APA 6th ed. ຂີງດຳ / Black Ginger. (2020, May 29). Retrieved from https://www.phakhaolao.la/index.php/kb/0000277
MLA 8th ed. ຂີງດຳ / Black Ginger. Pha Khao Lao, 29 May 2020, https://www.phakhaolao.la/index.php/kb/0000277.
Chicago 17th ed. Pha Khao Lao. 2020. "ຂີງດຳ / Black Ginger." Published May 29, 2020. https://www.phakhaolao.la/index.php/kb/0000277.
ເຫງົ້າປະກອບດ້ວຍນ້ຳມັນຫອມລະເຫີຍໂດຍມີ borneol ເປັນອົງປະກອບຫຼັກ ແລະ ຍັງທາດກຸ່ມ flavonoid, chalcone, anthocyanin ເປັນຕົ້ນ. ທາດ 5,7-ໄດເມອົກຊີຟລາໂວນ (5,7-DMF) ທີ່ແຍກໄດ້ຈາກເຫງົ້າຂີງດຳ ມີປະສິດທິພາບຕ້ານການອັບເສບ ແລະ ລົດໄຂ້, ຈາກການຄົ້ນຄວ້າທາດ 5,7-DMF ນີ້ສາມາດຕ້ານການອັບເສບແບບສຽບພັນໄດ້ດີກວ່າແບບຊໍາເຮື້ອ ໂດຍສະແດງການຍັບຢັ້ງການບວມຈາກທາດຄາຣາຈີແນນ (carrageenan) ແລະ ຄາໂອລີນ (kaolin) ໄດ້ 16.0-48.0% ແລະ 43.7-80.9% ຕາມລຳດັບ, ນອກຈາກນີ້ຍັງພົບວ່າ ທາດ 5,7-DMF ມີປະສີດທີພາບຍັບຢັ້ງການສ້າງສານ prostaglandin G ທີບົ່ງຊັດເຈັນ. ທາດ 5,7,4’-trimethoxyflavone ແລະ 5,7,3’,4’ –tetramethoxyflavone ມີປະສິດທີພາບຕ້ານເຊື້ອ Plasmodium falciparum ທີ່ເປັນສາເຫດຈາກມາເລເຣຍ ສ່ວນ ທາດ 3,5,7,4’-tetramethoxyflavone ແລະ 5,7,4’-trimethoxyflavone ຕ້ານເຊື້ອພະຍາດ Candida albicans ແລະ ຕ້ານເຊື້ອພະຍາດ Mycobacterium .