ຫວາຍຫາງໜູ / Rat Tail Rattan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Calamus tetradactylus Hance. / Arecaceae
ຊື່ພ້ອງ
Calamus batoensis A.J.Hend. & N.Q.Dung
Calamus bonianus Becc.
Calamus cambojensis Becc.
Calamus crispus A.J.Hend., N.K.Ban & N.Q.Dung
Calamus flavinervis A.J.Hend. & N.Q.Dung
Calamus solitarius T.Evans, Sengdala, Viengkham, Thamm. & J.Dransf.
Palmijuncus tetradactylus (Hance) Kuntze
ຊື່ອື່ນ
ລາວ: ຫວາຍຫາງໜູ, ຫວາຍຫາງໜູໃຫຍ່, ຫວາຍສະວັງ, ກະເຈັກດອກຄະແນ, ເຣຢື
ກຳປູເຈຍ: ແຊຊົງ, ປະເດົາຈັນເກຣັດ, ປາດາວລະປຽກ, ຫະປຽກ
ຫວຽດນາມ: ເໝີຍເໜັບ, ເໝືຍເຕັດ, ເໝີຍຣິດກຳ
ບັນຍາຍລັກສະນະພືດສາດ

ຫວາຍຊະນິດນີ້ ເປັນຫວາຍສຸມ, ເສັ້ນຍາວ ເຖິງ 6 ມ ແລະ ໜ້າຕັດ 0.3-1 ຊມ. ກາບໃບມີໜ້າຕັດ 0.7-1.8 ຊມ ສີຂຽວເຂັ້ມ. ໜາມເປັນສີນໍ້າຕານແກມເຫຼືອງມີປາຍສີນໍ້າຕານເຂັ້ມ ຍາວ 0.2-1.5 ຊມ ແລະ ບາງຄັ້ງ ກໍມີເປັນຈໍານວນຫຼາຍ ແຕ່ບາງຄັ້ງກໍ່ໜ້ອຍ. ຫູກາບໃບນ້ອຍ ແລະ ແຫ້ງ, ບໍ່ມີໜາມ ຫຼື ຂົນ. ໃບຍາວ 0.2-0.6 ມ ພ້ອມໃບຍ່ອຍເກີດເປັນຈຸ້ມເປັນຄູ່ ຢູ່ແຕ່ລະຂ້າງຂອງກ້ານໃບ, ແຕ່ບາງຄັ້ງ, ກໍ່ເປັນໃບຄີກ. ກ້ານໃບຍ່ອຍຍາວ 3-10 ຊມ, ສ່ວນຊໍ່ດອກ, ຍາວ 0.4-1.8 ມ ແລະ ມີມືເກາະ. ໝາກມີຂະໜາດ 0.9 ຊມ x 0.9 ຊມ, ມີເກັດສີເຫຼືອງຈືດເມື່ອມັນແຫ້ງ ແລະ ຂອບບາງສີເຂັ້ມ. ແກ່ນ ເປັນຮ່ອງເລັກນ້ອຍ.

ບັນຍາຍການນຳໃຊ້

ຫວາຍຫາງໜູ ເປັນໜື່ງໃນຈໍານວນຫວາຍທີ່ນິຍົມກັນໃຊ້ເສັ້ນຫຼາຍທີ່ສຸດໃນລາວ, ເສັ້ນຂອງລຳຕົ້ນມີຄູນນະພາບສູງ ໃຊ້ເຮັດກະຕ່າ. ຍອດອ່ອນເປັນອາຫານ ແລະ ໝາກສູກເປັນອາຫານຂອງສັດປ່າ.

ການປະກອບສ່ວນ