ໝາກໝັ້ນ / Plum

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Prunus domestica L. / Rosaceae
ຊື່ພ້ອງ
Druparia prunus Clairv.
Prunus communis Huds.
Prunus domestica subsp. domestica
Prunus domestica var. domestica
Prunus domestica subsp. oeconomica (Borkh.) C.K.Schneid.
Prunus oeconomica Borkh
ຊື່ອື່ນ
Lao: ໝາກໝັ້ນ
Thai: ໄໜ, ພໍາ
Eng: Plum
ບັນຍາຍລັກສະນະພືດສາດ

ຕົ້ນໝາກໝັ້ນເປັນໄມ້ຢືນຕົ້ນຕະກຸນດຽວກັນກັບໝາກຄາຍ, ເປັນໄມ້ທີ່ປູກຢູ່ໃນເຂດໜາວ. ລັກສະນະຂອງໃບເປັນຮູບຫອກ, ປາຍໃບ ແລະ ກົກໃບແຫຼມ, ແຜ່ນໃບສີຂຽວ, ຂອບໃບເປັນຈັກຄ້າຍຄືແຂ້ວເລື່ອຍແບບຖີ່ໆ. ອອກດອກຈໍານວນຫຼາຍ, ດອກມີຂະໜາດນ້ອຍ ແລະ ມີສີຂາວ, ດອກເປັນດອກແບບສົມບູນເພດ, ດອກຈະອອກໃນຊ່ວງເດືອນມັງກອນຫາເດືອນກຸມພາ ຫຼັງຈາກໄດ້ຮັບຄວາມໜາວພຽງພໍ. ໝາກເປັນແບບດ່ຽວ, ຈຶ່ງຈັດເປັນພວກ Stone Fruit, ໝາກຈະມີຄວາມຫຼາກຫຼາຍທັງໃນເລື່ອງຂອງລົດຊາດ, ສີຂອງໝາກ ແລະ ເນື້ອຂອງໝາກ, ເມື່ອໝາກໃຫຍ່ເຕັມທີ່ຈະມີສີນວນສີຂາວປົກຄຸມຊຶງເອີ້ນວ່າສານເຄືອບ, ເນື້ອມີລົດຫວານ ຫຼື ຫວານອົມສົ້ມດ້ານໃນໝາກມີແກ່ນແຂງຢູ່ 1 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
    - ຊ່ວຍໃນການປັບປຸງຮ່າງກາຍ ແລະ ຄວາມແກ່, ປ້ອງກັນພະຍາດເລື້ອລັງບໍ່ຕິດຕໍ່ ເພາະໝາກໝັ້ນເປັນໝາກໄມ້ທີ່ມີໄຂມັນຕໍ່າ ແລະ ສານອາຫານຫຼາຍຊະນິດສໍາຄັນສູງເຊັ່ນ: ວິຕາມິນ, ເກືອແຮ່, ຄາໂບໄຮເດດ ແລະ ອື່ນໆ.
    - ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ.
    - ຊ່ວຍປ້ອງກັນ ແລະ ຕໍ່ຕ້ານພະຍາດມະເຮັງ, ຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ.
    - ຊ່ວຍສົ່ງເສີມສຸຂະພາບຂອງຫົວໃຈ, ຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ.
    - ໝາກໝັ້ນອຸດົມໄປດ້ວຍທາດເຫຼັກທີ່ມີຄວາມສໍາຄັນໃນການສ້າງເມັດເລືອດ, ຊ່ວຍບໍາລຸງເລືອດ, ປ້ອງກັນພະຍາດເລືອດຈາງ.
    - ຖ້າຮັບປະທານໝາກໝັ້ນປະຈໍາໃນປະລິມານຫຼາຍຈະຊ່ວຍຫຼຸດນໍ້າໜັກໄດ້.
ຄຸນຄ່າທາງໂພສະນາການຂອງໝາກໝັ້ນຕໍ່ 100 ກຼາມ.
    - ພະລັງງານ 46 ກຼາມ
    - ໂປຣຕີນ 0.7 ກຼາມ
    - ຄາໂດໄຮເດສ 11.42  ກຼາມ
    - ໄຂມັນ 0.28 ກຼາມ
    - ເສັ້ນໃຍ 1.4 ກຼາມ
    - ແຄວຊຽມ 6 ລິນລີກຼາມ 1%
    - ຟອດຟໍຣັດ 16 ລິນລີກຼາມ 1%
    - ທາດເຫຼັກ 0.17 ລິນລີກຼາມ 1%
    - ວິຕາມິນເອ 17 ໄມໂຄຼກຼາມ 2%
    - ວິຕາມິນບີໜື່ງ  0.028 ລິນລີກຼາມ 2%
    - ວິຕາມິນຊີ  9.5 ລິນລີກຼາມ 11%
    - ທາດສັງກະສີ 0.1 ລິນລີກຼາມ 1%
 ຂໍ້ຄວນລະວັງ: 
   - ສໍາລັບຄົນທົ່ວໄປໝາກໝັ້ນເປັນຢາລະບາຍ, ການຮັບປະທານຄັ້ງລະຫຼາຍໆອາດຈະເຮັດໃຫ້ຖອກທ້ອງໄດ້, ຄວນຮັບປະທານໃນປະລິມານທີ່ເໝາະສົມ.
   - ສໍາລັບຜູ້ຍິງທີ່ຖືພາບໍ່ຄວນຮັບປະທານໝາກໝັ້ນໃນປະລິມານທີ່ຫຼາຍຈົນເກີນໄປ.
   - ຜູ້ທີ່ປ່ວຍເປັນພະຍາດໄຕ, ຜູ້ທີ່ຕ້ອງລ້າງໄຕຢູ່ເປັນປະຈໍາ, ລວມໄປເຖິງຜູ້ທີ່ມີອາການຖ່າຍແຫຼວ ຫຼື ມີອາການຂອງລໍາໄສບໍ່ປົກກະຕິບໍ່ຄວນຮັບປະທານ.

ການປະກອບສ່ວນ