ຜັກກະຫລໍ່າ / Cabbage

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Brassica oleracea L. / Brassicaceae
ຊື່ພ້ອງ
Brassica oleracea f. aberdeenea Alef.
Brassica oleracea var. acephala DC.
Brassica oleracea f. alba DC.
Brassica oleracea f. albida DC.
Brassica oleracea var. albiflora Kuntze
Brassica oleracea var. aloides Kitt.
Brassica oleracea f. ardeina Alef.
Brassica oleracea var. arvensis Duchesne
Brassica oleracea var. asparagoides DC.
Brassica oleracea var. atlantica (Coss.) Batt.
Brassica oleracea f. atlantica (Coss.) Rouy & Foucaud
Brassica oleracea f. atrorubens Alef.
Brassica oleracea f. aurata Alef.
Brassica oleracea f. azurea Uspensky
Brassica oleracea var. botrytis L.
Brassica oleracea subsp. botrytis (L.) Metzg.
Brassica oleracea var. bullata DC.
Brassica oleracea var. capitata L.
Brassica oleracea subsp. capitata (L.) Metzg.
Brassica oleracea var. caulorapa DC.
ຊື່ອື່ນ
ລາວ: ຜັກກະຫລໍ່າປີ
ໄທ: ກະຫລໍ່າປີ, ກະຫລໍ່ໃບ, ກະຫລໍ່າປີຂຽວ
ຈີນ: 高麗菜
ພາສາອັງກິດ: Cabbage

ບັນຍາຍລັກສະນະພືດສາດ

ຜັກກະຫລໍ່າປີເປັນພືດລົ້ມລຸກມີອາຍຸລະດູດຽວ, ລໍາຕົ້ນມີລັກສະນະຊົງກົມ, ສູງປະມານ 25-45 ຊມ. ເປືອກລໍາຕົ້ນມີສີຂາວ, ມີລັກສະນະເປັນຮອຍທີ່ເກີດຈາກຮອຍຫຼົ່ນຂອງກ້ານໃບ. ສ່ວນລະບົບຮາກກະຫລໍ່າປີປະກອບດ້ວຍຮາກແກ້ວ ແລະ ມີຮາກແຂງແຕກອອກດ້ານຂ້າງ ແລະ ຮາກຝອຍບໍລິເວນປາຍຮາກ, ຮາກແຂງສາມາດຍັ່ງເລີກໄດ້ຫຼາຍກວ່າເຖິງ 30 ຊມ, ມີລັກສະນະແຕກອອກດ້ານຂ້າງ. ໃບກະຫລໍ່ປີມີຫຼາຍສີຂື້ນຢູ່ກັບສາຍພັນ, ເປັນສ່ວນທີ່ນຳມາບໍລິໂພກ, ໃບ ຈະແຕກອອກດ້າງຂ້າງລໍາຕົ້ນ, ຈັບວຽນຮອບລຳຕົ້ນ, ຜີວມີລັກສະນະລຽບ, ແຕ່ເປັນຮູບຄື້ນ, ຂອບໃບເປັນຄື້ນ, ໃບໂຄ້ງງໍເຂົ້າທາງກາງ, ຫຸ້ມຊ້ອນກັນແໜ້ນ, ເອີ້ນວ່າ ຫົວກະຫລໍ່າປີ, ທີ່ມີລັກສະນະກົມ, ກະຫລໍ່າປີ 1 ຕົ້ນ ຈະມີໃບຫໍ່ຫຸ້ມ 20-40 ໃບ ຫຼື ຫຼາຍກວ່າຂື້ນຢູ່ກັບຂະໜາດຫົວ ໃບຈະຫຸ້ມລໍາຕົ້ນອັດກັນແໜ້ນ, ແຕ່ລະຫົວໜັກປະມານ 0.8-2 ກິໂລ.

ບັນຍາຍການນຳໃຊ້

ໃບຜັກກະຫລໍ່າປີ ມີສັບພະຄຸນຊ່ວຍກະຕຸ້ນໃຫ້ກະເພາະອາຫານສ້າງເຍື່ອຫຸ້ມໜັງໄດ້ໄວ້, ຮັກສາໂລກກະເພາະ ແລະ ລໍາໄສ້ອັບເສບ, ຮັກສາທໍ່ນໍ້າບີອັບເສບ, ຫຼຸດລະດັບນໍ້າຕານໃນເລືອດ. ສານ Ditihioltiones ທີ່ສະກັດໄດ້ຈາກກະຫລໍ່າປີ ເປັນສານຕ້ານມະເຮັງທີ່ຊົງອະນຸພາບຫຼາຍ ແຕ່ຊ່ວຍປ້ອງກັນມະເຮັງກະເພາະລໍາໄສ້ເທົ່ານັ້ນ, ການຮັບປະທານກະຫລໍ່າປີ ອາທິດລະ 1-2 ຄັ້ງ ໃນຮູບແບບສະລັດ ຜັກສົດ ຫຼື ຜັກລວກ ນັບວ່າພຽງພໍທີ່ຈະຊ່ວຍຫຼຸດຄວາມສ່ຽງຈາກການເປັນມະເຮັງລຳໄສ້. ນອກຈາກນີ້ໃນກະຫລໍ່ປີຍັງມີສານຕ້ານການອັບເສບຂອງແຜກະເພາະອາຫານ ແລະ ລຳໄສ້, ຄວນຮັບປະທານກະຫລໍ່າປີສົດ.

ການປະກອບສ່ວນ