ຜັກຫວານບ້ານ / Sweet Leaf Gooseberry

Use
Food
Income
Medicine
Scientific Name / Family
Sauropus androgynus (L.) Merr. / Phyllanthaceae
Synonyms
Aalius androgyna (L.) Kuntze
Aalius lanceolata (Hook.f.) Kuntze
Aalius oblongifolia (Hook.f.) Kuntze
Aalius retroversa (Wight) Kuntze
Aalius sumatrana (Miq.) Kuntze
Agyneia ovata Poir.
Andrachne ovata Lam. ex Poir.
Clutia androgyna L.
Phyllanthus acidissimus Noronha
Phyllanthus androgynus (L.) J.A. González
Phyllanthus speciosus Noronha
Phyllanthus strictus Roxb.
Sauropus albicans Blume
Sauropus albicans var. gardnerianus (Wight) Müll.Arg.
Sauropus albicans var. intermedius Müll.Arg.
Sauropus albicans var. zeylanicus (Wight) Müll.Arg.
Sauropus convexus J.J.Sm.
Sauropus gardnerianus Wight
Sauropus indicus Wight
Sauropus lanceolatus Hook.f.
Sauropus macranthus Fern.-Vill.
Sauropus oblongifolius Hook.f.
Sauropus parviflorus Pax & K.Hoffm.
Sauropus retroversus Wight
Sauropus scandens C.B.Rob.
Sauropus sumatranus Miq.
Sauropus zeylanicus Wight
Other Names
ລາວ: ຕົ້ນຜັກຫວານບ້ານ.
ໄທ: ຕົ້ນຜັກຫວານບ້ານ
Botanical Description

ເປັນໄມ້ຟຸ່ມຂະໜາດກາງ, ສູງ 0.5–3 ແມັດ. ລຳຕົ້ນແຂງແຕກກີ່ງກ້ານໄປກັບພື້ນ ຫຼື ເກືອບປົກດິນ, ລຳຕົ້ນອ່ອນ, ກົມ ຫຼື ເປັນຫຼ່ຽມ, ເປືອກຕົ້ນເປັນສີນ້ຳຕານ. ສ່ວນກີ່ງອ່ອນເປັນສີຂຽວເຂັ້ມ, ຜີວລຽບ, ກີ່ງຮຽວງໍເລັກນ້ອຍຕາມຂໍ້. ໃບດ່ຽວຈັບລຽນສະຫຼັບ, ຮູບໄຂ່ແກມຮູບຂອບຂະໜານ, ປາຍໃບແຫຼມ, ໂຄນໃບມົນ. ສ່ວນຂອບໃບລຽບ, ໃບກວ້າງ 1.5–3 ຊັງຕີແມັດ ແລະ ຍາວ 2–7 ຊັງຕີແມັດ, ແຜ່ນໃບລຽບກ້ຽງທັງສອງດ້ານ, ຫຼັງໃບເປັນສີຂຽວເຂັ້ມ ສ່ວນພື້ນໃບເປັນສີຂຽວອ່ອນ, ເສັ້ນຂະແໜງໃບມີຂ້າງລະ 5–7 ເສັ້ນ. ກ້ານໃບມີຂະໜາດສັ້ນ ຍາວ 2–4 ມີນລີແມັດ, ມີຫູໃບເປັນຮູບສາມຫຼ່ຽມ, ປາຍແຫຼມ, ຍາວ 1.7–3 ມີນລີແມັດ. ດອກເປັນຊໍ່ຊື່ງຈະອອກເປັນຈຸກຕາມຊອກໃບລຽນໄປຕາມກ້ານໃບ, ດອກເປັນດອກດ່ຽວແບບແຍກເພດແຕ່ຢູ່ຕົ້ນດຽວມີໃບປົກຢູ່ດ້ານເທີງ, ດອກມີຂະໜາດນ້ອຍ, ໂດຍດ້ານເທີງຂອງກີ່ງກ້ານຈະເປັນດອກເພດແມ່ ສ່ວນດ້ານລຸ່ມເປັນດອກເພດຜູ້. ດອກເພດຜູ້ຈະມີກາບດອກ 6 ກີບ, ກີບດອກ 6 ກີບເປັນຮູບຈານກົມສີນ້ຳຕານແດງ, ມີເກສອນເພດຜູ້ 3 ອັນ, ກ້ານເກສອນເຊື່ອມຕິດກັນປາຍແຍກເປັນ 3 ແສກ. ສ່ວນດອກເພດແມ່ເຕົ້າໄຂ່ຈະອອກຢູ່ເທີງວົງກີບ, ດອກເປັນສີຂຽວອົມເຫຼືອງໂດຍມີກາບດອກ 6 ກີບ, ຮູບໄຂ່ ຊ້ອນລຽນກັນເປັນ 2 ຊັ້ນ ຊັ້ນລະ 3 ກີບ ແລະ ຈະເປັນສີແດງເຂັ້ມ ຫຼື ສີເຫຼືອງຈຸດປະກາຍສີແດງເຂັ້ມ. ໝາກເປັນຮູບຊົງກົມມີເສັ້ນຜ່າສູນກາງ 1.5–1.8 ຊັງຕີແມັດ ແລະ ຍາວ 1–1.3 ຊັງຕີແມັດ, ອວບໜາ, ລຽບ, ສີຂຽວ, ເມື່ອແກ່ຈະເປັນສີຂຽວ.

Description of Use

ໃບ ແລະ ຍອດອ່ອນນຳມາລວກ, ຕົ້ມ ຫຼື ໜື່ງ ກິນເປັນຜັກຈ້ຳແຈ່ວ, ລາບ, ປານື່ງ ຫຼື ຈະນຳມາປະກອບອາຫານ ຫຼື ໃຊ້ເພື່ອເພີ່ມຣົດຊາດໃຫ້ມີອາຫານຣົດຫວານຕາມທຳມະຊາດ ເຊັ່ນ: ແກງຈືດ, ແກງກັບໝູກັບປາ ຫຼື ນຳໄປແປຮູບເປັນນ້ຳປັ່ນຜັກຫວານ, ຊາຜັກຫວານ ຫຼື ເຄື່ອງດື່ມຕ້ານອະນຸມູນອິດສະຫຼະ. ຜັກຫວານບ້ານເປັນຜັກທີ່ມີວິຕາມີນເອຫຼາຍເປັນພິເສດຄືໃນ 100 ກຼາມຈະມີວິຕາມີນເອເຖີງ 16,590 ໜ່ວຍສາກົນ ແລະ ຍັງເປັນຜັກໃນຈຳນວນໜ້ອຍທີ່ມີວິຕາມີນເຄ (ມີປະໂຫຍດຊ່ວຍໃຫ້ເລືອດແຂງຕົວເມື່ອມີບາດແຜແລ້ວເລືອດອອກ, ເຮັດໃຫ້ຕັບທຳງານໄດ້ຢ່າງມີປະສິດທິພາບ ທຳງານຮ່ວມກັບວິຕາມີນດີໃນການຄວບຄຸມລະດັບແຄຊຽມໃນຮ່າງກາຍຊ່ວຍເສີມສ້າງເຊວກະດູກເນື້ອເຍື່ອໃນໄຕ). ນອກນັ້ນຮາກຜັກຫວານບ້ານຍັງໃຊ້ຕົ້ມກັບນ້ຳດື່ມ ແລະ ອາບ ຊ່ວຍແກ້ອາການຊາງ, ຊ່ວຍລະງັບພິດ, ແກ້ພິດຮ້ອນກະວົນກວາຍ, ໃບ ແລະ ຕົ້ນໃຊ້ເປັນຢາບຳລຸງສຸຂະພາບສຳລັບສະຕີຫຼັງຄອດ, ໃບຜັກຫວານເປັນສະໝຸນໄພຊ່ວຍເພີ່ມການຫຼັ່ງນ້ຳນົມຂອງແມ່ທີ່ບໍ່ມີນົມໃຫ້ບຸດ.

Contribute