8 ສູດກຳຈັດສັດຕູພືດງ່າຍໆ ດ້ວຍໝາກເຜັດ

Andy Souvanhphukdee
ທາງເລືອກກຳຈັດສັດຕູພືດທີ່ດີສຳລັບຊາວກະສິກອນ ບໍ່ຈຳເປັນຕ້ອງໃຊ້ສານເຄມີພຽງແຕ່ມີໝາກເຜັດ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ໜ່ວຍໝາກເຜັດ ມີຄຸນສົມບັດເປັນຢາປ້ອງກັນ ແລະ ກຳຈັດແມງໄມ້ສັດຕູພືດ

ການອອກລິດຂອງຢາ: ເປັນພິດຕໍ່ລະບົບລະລາຍ, ທຳລາຍໂດຍກົງ, ຂັບໄລ່, ຂັດຂວາງການກິນອາຫານ, ການດູດຊຶມ ແລະ ທຳລາຍເຊື້ອໄວຣອຍ (Viroid)

ແມງໄມ້ສັດຕູພືດເປົ້າໝາາຍ

  • ແມງໄມ້ສັດຕູພືດໃນສວນ: ມົດທົ່ວໆໄປ, ເພ້ຍອ່ອນທົ່ວໆໄປ, ມອດງວງຝັກໝາກຖົ່ວ, ແມງຜັກຫົມ, ແມງປີກແຂງໂກໂລຣາໂດ, ບົ້ງທົ່ວໆໄປ, ແມງມີ່ຂາວດ ແມງລີ້ນໝາ (ຫອຍທາກ) ທົ່ວໆໄປ
  • ພະຍາດໃນສວນ: ພະຍາດໃບດ່າງຂອງໝາກແຕງ, ພະຍາດຈຸດວົງແຫວນຂອງໝາກແຕງ, ພະຍາດໄວຮັສເອັດຂອງຢາສູບ, ພະຍາດໃບດ່າງຂອງຢາສູບ, ພະຍາດຈຸດວົງແຫວນຂອງຢາສູບ

ຂໍ້ຄວນລະວັງ:

ເວລາປຸງແຕ່ງ ແລະ ນຳໃຊ້ຄວນລະວັງຢ່າໃຫ້ນ້ຳຢາຖືກຜິວໜັງ, ເຂົ້າຕາ ແລະ ລະບົບຫາຍໃຈ ເພາະຈະເຮັດໃຫ້ແສບ ແລະ ຮ້ອນ

ລັກສະນະສະເພາະຂອງໝາກເຜັດ

ຖ້າເປັນນ້ຳປັ່ນທີ່ເຂັ້ມຂຸ້ນສູງ ຄວາມເຜັດກໍສາມາດຕົກຄ້າງໃນພືດໄດ້ເຊັ່ນກັນ, ດັ່ງນັ້ນ ເພື່ອຄວາມແນ່ໃຈ ຄວນມີການທົດສອບຢາໃນອັດຕາທີ່ເໝາະສົມໃນເນື້ອທີ່ນ້ອຍໆກ່ອນ

ວິທີການປຸງແຕ່ງ ແລະ ນຳໃຊ້

ເປັນທີ່ຮູ້ຈັກກັນດີໃນປະເທດຟີລິບປິນໃນການປຸງແຕ່ງນ້ຳແຊ່ໝາກເຜັດສີດປ້ອງກັນ ແລະ ກຳຈັດສັດຕູພືດ

1. ການປຸງແຕ່ງນ້ຳແຊ່ໝາກເຜັດ

  • ໝາກເຜັດ 100 ກຼາມ ໃຊ້ຄົກຕຳໝາກເຜັດໃຫ້ລະອຽດ, ຕື່ມນ້ຳໃສ່ 1 ລິດ, ຄົນ ແລະ ສັ່ນໃຫ້ເຂົ້າກັນ ແລ້ວຕອງດ້ວຍຜ້າ. ກ່ອນນຳໄປສີດຕ້ອງປະສົມກັບນ້ຳລະລາຍສະບູອິນຊີໃນອັດຕານ້ຳໝາກເຜັດ 1 ສ່ວນຕໍ່ນ້ຳລະລາຍສະບູອິນຊີ 5 ສ່ວນຢາເປັນພິດແຮງຕໍ່ເພ້ຍອ່ອນ ແລະ ແມງໄມ້ສັດຕູຂອງພືດຜັກອີກຫຼາຍຊະນິດ. ໝາຍເຫດ ຊາວສວນຜັກອິນຊີໃນປະເທດລາວນິຍົມໃຊ້ກາກນ້ຳຕານແທນການໃຊ້ສະບູ ເພາະວ່າກາກນ້ຳຕານກໍທຳໜ້າທີ່ຕິດໃບພືດໄດ້ດີພ້ອມກັນນັ້ນມັນຍັງທຳໜ້າທີ່ບຳລຸງພືດໄປພ້ອມກັນ
  • ຊອຍໝາກເຜັດສຸກບາງໆ ປະມານ 500 ກຼາມ ຕົ້ມໃສ່ນ້ຳ 3 ລິດ, ໃຫ້ຟົດ 15-20 ນາທີ. ຕື່ມນ້ຳລະລາຍສະບູອິນຊີ 30 ກຼາມ. ຈາກນ້ນກໍຕື່ມນ້ຳອີກ 3 ລິດ ເພື່ອໃຫ້ນ້ຳຕົ້ມໝາກເຜັດເຢັນລົງ ແລ້ວຈຶ່ງຕອງ, ຖ້າບໍ່ມີຝົນຕົກໃຫ້ສີດອາທິດລະເທື່ອແຕ່ຖ້າມີຝົນຕົກໃຫ້ສີດ 2-3 ເທ່ຶອຕໍ່ອາທິດ

2. ການປຸງແຕ່ງ ນໍ້າດອງໝາກເຜັດ

ນຳໃຊ້ໝາກເຜັດເພື່ອປ້ອງກັນເພັຍອ່ອນ, ເພັ້ຍຫອຍ, ແມງໄມ້ພວກກິນໃບ, ມອດງວງເຈາະຫມາກຖົ່ວ ແລະ ຫນອນຊອນໃບ ຊຶ່ງປະກອບດ້ວຍສ່ວນປະສົມເຊັ່ນ: ຫມາກເຜັດ 60 ກຼາມ, ເຫຼົ້າ 3 ລິດ. ຊອຍຫມາກເຜັດປະສົມກັບນໍ້າເຫຼົ້າທີ່ຕຽມໄວ້ ແລະ ດອງປະໄວ້ 14 ວັນ ກ່ອນເອົາມາຕອງ. ປະສົມດອງຫມາກເຜັດ 10 ມີລີລິດນ 20 ລິດ ແລ້ວສີດ, ນໍ້າຢາແບບນີ້ຍັງທຳລາຍພວກບົ້ງຕ່າງໆ ຊຶ່ງຈະເຮັດໃຫ້ບົ້ງຕາຍພາຍໃນ 3 ວັນ


3. ການປຸງແຕ່ງສູດປະສົມ ໝາກເຜັດ, ຜັກທຽມ ແລະ ຜັກບົ່ວຫົວແດງ

  • ໃຊ້ນໍ້າຢາເພື່ອປ້ອງກັນ ແລະ ກໍາຈັດເພັ້ຍຈັກຈັ່ນ, ແມງໄມ້ທີ່ກິນໃບຖົ່ວ ແລະ ແມງມີ່ຂາວໃນຫມາກເລັ່ນ, ສ່ວນປະສົມປະກອບມີຫມາກເຜັດ 1 ກິໂລ, ຜັກທຽມ 3 ຫົວ, ຜັກບົ່ວຫົວແດງ 1 ຫົວ (ຫົວໃຫຍ່) ຫຼື ຫົວຂະຫນາດກາງ 2 ຫົວ, ຊອຍທຸກສ່ວນປະສົມ ບາງໆ ແລະ ແຊ່ໃສ່ປະໄວ້ຂ້າມຄືນ. ຈາກນັ້ນ ຈຶ່ງເອົາສ່ວນປະສົມທີ່ແຊ່ໄວ້ອອກມາ ຕອງເອົາແຕ່ນໍ້າ ແລະ ຕື່ມນ້ຳສະອາດໃສ່ໃຫ້ໄດ້ 1 ບັ້ງສີດ (18 - 20 ລິດ).
  • ເອົາສ່ວນປະສົມຂອງພືດແບບດຽວກັນເພື່ອປ້ອງກັນ ແລະ ກໍາຈັດພວກແມງປີກແຂງກິນໃບຖົ່ວ, ສ່ວນປະສົມປະກອບດ້ວຍຫມາກເຜັດ 30 ກຼາມ, ຜັກທຽມ 10 ກີບ, ຜັກບົວ 2 ຫົວ.
  • ຊອຍບາງໆແຊ່ໃສ່ນໍ້າ 12 ລິດ ປະໄວ້ຄ້າງຄືນ. ມື້ຕໍ່ມາຈຶ່ງເອົາມາຕອງ ແລະ ພ້ອມທີ່ຈະເອົາໄປສີດ, ແມງປີກແຂງກໍ່ຈະຕົກລົງດິນພາຍໃນ 3 ຊົ່ວໂມງ ແລະ ກໍ່ຕາຍໃນທີ່ສຸດ

4. ການປຸງແຕ່ງສູດປະສົມ ໝາກເຜັດ, ດອກດາວເຮືອງ ແລະ ເຫຼົ້າຂາວ

ໃຊ້ຢາເພື່ອປ້ອງກັນ ແລະ ກຳຈັດມອດງວງເຈາະຫມາກຖົ່ວຂຽວ, ຊຶ່ງປະກອບດ້ວຍສ່ວນປະສົມດັ່ງນີ້: ຫມາກເຜັດ 0,5 ກິໂລ, ໃບດອກດາວເຮືອງ 0,5 ກິໂລ, ນໍ້າຕານເຊື່ອມ (ລະລາຍນໍ້າຕານໃສ່ນໍ້າ) ຫຼື ນ້ໍາອ້ອຍ 0,5 ກິໂລ ແລະ ສະບູອິນຊີຫນ້ອຍຫນຶ່ງ. ບິດຫມາກເຜັດ ແລະ ໃບດອກດາວເຮືອງ ໃຫ້ລະອຽດ ແລ້ວປະສົມກັບນ້ໍາຕານເຊື່ອມ ຫຼັງຈາກນັ້ນ 2 ຊົ່ວໂມງຈຶ່ງເອົາມາຕອງ. ໂດຍທົ່ວໄປເມື່ອຈະເອົານໍ້າຢາໄປສີດໃນສວນ ຕ້ອງໃຊ້ນໍ້າຢາໃນອັດຕາ 50 ມີລິລິດຕໍ່ນ 20 ລິດ ແລະ ສີດພືດໃນໄລຍະເລີ່ມຕົ້ນຂອງ ການຈະເລີນເຕີບໂຕ (ຍັງນ້ອຍ). ຈາກນັ້ນໃຫ້ໃຊ້ໃນອັດຕາ 75 ມີລິລິດຕໍ່ບັ້ງສີດຫນຶ່ງບັ້ງສີດ ແລະ ສີດ 6-8 ວັນຕາມບ່ອນທີ່ຕ້ອງການ, ສໍາລັບການປ້ອງກັນ ແລະ ກຳຈັດມອດງວງໝາກຖົ່ວໃຊ້ຢາ 75 ມິລີລິດຕໍ່ນ້ຳ 20 ລິດ ຕາມທີ່ແນະນຳໄປແລ້ວ ແລະ ສີດເມື່ອໝາກຖົ່ວອອກດອກ

5. ການປຸງແຕ່ງສູດປະສົມ ໝາກເຜັດ ແລະ ໃບກະເດົາ

ໃຊ້ຢາເພື່ອຕ້ານແມງຫມີ່ຂາວ ແລະ ບົ້ງຝູງສາລີ, ໃນເນື້ອທີ່ໆມີແມງໄມມີປະໂຫຍດຫນ້ອຍຄວນໄດ້ຮັກສາພວກບົ້ງໄວ້ໃນລະດັບທີບໍ່ສ້າງຄວາມເສຍຫາຍໄດ້ ເພື່ອເປັນອາຫານໃຫ້ແກ່ແມງໄມ້ພວກດັ່ງກ່າວ. ສ່ວນປະສົມປະກອບມີ ຫມາກເຜັດ 10 - 20 ຫນ່ວຍ, ໃບກະເດົາ 2 - 2,5 ກິໂລ ບົດທັງສອງສ່ວນປະສົມໃຫ້ລະອຽດ ແລະ ແຊ່ໃສ່ນໍ້າ ປະໄວ້ຂ້າມຄືນ, ມື້ຕໍ່ມາຈຶ່ງເອົາມາຕອງ ຕື່ມນໍ້າສະບູອິນຊີ 2 ບ່ວງແກງ (ເພື່ອໃຫ້ຢາຕິດ ໃບພືດດີ ຈະໃຊ້ກາກນໍ້າຕານແທນກໍ່ໄດ້) ແລະ ຕື່ມນໍ້າໃສ່ 20 ລິດ, ຄວນສີດຢາຫນຶ່ງເທື່ອຕໍ່ອາທິດເພື່ອຕ້ານກັບແມງມີ່ຂາວ.

6. ການປຸງແຕ່ງສູດປະສົມ ໝາກເຜັດ ແລະ ແກ່ນຂົມກະເດົາ

ສູດຢານີ້ໃຊ້ເພື່ອຕ້ານກັບແມງຫມີຂາວຂອງຫມາກເລັ່ນ, ຫມາກເຜັດຫວານ, ບົ້ງຊອນໃບຂອງກະລໍາ, ເພັຍອ່ອນ, ແມງໄມ້ພວກປາກດູດ, ປາກກັດກິນໃບອື່ນໆ. ສ່ວນປະສົມປະກອບມີ: ຫມາກເຜັດ 12 ຫນ່ວຍ, ແກ່ນກະເດົາ 200 ກຼາມ. ແກະເປືອກແກ່ນ ກະເດົາເອົາແຕ່ເນື້ອທາງໃນ ແລ້ວເອົາຕາກແດດ 2 ມື້, ເມື່ອແກ່ນກະເດົາແຫ້ງເຕັມທີແລ້ວຈຶ່ງເອົາທັງຫມົດມາບົດໃຫ້ລະອຽດ, ແຊ່ໃສ່ນ 4 ລິດ ປະໄວ້ຄ້າງຄືນ, ຈາກນັ້ນ ໃຫ້ບົດຫມາກເຜັດ 12 ຫນ່ວຍລົງໃສ່ ແລ້ວຈຶ່ງເອົາສ່ວນປະສົມທັງຫມົດມາຕອງກ່ອນນໍາໄປໃຊ້. ໃນເຂດທີ່ມີແມງຫມີ່ຂາວໜາແຫນ້ນໃຫ້ສີດຢານີ້ 1 ເທື່ອຕໍ່ ທຸກໆ 3 - 4 ວັນ.

7. ການປຸງແຕ່ງສູດປະສົມ ໝາກເຜັດ ແລະ ເກືອ

ສູດຢານີ້ໃຊ້ເພື່ອຕ້ານກັບບົ້ງຝູງ. ໃຊ້ຫມາກເຜັດ 50 ຫນ່ວຍ, ເກືອ 120 ກຼາມ. ບົດທັງສອງສ່ວນເຂົ້າກັນ, ເມື່ອສ່ວນປະສົມເຂົ້າກັນດີແລ້ວໃຫ້ແຊ່ໃສ່ນໍ້າປະໄວ້ປະມານ 2 ຊົ່ວໂມງ ຈຶ່ງເອົາສ່ວນປະສົມໄປຕອງ ແລະ ຕື່ນລົງອີກ 16 ລິດກ່ອນນນໍາໄປໃຊ້.

8. ການປຸງແຕ່ງສູດປະສົມ ໝາກເຜັດ, ປູນຂາວ ແລະ ເກືອ

ສູດຢານີ້ໃຊ້ເພື່ອຕ້ານກັບພວກແມງປີກແຂງກິນໃບຫົວກາດຂາວ, ບົດສ່ວນປະສົມທັງໝົດທີ່ມີ ໝາກເຜັດ 24 ໜ່ວຍ, ເກືອ 120 ກຼາມ,ປູນຂາວ 120 ກຼາມ ແລ້ວແຊ່ໃສ່ນ້ຳປະໄວ້ 2 ຊົ່ວໂມງກ່ອນຈະເອົາມາຕອງ ແລະ ຕື່ມນ້ຳໃສ່ລົງໄປອີກ 16 ລິດ, ເວລາທີ່ພືດຍັງນ້ອຍໃຫ້ສີດຢານີ້ໜຶ່ງເທື່ອຕໍ່ອາທິດ, ເມື່ອພືດໃຫ່ຍຂຶ້ນໃຫ້ຫຼຸດລົງເປັນສອງອາທິດຕໍ່ເທື່ອ
 

ຂໍ້ມູນ: ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດ

Contribute