ໝາກໝັ້ນ / Plum
APA 6th ed. ໝາກໝັ້ນ / Plum. (2020, January 2). Retrieved from https://www.phakhaolao.la/kb/0000778
MLA 8th ed. ໝາກໝັ້ນ / Plum. Pha Khao Lao, 2 January 2020, https://www.phakhaolao.la/kb/0000778.
Chicago 17th ed. Pha Khao Lao. 2020. "ໝາກໝັ້ນ / Plum." Published January 2, 2020. https://www.phakhaolao.la/kb/0000778.
Prunus communis Huds.
Prunus domestica subsp. domestica
Prunus domestica var. domestica
Prunus domestica subsp. oeconomica (Borkh.) C.K.Schneid.
Prunus oeconomica Borkh
Thai: ໄໜ, ພໍາ
Eng: Plum
ຕົ້ນໝາກໝັ້ນເປັນໄມ້ຢືນຕົ້ນຕະກຸນດຽວກັນກັບໝາກຄາຍ, ເປັນໄມ້ທີ່ປູກຢູ່ໃນເຂດໜາວ. ລັກສະນະຂອງໃບເປັນຮູບຫອກ, ປາຍໃບ ແລະ ກົກໃບແຫຼມ, ແຜ່ນໃບສີຂຽວ, ຂອບໃບເປັນຈັກຄ້າຍຄືແຂ້ວເລື່ອຍແບບຖີ່ໆ. ອອກດອກຈໍານວນຫຼາຍ, ດອກມີຂະໜາດນ້ອຍ ແລະ ມີສີຂາວ, ດອກເປັນດອກແບບສົມບູນເພດ, ດອກຈະອອກໃນຊ່ວງເດືອນມັງກອນຫາເດືອນກຸມພາ ຫຼັງຈາກໄດ້ຮັບຄວາມໜາວພຽງພໍ. ໝາກເປັນແບບດ່ຽວ, ຈຶ່ງຈັດເປັນພວກ Stone Fruit, ໝາກຈະມີຄວາມຫຼາກຫຼາຍທັງໃນເລື່ອງຂອງລົດຊາດ, ສີຂອງໝາກ ແລະ ເນື້ອຂອງໝາກ, ເມື່ອໝາກໃຫຍ່ເຕັມທີ່ຈະມີສີນວນສີຂາວປົກຄຸມຊຶງເອີ້ນວ່າສານເຄືອບ, ເນື້ອມີລົດຫວານ ຫຼື ຫວານອົມສົ້ມດ້ານໃນໝາກມີແກ່ນແຂງຢູ່ 1 ແກ່ນ.
ປະໂຫຍດ ແລະ ສັບພະຄຸນ:
- ຊ່ວຍໃນການປັບປຸງຮ່າງກາຍ ແລະ ຄວາມແກ່, ປ້ອງກັນພະຍາດເລື້ອລັງບໍ່ຕິດຕໍ່ ເພາະໝາກໝັ້ນເປັນໝາກໄມ້ທີ່ມີໄຂມັນຕໍ່າ ແລະ ສານອາຫານຫຼາຍຊະນິດສໍາຄັນສູງເຊັ່ນ: ວິຕາມິນ, ເກືອແຮ່, ຄາໂບໄຮເດດ ແລະ ອື່ນໆ.
- ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ.
- ຊ່ວຍປ້ອງກັນ ແລະ ຕໍ່ຕ້ານພະຍາດມະເຮັງ, ຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ.
- ຊ່ວຍສົ່ງເສີມສຸຂະພາບຂອງຫົວໃຈ, ຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ.
- ໝາກໝັ້ນອຸດົມໄປດ້ວຍທາດເຫຼັກທີ່ມີຄວາມສໍາຄັນໃນການສ້າງເມັດເລືອດ, ຊ່ວຍບໍາລຸງເລືອດ, ປ້ອງກັນພະຍາດເລືອດຈາງ.
- ຖ້າຮັບປະທານໝາກໝັ້ນປະຈໍາໃນປະລິມານຫຼາຍຈະຊ່ວຍຫຼຸດນໍ້າໜັກໄດ້.
ຄຸນຄ່າທາງໂພສະນາການຂອງໝາກໝັ້ນຕໍ່ 100 ກຼາມ.
- ພະລັງງານ 46 ກຼາມ
- ໂປຣຕີນ 0.7 ກຼາມ
- ຄາໂດໄຮເດສ 11.42 ກຼາມ
- ໄຂມັນ 0.28 ກຼາມ
- ເສັ້ນໃຍ 1.4 ກຼາມ
- ແຄວຊຽມ 6 ລິນລີກຼາມ 1%
- ຟອດຟໍຣັດ 16 ລິນລີກຼາມ 1%
- ທາດເຫຼັກ 0.17 ລິນລີກຼາມ 1%
- ວິຕາມິນເອ 17 ໄມໂຄຼກຼາມ 2%
- ວິຕາມິນບີໜື່ງ 0.028 ລິນລີກຼາມ 2%
- ວິຕາມິນຊີ 9.5 ລິນລີກຼາມ 11%
- ທາດສັງກະສີ 0.1 ລິນລີກຼາມ 1%
ຂໍ້ຄວນລະວັງ:
- ສໍາລັບຄົນທົ່ວໄປໝາກໝັ້ນເປັນຢາລະບາຍ, ການຮັບປະທານຄັ້ງລະຫຼາຍໆອາດຈະເຮັດໃຫ້ຖອກທ້ອງໄດ້, ຄວນຮັບປະທານໃນປະລິມານທີ່ເໝາະສົມ.
- ສໍາລັບຜູ້ຍິງທີ່ຖືພາບໍ່ຄວນຮັບປະທານໝາກໝັ້ນໃນປະລິມານທີ່ຫຼາຍຈົນເກີນໄປ.
- ຜູ້ທີ່ປ່ວຍເປັນພະຍາດໄຕ, ຜູ້ທີ່ຕ້ອງລ້າງໄຕຢູ່ເປັນປະຈໍາ, ລວມໄປເຖິງຜູ້ທີ່ມີອາການຖ່າຍແຫຼວ ຫຼື ມີອາການຂອງລໍາໄສບໍ່ປົກກະຕິບໍ່ຄວນຮັບປະທານ.