ສະໝຸນໄພປ້ອງກັນ ແລະ ກຳຈັດເພ້ຍໄຟໃນນາເຂົ້າ

Andy Souvanphakdy
ເພ້ຍໄຟ ແມງໄມ້ຂະໜາດນ້ອຍ ແຕ່ສາມາດສ້າງຄວາມເສຍຫາຍທຳລາຍນາເຂົ້າໄດ້ຢ່າງຫຼວງຫຼາຍ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ເພ້ຍໄຟ (Rice thrips)
ຊື່ວິທະຍາສາດ: Stenchaetothrips biformis (Bagnal)
ຊື່ສາມັນ: Rice thrips 
ຊື່ພາສາລາວ: ເພ້ຍໄຟ

 

phakhaolao.la

 

ເພ້ຍໄຟ ແມ່ນແມງໄມ້ທໍາລາຍເຂົ້າ ທີ່ມີຮູບຮ່າງຂະຫນາດນ້ອຍ ຊຶ່ງບໍ່ສາມາດເບິ່ງເຫັນຮູບຮ່າງດ້ວຍຕາເປົ່າຢ່າງຊັດເຈນໄດ້ ແຕ່ຕ້ອງໄດ້ເບິ່ງຜ່ານແວ່ນຂະຫຍາຍ ຫຼື ກ້ອງຈຸລະທັດ, ມີຂະຫນາດລໍາຕົວຍາວປະມານ 1-2 ມມ ມີທັງຊະນິດມີປີກ ແລະ ບໍ່ມີປີກ. ໂຕແກ່ມີສີດໍາ, ໂຕອ່ອນມີສີເຫຼືອງອ່ອນປີກສີນໍ້າຕານ, ສ່ວນທ້ອງມີລັກສະນະສ້ວຍຍາວ, ໂຕແກ່ ຈະວາງໄຂ່ໃສ່ໃນເນື້ອເຍື່ອຂອງໃບເຂົ້າ.

ການລະບາດ

ສ່ວນຫຼາຍມັກລະບາດໃນໄລຍະທີ່ເປັນຕົ້ນກ້າ ຫາ ປັກດໍາໄດ້ປະມານ 2-3 ອາທິດ ໂດຍສະເພາະແມ່ນຊ່ວງທີ່ມີອາກາດຮ້ອນ, ແຫ້ງແລ້ງ, ຝົນຕົກຫນ້ອຍ ຫຼື ສະພາບເຂົ້າທີ່ຂາດນໍ້າ, ແຕ່ບາງຄັ້ງເພ້ຍໄຟກໍອາດເຂົ້າທໍາລາຍໃນໄລຍະເຂົ້າອອກດອກ

ລັກສະນະການທໍາລາຍ

  • ເພ້ຍໄຟໂຕອ່ອນ ແລະ ໂຕແກ່ຈະດູດກິນນໍ້າລ້ຽງຈາກໃບເຂົ້າທີ່ອ່ອນ, ລັກສະນະໃບເຂົ້າທີ່ຖືກທໍາລາຍ ປາຍໃບຈະຫ່ຽວ, ຂອບໃບຈະມ້ວນເຂົ້າຫາກາງໃບ, ໃບກາຍເປັນສີເຫຼືອງ, ມີການຈະເລີນເຕີບໂຕຊ້າ, ຖ້າມີການລະບາດຫຼາຍ ຈະເຮັດໃຫ້ຕົ້ນເຂົ້າຕາຍ
  • ຖ້າທໍາລາຍໃນໄລຍະເຂົ້າອອກດອກ ແມ່ນດູດກິນນໍ້າລ້ຽງໃນດອກ ແລະ ເຮັດໃຫ້ເມັດເຂົ້າລີບຈໍານວນຫຼາຍ
  • ເພ້ຍຈະອາໄສຢູ່ໃນໃບທີ່ມ້ວນເຂົ້ານັ້ນ, ໃບທີ່ເປັນສີຂຽວ ຫຼື ຫຼືບໃບເຂົ້າ

ວິທີການປ້ອງກັນ

  • ນໍາໃຊ້ແນວພັນເຂົ້າ ທີ່ມີຄວາມຕ້ານທານຕໍ່ເພ້ຍໄຟ ເຊັ່ນ: ເຂົ້າດໍ, ເຂົ້າມະລິດໍາ, ເຂົ້າອີແອ
  • ໃຊ້ຝຸ່ນຢູເລຍ (ຝຸ່ນເລັ່ງໃນອັດຕາ 10 ກິໂລກຼາມ/ໄຣ ຫວ່ານເມື່ອອາຍຸເຂົ້າໄດ້ 10 ວັນ) ເພື່ອເລັ່ງການຈະເລີນເຕີບໂຕຂອງເຂົ້າ. 
  • ອະນາໄມບໍລິເວນອ້ອມໄຮ່ນາ ບໍ່ໃຫ້ຮົກເຮື້ອ ແລະ ເອົານໍ້າເຂົ້າໃສ່ໄຮ່ນາບໍ່ໃຫ້ແຫ້ງ 
  • ນໍາໃຊ້ສະຫມຸນໄພປ້ອງກັນ ເພ້ຍອ່ອນ, ເພ້ຍໄຟ, ໄຮແດງ, ເພ້ຍຈັກຈັ່ນສີຂຽວ, ເພ້ຍຈັກຈັ່ນ ສີນ້ໍາຕານ, ບົ້ງຊອນໃບ ແລະ ອື່ນໆ ອີກ ຊຶ່ງປະກອບມີສ່ວນປະສົມ ແລະ ອັດຕາສ່ວນຄື: ໃບຂົມກະເດົາ 1 ກິໂລກຼາມ, ສີໄຄເຄື່ອງ 1 ກິໂລກຼາມ (ໃຊ້ໄດ້ຫມົດທັງຕົ້ນ), ຫົວຂ່າ 1 ກິໂລກຼາມ, ກາກນ້ໍາຕານ3 ລີດ, ນໍ້າສະອາດ10 ລິດ

ວິທີປະຕິບັດ: ຊອຍສ່ວນປະສົມທັງຫມົດໃຫ້ມີຂະຫນາດນ້ອຍໆ ປະສົມໃສ່ກັນ, ແຊ່ປະໄວ້ 1 ມື້ ຫຼື 24 ຊົ່ວໂມງ ຈຶ່ງນໍາເອົາອອກມາຕອງດ້ວຍຜ້າສະອາດ
ວິທີນໍາໃຊ້: ເອົານໍ້າສະຫມຸນໄພທີ່ຕອງໄວ້ ໃນອັດຕາ 1 ລິດ/ນໍ້າສະອາດ 15 ລິດ ແລ້ວສີດພົ່ນຕິດຕໍ່ກັນເປັນເວລາ 3 ວັນ ຖ້າສັງເກດເຫັນເພ້ຍໃນປະລິມານທີ່ຫຼາຍແມ່ນໃຫ້ຫຼຸດອັດຕາສ່ວນຂອງນໍ້າລົງ ຫຼັງຈາກນັ້ນປະສົມເຂົ້າກັນ ແລ້ວນໍາໄປສີດພົ່ນ.

ວິທີການກໍາຈັດ 

  • ລົງຕິດຕາມ ແລະ ສໍາຫຼວດໄຮ່ນາເປັນປະຈໍາ ຫາກພົບເຫັນໃບເຂົ້າມ້ວນປະມານ10 ໃບ/ສຸມ ໃຫ້ເອົານ້ຳໃສ່ຖ້ວມຍອດເຂົ້າປະໄວ້ປະມານ 12 ຊົ່ວໂມງ ແລ້ວຈິ່ງເປັ່ງນ້ຳອອກ ເພື່ອໄລ່ເພ້ຍໄຟໂຕແກ່ອອກຈາກໄຮ່ນາ
  • ຖ້າເຂດທີ່ມີແຫຼ່ງນ້ຳແມ່ນໃຫ້ປ່ອຍນ້ຳໃຫ້ຖວ້ມຕົ້ນເຂົ້າປະໄວ້ 1-2 ວັນ ແລ້ວກໍປ່ອຍນ້ຳອອກ
  • ກໍລະນີລະບາດຮ້າຍແຮງ ໃຫ້ນໍາໃຊ້ຢາເຄມີ (Imimdaoloprio, Deltamethrin) ໃນອັດຕາສວນທີ່ລະບຸໄວ້ໃນຂ້າງກ່ອງຢາ, (ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ໃຊ້)

 

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

Contribute