ງານສໍາມະນາອອນລາຍເພື່ອແລກປ່ຽນຄວາມຮູ້ກ່ຽວກັບງານມະຫາກໍາສີມືຫັດຖະກໍາລາວ

Nov 03
2021
LaoHandicraftFestival2021

ງານສໍາມະນາອອນລາຍເພື່ອແລກປ່ຽນຄວາມຮູ້ກ່ຽວກັບງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 20 ທີ່ຈະຈັດຂຶ້ນໃນເວລາ 13:30 - 16:30 ຂອງວັນທີ 03 ຕຸລານີ້.

ໂອກາດດຽວກັນນັ້ນ ພາຍໃນງານຈະມີການແລກປ່ຽນຄວາມຮູ້ກ່ຽວກັບງານມະຫາກໍາສີມືຫັດຖະກໍາ ໂດຍພາຍໃຕ້ຫົວຂໍ້ດັ່ງນີ້:

  1. ນະວັດຕະກໍາ ແລະ ການຜະລິດແບບຍືນຍົງ ຊຶ່ງນໍາສະເໜີໂດຍທ່ານ ນາງ ມະນີທິບ ວົງພະຈັນ ຜູ້ອຳນວຍການສ້າງສັນ ແບລນ ເລີລາວ.
  2. ການຕະຫລາດດິຈິຕອນ ແລະ ເຄື່ອງມືດິຈິຕອນສຳລັບ SMEs ໃນຂະແໜງຫັດຖະກຳ ຊຶ່ງນໍາສະເໜີໂດຍທ່ານ ນາງ ລັກອານົງ ສຸລິຍະວົງ ຜູ້ບໍລິຫານໃຫຍ່ຂອງບໍລິສັດ ຄຣີເອດທ໌ ການຕະຫລາດ ແລະ ການໂຄສະນາ.

ນອກນັ້ນພາຍໃນງານຍັງຈະມີເວທີສົນທະນາກັນໃນຫົວຂໍ້:

         ຄວາມສຳຄັນແລະທ່າແຮງຂອງການຜະລິດແບບຍືນຍົງໃນຂະແໜງຫັດຖະກຳ ແລະ ສົນທະນາປະສົບການຕົວຈິງຈາກ SMEs ໃນ ສປປ ລາວ ຊຶ່ງເປັນກຽດເຂົ້າຮ່ວມເວທີສົນທະນາໂດຍທ່ານ ຟ້າວັດທະນາ ພູມມະສັກ ຮອງອຳນວຍການ ບໍລິສັດ ຟ້າວັດທະນາ ຈຳກັດ, ນາງ ແສງມະນີ ວົງສີປະສົມ ອໍານວຍການ ສູນເຝິກອົບຮົມວິຊາຊີບຫ້ວຍຫົງສໍາລັບແມ່ຍິງ, ທ່ານນາງ ວາລີ ພົມມະຈັກ ຜູ້ກໍ່ຕັ້ງ Econox Laos, ນາງ ອານຸສອນ ແກ້ວບຸນມາ ເຈົ້າຂອງທຸລະກິດຫັດຖະກໍາ ອານຸສອນກະເປົາຫວາຍ ນອກນີ້ຍັງຈະມີການສົນທະນາຫົວຂໍ້: ຄວາມສຳເລັດໃນການນຳໃຊ້ເຄື່ອງມືດີຈິຕອນຂອງ SMEs ໃນຂະແໜງຫັດຖະກຳໃນໄລຍະການແຜ່ລະບາດຂອງ COVID-19 ເປັນກຽດເຂົ້າຮ່ວມເວທີສົນທະນາໂດຍທ່ານ ຟ້າວັດທະນາ ພູມມະສັກ ຮອງອຳນວຍການ ບໍລິສັດ ຟ້າວັດທະນາ ຈຳກັດ, ນາງ ພອນປະສົງ ໂຄດປະທຸມ ເຈົ້າຂອງທຸລະກິດຫັດຖະກໍານິກອນ ຕຳແຜ່ນແພຝ້າຍ ແລະ ໃໝລາວ ແລະ ທ່ານ ນາງ ໄພວັນ ກິນນະວົງ ເຈົ້າຂອງທຸລະກິດຫັດຖະກໍາຕີໂອ, ຕີຂັນນາງໄພວັນ.

 

ສາມາດລົງທະບຽນສະໝັກໄດ້ທີ່: https://us02web.zoom.us/.../tZYlce...

 

 

 

 

 

ການປະກອບສ່ວນ