Civil Society Fun Fair

Nov 16
2019
ສະຖານທີ່
Lao National Cultural Hall, Vientiane
Civil Society Fun Fair

ງານວາງສະແດງຜົນງານຂອງອົງການຈັດຕັ້ງທາງສັງຄົມ ເປັນງານທີ່ເປີດໂອກາດໃຫ້ແກ່ທຸກຄົນໃນທຸກບົດບາດໜ້າທີ່ ທີ່ອາໄສຢູ່ໃນປະເທດລາວ ເຂົ້າມາຊື່ນຊົມຜົນງານຂອງອົງການຈັດຕັ້ງສັງຄົມ ເພື່ອສ້າງຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ກົນລະຍຸດເພື່ອພັດທະນາປະເທດລາວ. ໂດຍສະເພາະແມ່ນ ການຍົກລະດັບອົງການຈັດຕັ້ງທາງສັງຄົມ ໃຫ້ມີການຮ່ວມມືກັບລັດຖະບານ ແລະ ບຸກຄົນທົ່ວໄປ ເພື່ອທີ່ຈະນຳໄປສູ່ການສະເໜີນະໂຍບາຍ ແລະ ພັດທະນາສະພາບແວດລ້ອມໃຫ້ມີຄວາມເອື້ອອຳນວຍຫຼາຍຂຶ້ນ ແລະ ເປັນການນຳໄປສູ່ຄວາມເຂົ້າໃຈ ບົດບາດໜ້າທີ່ ແລະ ເປົ້າໝາຍຂອງອົງການຈັດຕັ້ງທາງສັງຄົມ ໃນການພັດທະນາປະເທດລາວ

ງານ: ງານວາງສະແດງຜົນງານຂອງອົງການຈັດຕັ້ງເພື່ອສັງຄົມ
ວັນທີ: ວັນເສົາ 16/11/2019
ເວລາ: 08:00-17:00
ສະຖານທີ່: ເດີ່ນຈອດລົດຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ
 

ມາແລ້ວໆ ງານກິດຈະກຳດີໆ ເພື່ອສັງຄົມ ໃນ ວັນເສົາ ທີ 16/11/2019, ຈັດໂດຍອົງການຈັດຕັ້ງທາງສັງຄົມ ທີ່ຫໍວັດທະນະທຳແຫ່ງຊາດ

ພົບກັບທີມງານພາເຂົ້າລາວ ທີ່ຈະເຂົ້າຮ່ວມຈັດກິດຈະກຳ ແລະ ເຜີຍແພ່ຂໍ້ມູນກ່ຽວລະບົບເວັບໄຊນ໌ພາເຂົ້າລາວ 

ພິເສດ:

ລຸ້ນຮັບຂອງລາງວັນງາມໆຈາກພາເຂົ້າລາວທີ່ງານ, ກະຕິກາງ່າຍໆຄື:

  • ເຂົ້າມາຖ່າຍຮູບກັບຂອບຮູບໜ້າຮັກໆຂອງພາເຂົ້າລາວ

  • ອັບໂຫລດລົງເຟສບຸກຂອງຕົນເອງ ພ້ອມ #phakhaolaoplatform ແລະ ແທັກໝູ່ 5 ຄົນ

  • ຮັບຍອດໄລ 100 ໄລນ໌ ພາຍໃນ 9 AM-3 PM, ຮັບໄປເລີຍຈອກງາມໆຈາກພາເຂົ້າລາວ (ຂອງລາງວັນມີຈຳນວນຈຳກັດ)

Pha Khao Lao

 

ການປະກອບສ່ວນ