ນຳມາສະກັດເປັນຜະລິດຕະພັນຂາຍສົ່ງອອກ.
  • ຕົ້ນ: ສາມາດນຳມາແປຮູບເປັນຜະລິດຕະພັນໄດ້ຫຼາຍເຊັ່ນ: ດອກຄຳຍອງແຫ້ງ, ຢາແຄັບຊູນດອກຄຳຍອງ, ຊາດອກຄຳຍອງ, ນ້ຳດອກຄຳຍອງ ແລະ ນ້ຳມັນດອກຄຳຍອງເປັນຕົ້ນ. 

ຂໍ້ຄວນລະວັງ: 

  • ຫາກໃຊ້ບໍ່ຖືກວິທີ ແລະ ໃຊ້ໃນໄລຍະຍາວເກີນໄປອາດຈະສົ່ງຜົນກະທົບຕໍ່ລະບົບເລືອດໄດ້.
  • ການໃຊ້ສະໝູນໄພຢ່າງຕໍ່ເໜືອງ ແລະ ປະລິມານຫຼາຍເກີນໄປອາດຈະສົ່ງຜົນເຮັດໃຫ້ເລືອດຈາງໄດ້, ເຮັດໃຫ້ປະລິມານເລືອດຫຼຸດລົງ, ມີອາການອ່ອນເພຍ, ເມືຶ່ອຍງ່າຍ, ມີອາການວຽນຫົວ ຫຼື ກາຍເປັນຄົນພະຍາດຫຼາຍໂດຍບໍ່ຮູ້ຕົວ.
  • ການຮັບປະທານໃນປະລິມານຫຼາຍເກີນໄປຈະເຮັດໃຫ້ປະຈຳເດືອນຫຼາຍກວ່າປົກກະຕິ ແລະ ອາດເຮັດໃຫ້ມີອາການມື່ນງົງ ຫຼື ມີຜື່ນຄັນຂຶ້ນຕາມຕົວໄດ້.
  • ສຳລັບແມ່ຍິງຖືພາບໍ່ຄວນບໍລິໂພກສະມູນໄພຊະນິດນີ້ເນື່ອງຈາກເປັນຢາບຳລຸງເລືອດ ແລະ ຊ່ວຍຂັບປະຈຳເດືອນ ຫາກຮັບປະທານໃນປະລິມານຫຼາຍກໍ່ອາດຈະເຮັດໃຫ້ແທ້ງລູກໄດ້.
  • ຄວນລະມັດລະວັງການນຳໃຊ້ກັບຢາຕ້ານການແຂງຕົວຂອງເກັດເລືອດ.
ການປະກອບສ່ວນ