ກິນຜັກໝາກໄມ້ຫຍັງດີ ເມື່ອຮ່າງກາຍຕ້ອງການວິຕາມິນເອ (Vitamin A)?

ກິນຜັກໝາກໄມ້ຫຍັງດີ ເມື່ອຮ່າງກາຍຕ້ອງການວິຕາມິນເອ (Vitamin A)?

Andy Souvanphakdy
ວິຕາມິນເອ ເປັນວິຕາມິນຊະນີດໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍ ພົບໄດ້ທັງຈາກສັດ, ຜັກ ແລະ ໝາກໄມ້
ຊີວະນາໆພັນກະສິກຳ
phakhaolao.la

ດັ່ງທີ່ຫຼາຍໆຄົນໄດ້ຮູ້ແລ້ວວ່າວິຕາມິນເອ ເປັນວິຕາມິນທີ່ສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍ ມີສ່ວນຊ່ວຍໃນການບຳລຸງສາຍຕາ ຊ່ວຍໃນການເບິ່ງເຫັນ, ຊ່ວຍໃນການຈະເລີນເຕີບໂຕຂອງກະດູກ ແລະ ແຂ້ວ, ບຳລຸງຜິວໜັງ ແລະ ເສີມສ້າງພູມຄຸ້ມກັນ. ວິຕາມິນເອ ພົບໄດ້ທັງຈາກສັດ, ຜັກ ແລະ ໝາກໄມ້ສີເຫຼືອງ, ສົ້ມ, ແລະ ຂຽວເຂັ້ມ. ດັ່ງນັ້ນເຮົາສາມາດເລືອກຮັບປະທານອາຫານທີ່ມີວິຕາມິນເອໄດ້ຫຼາກຫຼາຍຕາມຕ້ອງການ.

ສຳລັບເນື້ອໃນບົດຄວາມນີ້ຈະມາແນະນຳກ່ຽວກັບຜັກ ແລະ ໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນເອ ສຳລັບຄົນທີ່ບໍ່ມັກ ຫຼື ຫຼີກລ່ຽງການຮັບປະທານຊີ້ນ, ທີ່ສຳຄັນຄື ເປັນຊະນິດຜັກ ແລະ ໝາກໄມ້ທີ່ສາມາດຫາໄດ້ຕາມທຳມະຊາດ ຫຼື ສາມາດປູກເອງໄດ້ໃນປະເທດລາວ

  • ໝາກກະທັັນ ສາມາດກິນໄດ້ ມີຣົດຊາດຫວານ ແລະ ມີຄຸນຄ່າທາງອາຫານເຊິ່ງປະກອບໄປດ້ວຍມີວິຕາມິນເອ ຊ່ວຍບຳລຸງຜິວພັນ, ກະດູກ ແລະ ແຂ້ວໃຫ້ແຂງແຮງ. ນອກນັ້ນໝາກກະທັນຍັງປະກອບໄປດ້ວຍວິຕາມິນຊີ ເສີມສ້າງພູມຄຸ້ມກັນອີກດ້ວຍ.
  • ຜັກຫົມຂາວ ສາມາດນຳມາປະກອບອາຫານໄດ້ ມີວິຕາມິນເອສູງ ສຳລັບຄຸນຄ່າທາງໂພສະນາການຕໍ່ 100 ກຼາມມີ ໄດ້ວິຕາມິນເອ 858 ໜ່ວຍສາກົນ.
  • ໝາກລະມຸດ ມີຄຸນຄ່າທາງດ້ານອາຫານສູງສົມຄວນ ປະກອບດ້ວຍທາດອາຫານຫຼາຍຊະນິດ ໜຶ່ງໃນນັ້ນຄືວິຕາມິນເອ. ເປັນໝາກໄມ້ທີ່ນິຍົມຮັບປະທານ, ມີຣົດຫວານ, ນຸ່ມ, ບາງພັນກອບຫວານ ໝາກສຸກສາມາດເຮັດໝາກໄມ້ກະປ໋ອງ ຫຼື ຂວດໄດ້.
  • ໝາກໝັ້ນ ເປັນໝາກໄມ້ທີ່ມີໄຂມັນຕໍ່າ ແລະ ສານອາຫານຫຼາຍຊະນິດທີ່ສໍາຄັນສູງເຊັ່ນ: ວິຕາມິນ, ເກືອແຮ່, ຄາໂບໄຮເດດ ແລະ ອື່ນໆ. ຄຸນຄ່າທາງໂພສະນາການຂອງໝາກໝັ້ນຕໍ່ 100 ກຼາມໄດ້ວິຕາມິນເອ 17 ໄມໂຄຼກຼາມ. ​ແຕ່ຂໍຄວນລະວັງສຳລັບການຮັບປະທານໝາກໝັ້ນຄືແມ່ຍິງຖືພາໍ່ຄວນຮັບປະທານຫຼາຍເກີນໄປ ແລະ ຜູ້ທີ່ປ່ວຍເປັນພະຍາດໄຕ, ຜູ້ທີ່ຕ້ອງລ້າງໄຕຢູ່ເປັນປະຈໍາ, ລວມໄປເຖິງຜູ້ທີ່ມີອາການຖ່າຍແຫຼວ ຫຼື ມີອາການຂອງລໍາໄສບໍ່ປົກກະຕິບໍ່ຄວນຮັບປະທານ.
  • ຜັກຫວານບ້ານ ໃບ ແລະ ຍອດອ່ອນນຳມາລວກ, ຕົ້ມ ຫຼື ໜື່ງ ກິນເປັນຜັກຈ້ຳແຈ່ວ, ລາບ, ປານື່ງ ຫຼື ຈະນຳມາປະກອບອາຫານ ຫຼື ໃຊ້ເພື່ອເພີ່ມຣົດຊາດໃຫ້ມີອາຫານຣົດຫວານຕາມທຳມະຊາດ. ຜັກຫວານບ້ານເປັນຜັກທີ່ມີວິຕາມີນເອຫຼາຍເປັນພິເສດຄືໃນ 100 ກຼາມຈະມີວິຕາມີນເອເຖິງ 16,590 ໜ່ວຍສາກົນ ແລະ ຍັງເປັນຜັກໃນຈຳນວນໜ້ອຍທີ່ມີວິຕາມີນເຄ.
  • ຜັກປັງ ເປັນຜັກພື້ນບ້ານ ປູກງ່າຍຕາມຮົ້ວສວນ ນຳມາປະກອບອາຫານໄດ້ຫຼາຍຢ່າງ ທີ່ສຳຄັນຄືອຸດົມໄປດ້ວຍວິຕາມເອ ແລະ  ໂປຣຕີນ ອີກດ້ວຍ.
Contribute