ອ້ອຍຊ້າງ / Oy zarng

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Albizia myriophylla Benth. / FABACEAE
ຊື່ພ້ອງ
Albizia microphylla J.F.Macbr.
Albizia myriophylla var. foliolosa Baker
Albizia thorelii Pierre
Albizia vialeana var. thorelii (Pierre) P.H.Ho
Mimosa microphylla Roxb.
ຊື່ອື່ນ
ໄທ: ຕານອ້ອຍ, ອ້ອຍສາມສ່ວນ, ຍ່ານງາຍ, ອ້ອຍຊ່້າງ, ສະເອມປ່າ, ສົ້ມປ່ອຍຫວານ, ກອກກັ້ນ ແລະ ສະເອມໄທ.
ຫວຽດນາມ: Sống rắn, Cam thảo cây ແລະ Bản xe nhiều lá.
ບັນຍາຍລັກສະນະພືດສາດ

ໄມ້ເຄືອຂະໜາດກາງ, ມີໜາມທົ່ວໄປລຳຕົ້ນ ແລະ ກິ່ງກ້ານ, ເປືອກມີລັກສະນະຂຸຄັງ, ສີນ້ຳຕານ, ເນື້ອໄມ້ເປັນສີຂຽວອ່ອນ ແລະ ມີຣົດຊາດຫວານ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 10-15 ຊມ. ກ້ານໃບຍາວປະມານ 17 ຊມ, ບໍລິເວນກ້ານໃບມີປ່ອງອາກາດ. ໃບຍ່ອຍມີຈຳນວນຫຼາຍ, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ. ກ້ານໃບຍ່ອຍຍາວປະມານ 2.5 ຊມ. ຊໍ່ດອກແບບກະຈ່າງ, ອອກບໍລິເວນປາຍຍອດ, ກ້ານຊໍ່ດອກຍາວ. ດອກຍ່ອຍມີຈຳນວນຫຼາຍ, ອອກແບບກະຈຸກຢູ່ບໍລິເວນກ້ານ. ກີບດອກມີຂະໜາດນ້ອຍ, ເຊື່ອມຕິດກັນເປັນຫຼອດ. ເກສອນເພກຜູ້ມີຈຳນວນຫຼາຍ, ຍາວ ແລະ ມີສີຂາວ. ໝາກເປັນຝັກ, ລັກສະນະແປ, ກ້ວາງປະມານ 2.5 ຊມ, ຍາວປະມານ 12 ຊມ, ປາຍແຫຼມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ ຫຼື ສີແດງ. ກ້ານຝັກຍາວປະມານ 2.5 ຊມ. ແກ່ນມີ 5-6 ແກ່ນຕໍ່ຝັກ, ຮູບໄຂ່.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ຊ່ວຍແກ້ເລືອດຕົກຄ້າງ, ແກ້ເລືອດດັງໄຫຼ, ຕົ້ມດື່ມຊ່ວຍແກ້ອາການໄອ, ໃຊ້ເປັນຢາລະບາຍ ແລະ ສາມາດນຳມາໃຊ້ປຸ່ງເປັນຢາໄດ້.
  • ຕົ້ນ: ຮັກສາພະຍາດຕາແດງ, ຊ່ວຍບັນເທົາອາການເຈັບຄໍ (ຕົ້ນ, ເນື້ອໄມ້), ຊ່ວຍຂັບລົມ, ຕົ້ມດື່ມຊ່ວຍຮັກສາພະຍາດຕັບ ແລະ ຊ່ວຍເຮັດໃຫ້ຜິວໜັງສົດຊື່ນ.
  • ເນື້ອໄມ້: ຊ່ວຍບຳລຸງທາດໃນຮ່າງກາຍ, ຊ່ວຍບຳລຸງກຳລັງ, ຊ່ວຍບຳລຸງກ້າມຊິ້ນ, ຊ່ວຍຮັກສາພະຍາດໃນລຳຄໍ, ເຮັດໃຫ້ຊຸ່ມຄໍ ແກ້ອາການຂາດນ້ຳ (ຮາກ ແລະ ເນື້ອໄມ້), ຊ່ວຍຮັກສາພະຍາດເລືອດອອກຕາມວ່າງແຂ້ວ ແລະ ຊ່ວຍແກ້ລົມ.
  • ໃບ: ຊ່ວຍຂັບເລືອດ ແລະ ລະດູຂາວຂອງແມ່ຍິງ.
  • ໝາກ: ຊ່ວຍຂັບເສມຫະ ແລະ ແກ້ນ້ຳລາຍໜຽວ (ເນື້ອໄມ້, ໝາກ ແລະ ຮາກ). 
  • ດອກ: ບຳລຸງບີ ແລະ ເລືອດ, ຊ່ວຍຂັບເສມຫະ ແລະ ຊ່ວຍໃນການຍ່ອຍອາຫານ.
ການປະກອບສ່ວນ