ຜັກກະໂສມນ້ຳ / Swamp leaf

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Limnophila rugosa (Roth) Merr. / Scrophulariaceae
ຊື່ພ້ອງ
Didissandra ophiorrhizoides K.Schum.
Herpestis rugosa Roth
Terebinthina rugosa (Roth) Kuntze

ຊື່ອື່ນ
ຊື່ລາວ: ຜັກໂສມນ້ຳ
ຊຶ່ໄທ: ຜັກກະໂສມ, ຜັກກະໂຊມ ແລະ ອ້ມກົບ.
ຊື່ສາມັນ: Wrinkled Marshweed
ບັນຍາຍລັກສະນະພືດສາດ

ກະໂສມນ້ຳຈັດເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນມີການແຕກແໜງ, ສູງ 20- 35 ຊມ, ຕົ້ນພາກສ່ວນອ່ອນມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ພາກສ່ວນແກ່ຜິວລຽບ. ໃບດ່ຽວ, ອອກກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-3 ຊມ, ຍາວ 4-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍມົນ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຮ້ອຍຍັບ, ມີຂົນສັນປົກຄຸມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມຂະໜາດນ້ອຍຈຳນວນຫຼາຍ, ກ້ານໃບສັ້ນ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີຂະໜາດນ້ອຍ. ກາບດອກມີ 5 ກາບ, ສີຂຽວ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດສັນ, ຮູບຊົງກະບອກ, ຍາວປະມານ 8 ມມ, ປາຍແຍກເປັນ 5 ແສກ, ຍາວ 5-6 ມມ, ລັກສະນະຂອງດອກລັກສະນະຄ້າຍປາກ, ເຊິ່ງປາກລຸ່ມຈະແຍກອອກເປັນ 3 ກີບ ແລະ ປາກເທິງຈະແຍກເປັນ 2 ກີບ, ບໍລິເວນດ້ານໃນດອກມີສີເຫຼືອງກະຈາຍຢູ່ຢ່າງໜາແໜ້ນ, ກີບດອກສີນ້ຳເງິນ ຫຼື ສີມ່ວງ. ເກສອນເພດຜູ້ມີ 4 ອັນ. ເກສອນເພດແມ່ມີ 1 ອັນ. ບໍ່ມີກ້ານດອກ. ໝາກແຫ້ງ, ຮູບໄຂ່ແປ, ກ້ວາງປະມານ 3 ມມ, ຍາວ 5-6 ມມ, ສີນ້ຳຕານ. ແກ່ນມີຂະໜາດປະມານ 1-2 ມມ, ສີນ້ຳຕານ.

ບັນຍາຍການນຳໃຊ້

ເປັນອາຫານ: ໃບ ຫຼື ຍອດອ່ອນ ມີກິ່ນຫອມນິຍົມນຳມາເປັນເຄື່ອງຄຽງຮັບປະທານສົດກັບລາບ, ກ້ອຍ ຫຼື ແຈ່ວ, ນຳມາປະກອບອາຫານເພື່ອແຕ່ງກິ່ນ.

ສັບພະຄຸນ: ໃບ ແລະ ຕົ້ນຫອມ, ມີລົດເຢັນຊ່ວຍຂັບພິດ ອີ່ສຸກອີ່ໃສ, ດຳງແດງ, ຝີດ້ານ ແລະ ຊ່ວຍລະງັບຄວາມຮ້ອນເຊັ່ນ: ປະສົມໃນຢາຂຽວຂັບຂີ້ກະເທີ, ແກ້ອາການແໜ້ນໜ້າເອິກ, ແກ້ໄອ, ແກ້ອາການແໜ້ນທ້ອງ, ເຈັບທ້ອງ, ຫຼຸດອາການບວມນ້ຳ, ຈະເລີນອາຫານ, ຂັບປັດສະວະ ແລະ ຕຳພອກຮັກສາບາດແຜ. ນອກຈາກນີ້ແລ້ວຖ້ານຳມາໃຊ້ຮ່ວມກັບຢາຂຽວແລ້ວຍັງມີສັບພະຄຸນຮັກສາໄຂ້ ແລະ ບັນເທົາອາການຮ້ອນໃນຂາດນ້ຳ.

ນ້ຳມັນຫອມ: ເນື່ອງຈາກຕົ້ນກະໂສມນ້ຳມີກິ່ນຫອມຈື່ງສາມາດນຳໄປສະກັດເປັນນ້ຳຫອມເພື່ອເປັນຢາໄດ້ດີ.

ການປະກອບສ່ວນ