ຕົ້ນໝາກກະທັນ / Jujube

Use
Food
Income
Medicine
Scientific Name / Family
Ziziphus jujuba Mill. / Rhamnaceae
Synonyms
Ziziphus mauritiana Lam.
Ziziphus jujuba Mill.
Ziziphus jujuba var. inermis (Bunge) Rehder
Ziziphus jujuba var. jujuba
Ziziphus jujuba f. lageniformis (Nakai) Kitag.
Ziziphus jujuba var. spinosa (Bunge) Hu ex H.F.Chow
Ziziphus jujuba var. spontanea Edgew.
Other Names
ລາວ: ຕົ້ນໝາກກະທັນ
ໄທ: ມະຕັນ, ມະຕັນຫລວງ, ນາງຕົ້ມຕັນ, ບັກທັນ, ໝາກກະທັນ
Botanical Description

ຕົ້ນໝາກກະທັນເປັນໄມ້ຢືນຕົ້ນຂະໝາດກາງ, ມີຄວາມສູງປະມານ 5-10 ມ. ເປືອກລໍາຕົ້ນມີຮ່ອງນ້ອຍໆ, ຕາມຄວາມຍາວຂອງລໍາຕົ້ນ, ຍອດອ່ອນມີຂົນປົກຄຸມກະຈາຍ, ບໍລິເວນຂໍ້ກິ່ງມີໝາມ 2 ອັນ, ຈະເປັນຫູໃບ, ຕົ້ນແກ່ສີເທົາ-ນໍ້າຕານ. ໃບເປັນໃບດ່ຽວຈັບແບບສະຫຼັບ, ກ້ານໃບຍາວ 5-10 ມມ, ໂຄນກ້ານໃບມີຫູໃບ 2 ອັນ, ຮູບສາມຫຼ່ຽມ, ເມື່ອໃບໃຫຍ່ເຕັມທີ່ຫູໃບປ່ຽນເປັນໝາມ, ໝາມກົງໂຄ້ງ, ໝາມຍາວປະມານ 3-8 ມມ. ໃບຮູບໄຂ່ ຫຼື ຮູບຮີ, ໂຄນໃບມົນ, ປາຍໃບມົນ, ຫຼື ມີຕິ່ງແຫຼມເລັກ, ຂອບໃບລຽບ, ຜິວໃບມີຂົນ. ດອກເປັນຊໍ່ກະຈະ, ເກີດທີ່ຊອກໃບ, ຊໍ່ລະ 3-21 ດອກ, ກ້ານຊໍ່ດອກຍາວ 2-10 ມມ, ກ້ານດອກຍ່ອຍຍາວ 3-8 ມມ, ເສັ້ນຜ່ານສູນກາງດອກບານ 5-6 ມມ. ກາບດອກ 5 ກີບ, ສີຂຽວ, ກີບຕິດກັບປາຍແຍກເປັນ 5 ແສກ, ແຕ່ລະແສກ, ຮູບໄຂ່ປາຍແຫຼມ, ກ້ວາງ 1-1.5 ມມ, ຍາວ 1.5-2 ມມ. ໝາກກົມ ມີເສັ້ນຜ່າສູນກາງໝາກ 1-2 ຊມ. ແກ່ນຈໍານວນ 1 ແກ່ນ ຮູບກົມ ເສັ້ນຜ່າສູນກາງ 0.5-1 ຊມ. ເມື່ອສຸກສີເຫຼືອງ ຫຼື ສີນໍ້າຕານ.

Description of Use

ໝາກສາມາດກິນໄດ້ ມີຣົດຊາດຫວານ ແລະ ມີຄຸນຄ່າທາງອາຫານ, ມີວິຕາມິນເອ, ວິຕາມິນຊີ, ທາດແຄຊ່ຽມ, ຟົດສະຟໍລັດ, ວິຕາມິນບີ2, ວິຕາມິນບີ3, ວິຕາມິນບີ1, ວິຕາມິນບີ5, ວິຕາມິນບີ6, ວິຕາມິນບີ9, ໂປຼຕິນ, ທາດເຫຼັກ, ແນມນີຊ່ຽມ, ຄາຮ໌ໂບໄອເດດ, ເສັ້ນໄຍ, ໂພແທສຊ່ຽມ, ພະລັງງານ, ໄຂມັນ, ສັງກະສີ, ແມງການີສ. ຊ່ວຍບໍ່ລຸງຜິວພັນ, ຊ່ວຍໃຫ້ນອນຫລັບ, ຊ່ວຍບໍາລຸງຮ່າງກາຍ, ຈະເລີ່ນອາຫານ, ບໍາລຸງກ້າມເນື້ອ, ບໍ່ລຸງເລືອດ, ຮັກສາໂລຫິດຈາງ, ບໍາລຸງປະສາດ, ບໍາລຸງສະໝອງ, ຊ່ວຍປ້ອງກັນພະຍາດຄວາມດັນເລືອດສູງ, ບໍາລຸງຕັບ, ບໍາລຸງມ້າມ,ປ້ອງກັນພະຍາດຫົວໃຈ, ບໍາລຸງກະດູກ, ບໍາລຸງແຂ້ວ, ແກ້ຖອກທ້ອງ, ແກ້ໄຂ້.

Contribute