ການຜະລິດຮໍໂມນພືດ (Plant Hormone)

ການຜະລິດຮໍໂມນພືດ (Plant Hormone)
ການຜະລິດຮໍໂມນແມ່ນແນໃສ່ເລັງດອກ, ເລັ່ງຮາກ
ສ່ວນປະສົມ:
- ໝາກໄມ້ສຸກທຸກຊະນິດ 2 ສ່ວນ.
- ຫອຍເຊີຣີ 1 ສ່ວນ.
- ຕົ້ນກະບອງເພັດ 1 ສ່ວນ.
- ກາກນ້ໍາຕານ 5 ສ່ວນ (ຖ້າບໍ່ມີໃຫ້ເອົານ້ໍາຕານແທນ).
- ຖັງພລາສະຕິກ 50 ລິດ 1 ຖັງ.
ວິທີເຮັດ:
ເອົາໝາກໄມ້ສຸກ, ກະບອງເພັດ, ຫອຍເຊີລີ ມາຟັກໃຫ້ແຫຼກເອົາລົງໃສຖັງພລາສະຕິກ, ເອົານໍ້າໃສພໍຖ້ວມປິດຝາແລ້ວໝັກໄວ້ 1 ເດືອນ ແລ້ວເອົາກາກນໍ້າຕານ ຫຼື ນ້ໍາຕານຊາຍແດງເທລົງແລ້ວໝັກໄປອີກ 15-30 ວັນແລ້ວຕອງເອົານ້ໍາສະກັດມາໃຊ້ໄດ້.
ການນໍາໃຊ້ເພື່ອເລັ່ງດອກ:
ໃຊ້ຕາມລະດູການຂອງດອກພືດ, ຮໍໂມນພືດ 1 ຊີຊີ/ນໍາ 1 ລິດ ສິດຕິດຕໍ່ກັນ 7 ຫຼື 15 ວັນພືດຈະອອກດອກໄວກວ່າປົກກະຕິ. ສິດໃສ່ໄມ້ປະດັບຕິດຕໍ່ກັນ 20 ວັນກໍ່ຈະອອກດອກ.
ວິທີການນໍາໃຊ້
- ຫົດຜັກ, ຕົ້ນໄມ້ໃຫ້ໝາກ 2 ບ່ວງປະສົມນ້ໍາ 10 ລິດ.
- ໃຊ້ໃນການເຮັດປຸ໋ຍບົ່ມ.
- ໃຊ້ເປັນສານສະກັດ ຫຼື ຍ່ອຍສະຫຼາຍສານອິນຊີ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ