ໝາກລຳໃຍ / Longan

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dimocarpus longan Lour. / Sapindaceae
ຊື່ພ້ອງ
Dimocarpus pupilla Moon [Invalid]
Dimocarpus undulatus Wight
Euphoria cinerea (Turcz.) Radlk.
Euphoria glabra Blume
Euphoria gracilis Radlk.
Euphoria leichhardtii Benth.
Euphoria leichhardtii var. hebepetala Benth.
Euphoria longan (Lour.) Steud.
Euphoria longana Lam.
Euphoria malaiensis (Griff.) Radlk.
Euphoria microcarpa Radlk.
Euphoria nephelioides Radlk.
Euphoria undulata Wall. [Invalid]
Euphoria verruculosa Salisb.
Nephelium benghalense G.Don
Nephelium glabrum (Blume) Cambess.
Nephelium hypoleucum Kurz
Nephelium longan (Lour.) Hook.
Nephelium longana Cambess.
Nephelium mora Gardner ex Thwaites
Nephelium pupillum Wight
Sapindus benghalensis Roxb. ex Wight & Arn.
Sapindus cinereus Turcz.
Sapindus monogynus B.Heyne ex Wall.
Sapindus undulatus Wall. ex Voigt
Scytalia benghalensis Roxb. ex Wight & Arn.
Scytalia longan Roxb.
Scytalia verruculosa Stokes
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງ, ສູງປະມານ 15 ແມັດ. ເປືອກເປັນຮ່ອງຕາມລວງຍາວຂອງລຳຕົ້ນ. ແຕກກິ່ງງ່າສາຂາອອກເປັນຊົງຟຸ່ມ. ໃບປະສົມແບບຂົນນົກຊັ້ນດຽວ, ປາຍຄູ່, ຈັບວຽນສະຫຼັບ. ໃບຍ່ອຍ 2-4 ຄູ່, ຈັບກົງກັນຂ້າງ, ຮູບໄຂ່-ຮູບຮີ, ປາຍມົນ ຫຼື ວ້ຳເລັກນ້ອຍ. ແຜ່ນໃບດ້ານລຸ່ມມີຂົນກະຈາຍເລັກນ້ອຍ. ດອກຂະໜາດນ້ອຍ, ສີຂາວປົນສີເຫຼືອງອ່ອນ, ຈຳນວນຫຼາຍ. ເປັນຊໍ່ແບບແຕກແໜງຕາມປ່າຍກີ່ງ. ໝາກມົນກົມ, ເປືອກສີຂຽວປົນສີນ້ຳຕານ, ເນື້ອເຍື້ອດ້ານໃນອ່ອນນຸ່ມຄ້າຍວຸ້ນສີຂຽວ. ແກ່ນມົນກົມສີນ້ຳຕານເຂັ້ມ. ຮູບພາບປະກອບຈາກ: https://www.flickr.com/photos/3point141/16030427958/sizes/k/

ບັນຍາຍການນຳໃຊ້

ສັບພະຄຸນ: ໃບໃຊ້ເປັນຢາແກ້ຫວັດ, ໄຂ້ມາເລເລຍ, ລິດສິດວງ; ເນື້ອໝາກລຳໃຍ: ແກ້ນອນບໍ່ຫຼັບ, ຂີ້ລືມ, ໃຈສັ່ນ, ບຳລຸງຮ່າງກາຍ; ເປືອກ: ແກ້ມຶນຫົວ, ເຮັດໃຫ້ຕາແຈ້ງຂຶ້ນ; ດອກ: ຊ່ວຍຂັບໜິ້ວ; ແກ່ນ: ຊ່ວຍຫ້າມເລືອດ, ແກ້ ປວດ, ຮັກສາຂີ້ກ້ຽນ.

ຕົ້ນຕຳລັບຢາ: ແກ້ຫວັດ: ໃຊ້ໃບໝາກລຳໃຍ 10-15 ກຣາມ ຕົ້ມກິນຕ່າງນໍ້າຊາ, ຢາບຳລຸງເລືອດ: ໃຊ້ເນື້ອຂອງໝາກລຳໃຍຈຳນວນພໍປະມານດອງເຫຼົ້າປະໄວ້ 100 ມື້, ກິນເທື່ອລະ 1-2 ບ່ວງໂຕະ, ເຈັບທ້ອງ: ໃຊ້ເນື້ອໝາກລຳໃຍຕາກແຫ້ງ 14 ໜ່ວຍ ແລະ ຂິງ 3 ປ່ຽງທີ່ຊ່ອຍບາງໆ ຕົ້ມນໍ້າກິນ. ຂີ້ກາກ: ໃຊ້ແກ່ນ ໝາກລຳໃຍ (ແກະເປືອກສີດຳອອກ) ຝົນກັບນໍ້າສົ້ມສາຍຊູ ທາບໍລິເວນທີ່ເປັນຂີ້ກາກ. ຍ່ຽວບໍ່ອອກ: ໃຊ້ແກ່ນໝາກລຳໃຍ (ເອົາເປືອກດຳອອກ) ທຸບໃຫ້ແຕກແລ້ວເອົາໄປຕົ້ມນໍ້າກິນ. ຢາບຳລຸງຮ່າງກາຍ: ເນື້ອໝາກລຳໃຍແຫ້ງ 10 ກຣາມ, ໝາກຖົ່ວດິນ 15 ກຣາມ, ຕົ້ມນໍ້າກິນ. ເຈັບກະເພາະອາຫານ ແລະລຳໄສ້ອັກເສບ: ໃຊ້ແກ່ນລຳໃຍຄົ່ວໃຫ້ແຫ້ງ ແລະບົດເປັນຖົງ ແລ້ວຊົງນໍ້າກິນເທື່ອລະ 15-20 ກຣາມ. ຖ່າຍເປັນເລືອດ: ແກ່ນ ລຳໃຍ(ເອົາເປື້ອກສີດຳອອກ) ບົດເປັນຜົງກິນເທື່ອລະ 6 ກຣາມ ໃຫ້ກິນຕອນທ້ອງຫວ່າງ ມື້ລະ 2-3 ເທື່ອ ຈົນກວ່າຈະດີ. ຮັກສາຂີ້ແຮ້ມີກິ່ນ: ໃຊ້ແກ່ນໝາກລຳໃຍ 15 ກຣາມ, ພິກໄທ 9 ກຣາມ, ນຳມາບົດເປັນຝຸ່ນແປ້ງທາຂີ້ແຮ້.

ໝາກລຳໃຍມີຄຸນປະໂຫຍດຫຼາຍຢ່າງກໍ່ຕາມ, ແຕ່ກໍບໍ່ຄວນກິນຫຼາຍຈົນເກີນໄປ ຄວນກິນໃນປະລິມານທີ່ພໍດີຫາກກິນຫຼາຍເກີນພໍດີອາດຈະເຮັດໃຫ້ເກີດອາການເຈັບຄໍ ຫຼື ຮ້ອນໃນໄດ້ ແລະ ໄດ້ພະລັງງານເກີນຄວາມຕ້ອງການຂອງຮ່າງກາຍຖືກປ່ຽນເປັນໄຂມັນສະສົມໃນຮ່າງກາຍ, ຢ່າງໃດກໍຕາມອາການຮ້ອນໃນ ແລະ ເຈັບຄໍ ມີວິທີແກ້ດ້ວຍການກິນໝາກມັງຄຸດນຳ.

ຂໍ້ຄວນລະວັງ: ສຳລັບຜູ້ທີ່ມີອາການຖອກທ້ອງ, ອາຫານບໍ່ຍ່ອຍ, ທ້ອງອືດແໜ້ນ, ຝ້າເທິງລີ້ນສີຂາວເປັນຫວັດ, ເຈັບຄໍ ບໍ່ຄວນກິນໝາກລຳໃຍ

ຂອບໃຈຂໍ້ມູນຈາກ:laopost.com

ການປະກອບສ່ວນ