ນໍ້າໝັກຊີວະພາບ ສູດຂັບໄລ່ແມງໄມ້
ສາລະພັດຄວາມຮູ້ ສູດນໍ້າໝັກຂັບໄລ່ແມງໄມ້ປອດສານເຄມີ
ແນະນຳວິທີເຮັດ

puechkaset.com
ສູດຂັບໄລ່ແມງໄມ້
ສ່ວນປະກອບມີຄື:
- ຫົວເຊື່ອຊີວະພາບ 1 ສ່ວນ.
- ກາກນໍ້າຕານ 1 ສ່ວນ.
- ເຫຼົ້າຂາວ 1 ສ່ວນ.
- ນໍ້າສົ້ມສາຍຊູ 5 % 1 ສ່ວນ.
- ນໍ້າສະອາດ 1 ສ່ວນ.
ວິທີເຮັດ: ເອົາກາກນ້ໍາຕານປະສົມນໍາໃຫ້ລະລາຍແລ້ວໃສ່ເຫຼົ້າຂາວ ແລະ ນ້ໍາສົ້ມສາຍຊູ 5%, ເຂົ້ານໍາ ຫົວເຊື້ອໃສ່, ຄົນໃຫ້ເຂົ້າກັນດີ, ອັດໃຫ້ແໜ້ນປະໄວ້ 15 ວັນ, ໃນໄລຍະໝັກໃຫ້ສັ່ນຂວດທຸກມື້ແລ້ວເປີດຝາລະບາຍອາກາດ.
ວິທີນໍາໃຊ້: ນໍາສະກັດໜຶ່ງບ່ວງແກງປະສົມນ້ໍາ 10 ລິດຫົດໃສ່ຜັກ ຫຼື ຕົ້ນໄມ້ໃຫ້ໝາກ 1 ເທື່ອຕໍ່ອາທິດ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ