APA 6th ed. ໝາກແໜ່ງແດງ / Golden Cardamom. (2021, October 15). Retrieved from https://www.phakhaolao.la/index.php/kb/0000061
MLA 8th ed. ໝາກແໜ່ງແດງ / Golden Cardamom. Pha Khao Lao, 15 October 2021, https://www.phakhaolao.la/index.php/kb/0000061.
Chicago 17th ed. Pha Khao Lao. 2021. "ໝາກແໜ່ງແດງ / Golden Cardamom." Published October 15, 2021. https://www.phakhaolao.la/index.php/kb/0000061.
ເຂດການກະຈາຍພັນໃນລາວ: ເປັນພືດພົບໃນບໍລິເວນກວ້າງສຳລັບປະເທດເຮົາແມ່ນພົບຢູ່ແຂວງ ອັດຕະປື ພົບຢູ່ບ້ານດັກເລຍ, ບ້ານຫຼັກ 52 ແລະ ບ້ານ ພູເກືອ; ບໍລິຄຳໄຊ ພົບຢູ່ບ້ານຫາດໄຄ, ບ້ານນ້ຳເດືອ ແລະ ພູໄຮ; ຄຳມ່ວນ ພົບຢູ່ບ້ານກາໂອຍ, ບ້ານຄູນເງີນ, ບ້ານໝາກເຟືອງ, ບ້ານມາກກາກາງ, ບ້ານນາຫວ້າ ແລະ ບ້ານທົ່ງນ້ອຍ; ຫຼວງນ້ຳທາ ຊາຍແດງລະຫວ່າງເມືອງຫຼວງນ້ຳທາ ແລະ ເມືອງສີງ, ບ້ານຊຽງກົກ, ອຸດົມໄຊພົບຢູ່ແຄມເສັ້ນທາງໄປບ້ານນາແພງ, ບ້ານຕາດມວກ, ຜົ້ງສາລີພົບຢູ່ບ້ານຈັນຕານ, ບ້ານຫາດສາ, ບ້ານປ່າຄ່າ ແລະ ບ້ານນາມາກ, ວຽງຈັນພົບຢູ່ເມືອງເຟືອງ ພູແກ້ວກັນ, ບ້ານຫ້ວຍໂມ, ບ້ານຫຼ້ວງປາມາກ, ບ້ານມ່ວງ, ບ້ານນາແຊງ ແລະ ບ້ານໂພນສະຫວັນ, ເມືອງກາສີພົບຢູ່ບ້ານບວມພູກ, ນະຄອນວຽງຈັນພົບຢູ່ບ້ານໂພ.
ນິເວດວິທະຍາ: ເຂດເນີນສູງ, ປ່າດົງດິບຊື່ນ, ປ່າດົງດິບແລ້ງເຂດສູງ (>800), ປ່າປະສົມປ່ຽນໃບເຂດສູງ (>800)