ດອກກະຈຽວແດງ / Narrow-leaved Turmeric

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Curcuma angustifolia Roxb. / Zingiberaceae
ຊື່ພ້ອງ
ຊື່ອື່ນ
Thai: Dok Ka Jiew Deang
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີລຳເຫງົ້າໃຕ້ດີນ, ມີຮາກສະສົມອາຫານເປັນກະຈຸກກົມ ລຳຕົ້ນເໜືອດິນສູງ 20-70 ຊັງຕິແມັດ, ອອກດຽວ ເກີດຫຼັງຈາກຊໍ່ດອກບານ. ມີໃບ 2-5 ໃບ, ຈັບລຽງແບບລະນາບດຽວ, ແຜ່ນໃບຮູບໄຂ່ ກວ້າງ 3-7 ຊັງຕິແມັດ, ຍາວ 20-62 ຊັງຕິແມັດ, ປາຍຮຽວແຫຼມ, ໂຄນຮູບຮຽວແຫຼມ, ຂອບໃບລຽບ ຜີວໃບມີຂົນທັງສອງດ້ານ, ກ້ານໃບຍາວໄດ້ເຖີງ 10 ຊັງຕິແມັດ, ລີ້ນໃບແຍກເປັນສອງແສກ, ຍາວປະມານ 2 ມີນລີແມັດ, ແຜ່ເປັນປິກອອກໄປເຖີງກາບໃບ. ຊໍ່ດອກແບບຊໍ່ຕັ້ງຊື່, ສີບົວອົມແດງ, ເກດຈາກລຳຕົ້ນໃຕ້ດີນ ແລະ ເກີດກ່ອນໃບ, ຊໍ່ຮູບຊົງກະບອກ ກວ້າງປະມານ 6 ຊັງຕິແມັດ, ຍາວ 7-14 ຊັງຕິແມັດ. ກ້ານຊໍ່ດອກ 4-20 ຊັງຕິແມັດ. ດອກສີເຫຼືອງປົນແດງ, ກາບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວປະມານ 6 ມີນລີແມັດ, ປາຍແຍກເປັນແສກເລີກດ້ານດຽວ, ກິບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວ 1.4-1.7 ຊັງຕິແມັດ, ປາຍແຍກເປັນ ສາມແສກ, ສີແດງ, ຮູບຮີແກມຮູບຂອບຂະໜານ. ກິບປາກສີເຫຼືອງ ກາງກິບເປັນແຖບຍາວສີເຫຼືອງເຂັ້ມ, ກິບຮູບໄຂ່ກັບ ກວ້າວ ແລະ ຍາວປະມານ 1 ຊັງຕິແມັດ, ປາຍຍື່ນ ແລະ ແຍກເປັນສອງແສກ. ກີບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ທີ່ເປັນໜັນຮູບໄຂ່ກັບ ຍາວປະມານ 8.6 ມີນລີແມັດ. ເກສອນຜູ້ຍາວປະມານ 6 ມີນລີແມັດ, ມີເດືອຍ. ເຕົ້າໄຂ່ຍາວປະມານ 2 ມີນລີແມັດ. ໃບປະດັບທີ່ຢູ່ດ້ານປາຍສີບົວອົມແດງ, ກາງກິບເປັນແຖບສີແດງຕາມລວງຍາວ ໃບປະດັບທີຢູ່ດ້ານລຸ່ມເປັນລາຍແຖບສີຂຽວ, ຂອບອາດມີສີແດງເຂັ້ມ, ກິບຮູບຮີແກມຮູບຂອບຂະໜານ ກວ້າງ 1.6-2.5 ຊັງຕິແມັດ, ຍາວ 3-4.6 ຊັງຕິແມັດ, ຜາຍອອກປາຍມົນ, ໃບປະດັບຍ່ອຍຮູບຮີ, ຍາວປະມານ 1 ຊັງຕິແມັດ.

ບັນຍາຍການນຳໃຊ້

ຊໍ່ດອກທີ່ເກີດພົ້ນຈາກດີນເປັນສີແດງອົມສີບົວ ແມ່ນໄດ້ນຳເອົາມາປູງແຕ່ງເປັນອາຫານເຊັ່ນ: ລວກກັບແຈ່ວ, ແກ້ງໃສ່ປາ ຫຼື ບາງຄົນຍັງມັກໃສ່ຊຸບຜັກນຳອິກດ້ວຍ.  ຊະນິດທີ່ມີການນຳເອົາດອກມາກີນຄືກັນນີ້ແມ່ນຍັງມີດອກກະຈຽວຂາວ.

ການປະກອບສ່ວນ