ໝາກແໜ່ງແດງ / Golden Cardamom
APA 6th ed. ໝາກແໜ່ງແດງ / Golden Cardamom. (2021, October 15). Retrieved from https://www.phakhaolao.la/index.php/kb/0000061
MLA 8th ed. ໝາກແໜ່ງແດງ / Golden Cardamom. Pha Khao Lao, 15 October 2021, https://www.phakhaolao.la/index.php/kb/0000061.
Chicago 17th ed. Pha Khao Lao. 2021. "ໝາກແໜ່ງແດງ / Golden Cardamom." Published October 15, 2021. https://www.phakhaolao.la/index.php/kb/0000061.
English: golden cardamom
ເກິດເປັນເຫງົ້າເລືອໄປຕາມພື້ນດິນ, ລຳຕົ້ນສູງ 1–2 ມ, ເມື່ອຍັງອ່ອນເປັນສີແດງ, ເມືອແກ່ເປັນສີຂຽວເຂັ້ມປົນ ສີນ້ຳຕານ, ມີໃບ 16–20 ໃບຕໍ່ຕົ້ນ. ແຜ່່ນໃບຮູບຂອບຂະໜາດ, 10–50 x 2–12 ຊມ, ສີຂຽວເຂັ້ມ, ພັບເປັນກິບ, ມີຂົນດ້ານລຸ່ມ, ໂຄນຮູບຫຼີ້ມ, ປາຍຮຽວຍາວ, ຂອບລຽບ, ເສັ້ນກ່າງກາງໃບນູນດ້ານລຸ່ມ, ເສັ້ນໃບຂະແໜງເສັ້ນຊັດເຈນ. ຊໍ່ດອກອອກຈາກເຫງົ້າໃກ້ກັບກົກລຳຕົ້ນ, ມີ 1–2 ຊໍ່ດອກຕໍ່ເຫງົ້າ, ພວງດອກຮູບປີລະມິດ ຂະໜາດ 5 x 4 ຊມ, ມີ 1–2 ດອກບານພ້ອມກັນ, ສີແດງ. ກ້ານຊໍ່ຂະໜາດ 10–12 x 0.5–0.7 ຊມ, ສີແດງ, ມີຂົນນູ່ມ. ພວງໝາກກ້ານຍາວປະມານ 10–20 x 5 ຊມ, ສີແດງ, ຂົນສີຂາວ, ສ່ວນພວງໝາກມີປະມານ 6 ໝາກຕໍ່ພວງ ຂະໜາດ 10–12 x 5–8 ຊມ. ໝາກກົມໜາ 1–1.6 ຊມ, ສີແດງ, ໜາມປົກຄູມ, ມີຂົນ. ເມັດກົມ, ໜາ 2 ມມ, ກ້ຽງ, ມີປະມານ 15 ເມັດ ຕໍ່ຫ້ອງໄຂ່.
ອາຫານ: ໜໍ່ອ່ອນໃສ່ເປັນອາຫານໄດ້, ສຳຫຼັບໝາກໃຊ້ເປັນເຄື່ອງ ເທດສຳລັບປຸງແຕ່ງ ອາຫານ
ຢາ: ເປັນໝາກແໜ່ງທີ່ເກັບມາຈາກປ່າເພື່ອນຳໃຊ້ເປັນຢາ ເຊັ່ນ: ລຳຕົ້ນ ແລະ ເຫງົ້າ ແມ່ນຖືກເກັບກູ້ເພື່ອເປັນຢາພື້ນເມືອງ, ນຳເອົາມາເປັນຢາຮົ່ມ ຫຼື ຕົ້ມອາບ ສຳຫຼັບແມ່ຢູ່ກຳ ຫຼື ເກີດລູກໃໝ່ ເພື່ອ ເປັນຢາແກ້ປວດ, ຕ້ານການອັບເສັບ, ແກ່ວີນວຽນ, ຕ້ານເຊື້ອ, ບຳລູງຮັກສາສຸຂະພາບ ແລະ ຟື້ນຟູຮ່າງກາຍໃຫ້ ເປັນປົກກະຕິ. ໂດຍສະເພາະ ແມ່ນການນຳໃຊ້ເປັນຢາຂອງແມ່ຢູ່ກຳຂອງຊົນເຜົ່າ ກຣິ ຫຼື ເຜົ່າຕອງເຫຼືອງ ໃນເຂດຍອດນ້ຳເທີນ.
ສີນຄ້າ: ໝາກແໜ່ງແດງ ສ່ວນຫຼາຍແມ່ນປະຊາຊົນເກັບຈາກປ່າມາຂາຍເປັນສີນຄ້າ, ຍັງເປັນແບບກະແຈກກະຈາຍ, ຍັງບໍ່ທັນມີຂໍ້ມູນກ່ຽວກັບການປູກໝາກຊະນິດ ເພາະໝາກແດງເປັນໝາກບໍ່ຫຼາຍ, ແຕ່ຍັງຄວາມຕ້ອງການ ຂອງຕະຫຼາດສູງ, ຄວນມີການສົ່ງເສີມການປູກເພື່ອເປັນສີນຄ້າ. ໂດຍປົກກະຕິແລ້ວລາຄາທົ່ວໄປ ແມ່ນ 60,000-80,000 ກິບ / ກິໂລ ໝາກແຫ້ງ.