ຜັກປັງ / Ceylon spinach

Use
Food
Fibre
Income
Medicine
Scientific Name / Family
Basella alba L. / Basellaceae
Synonyms
Basella rubra var. virescens Moq.
Other Names
ລາວ: ຜັກປັງ.
ໄທ: ຜັກປລັງ, ຜັກປັ໋ງ, ຜັກປັ່ງ ( ພາກເໜືອ ), ຜັກປລັງໃຫຍ່, ຜັກປັງຂາວ, ຜັກປັງແດງ ( ພາກກາງ ), ຜັກປຣັງ ( ໄທ ).
ຈີນ: ລົ່ວຂຸຍ.
Botanical Description

ເປັນພືດລົ້ມລຸກ, ລຳຕົ້ນອວບນ້ຳ, ກ້ຽງ, ກົມ, ແຕກກີ່ງກ້ານສາຂາຫຼາຍ, ຍາວ 2–6 ແມັດ. ໃບດ່ຽວຈັບສະຫຼັບກັນໄປຕາມຂໍ້ຕົ້ນລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຫົວໃຈ, ປາຍໃບແຫຼມ, ໂຄນໃບເປັນຮູບຫົວໃຈ. ຂອບໃບລຽບ, ໃບມີຂະໜາດກວ້າງປະມານ 2–8 ຊັງຕີແມັດ ແລະ ຍາວປະມານ 2.5–12 ຊັງຕີແມັດ, ໃບອວບນ້ຳ ແລະ ເປັນມັນໜານຸ່ມຈີກຂາດໄດ້ງ່າຍ, ຫຼັງໃບ ແລະ ພື້ນໃບກ້ຽງ, ເມື່ອນຳມາບີບ ຫຼື ຍ່ອງຈະເຫັນເມືອກໜຽວ, ກ້ານໃບອວບນ້ຳ, ຍາວ 1–3 ຊັງຕີແມັດ, ເປັນສີຂຽວ ແລະ ສີແດງ. ດອກເປັນຊໍ່ຈະອອກຢູ່ຊອກໃບ, ຍາວ 3–21 ຊັງຕີແມັດ, ດອກມີຂະໜາດນ້ອຍ ແລະ ມີຈຳນວນຫຼາຍບໍ່ມີກ້ານຊູດອກ, ແຕ່ລະດອກຈະມີກີບ 5 ກີບ, ຍາວ 4 ມີນລີແມັດ, ໃບປະດັບຂະໜາດນ້ອຍ 2 ໃບຢູ່ໂຄນຂອງກີບລວມຍາວ 0.1–3 ມີນລີແມັດ, ໂຄນເຊື່ອມຕິດກັນເປັນທໍ່ຢູ່ປາຍແຍກເປັນ 5 ແສກເລັກນ້ອຍ, ດອກມີເກສອນຜູ້ຈຳນວນ 5 ກ້ານຕິດຢູ່ຖານຂອງກີບດອກ, ມີຖົງເສກອນເປັນຮູບກົມ ຍາວ 0.1–0.5 ມີນລີແມັດ, ເຕົ້າໄຂ່ຈະຢູ່ເທີງວົງກີບ ມີ 1 ຫ້ອງ, ຮູບຮີ, ຍາວ 0.1–0.5 ມີນລີແມັດ. ສ່ວນກ້ານເກສອນເພດແມ່ຈະຍາວປະມານ 0.1–0.5 ມີນລີແມັດ. ໝາກກົມມີຂະໜາດເສັ້ນຜ່າສູນກາງ 5–6 ມີນລີແມັດ, ຜີວໝາກລຽບ, ປາຍໝາກມີຮ່ອງ ແລະ ບໍ່ມີກ້ານໝາກ, ໝາກອ່ອນເປັນສີຂຽວ, ເມື່ອແກ່ແລ້ວຈະປ່ຽນເປັນສີດຳ, ເນື້ອໝາກນຸ່ມ, ພາຍໃນໝາກມີນ້ຳສີມ່ວງດຳ ແລະ ມີແກ່ນ 1 ແກ່ນ.

Description of Use

ໝົດຕົ້ນມີສານ Glucan, Glucolin, Saponin, ໂປຣຕີນ, ວິຕາມີນເອ, ວິຕາມີນບີ, ວິຕາມີນຊີ, ແຮ່ທາດ, ແຄລຊຽມ, ທາດເຫຼັກ. ໝົດຕົ້ນຊ່ວຍແກ້ອາການຖອກທ້ອງ, ຍອດອ່ອນ ຫຼື ໃບຍອດອ່ອນສົດຈະມີເສັ້ນໄຍຊ່ວຍຫຼໍ່ລື່ນລຳໄສ້ ແລະ ເປັນຢາລະບາຍອ່ອນໆທີ່ເໝາະສຳລັບເດັກ ແລະ ຜູ້ຍີງຖືພາ. ເມື່ອນຳມາຕົ້ມຮັບປະທານເປັນອາຫານຈະຊ່ວຍແກ້ອາການຖອກທ້ອງໄດ້, ໃບນຳມາຕຳໃຊ້ເປັນຢາແກ້ຂີ້ກາກ, ເຮື້ອນ, ຜື່ນຄັນ ແລະ ຝີ. ຍອດອ່ອນນຳມາແກງ ຫຼື ໃສ່ຕົ້ມໄກ່ຮັບປະທານເປັນຢາບຳລຸງເລືອດລົມສຳລັບຄົນໜ້າຈືດເລືອດລົມບໍ່ດີ. ນອກນີ້ຜັກປັງຍັງມີປະໂຫຍດຫຼາຍຢ່າງເຊັ່ນ:

- ສາມາດນໍາມາເປັນຢາແກ້ອາກາດປັດສະວະຂັດ ໂດຍນໍາໃຊ້ໃບສົດ 60 ກຼາມ ນໍາໄຕົ້ມກັບນໍ້າດືມແບບຊາ. 

- ນໍາໃບສົດ ຫຼື ຍອດອ່ອນມາຕົ້ມກິນເປັນອາຫານຊ່ວຍປິ່ນປົວໄສ້ຕິງອັກເສບ.

ໃຊ້ຕົ້ນສົດ 60-120 ກຼາມ ຕົ້ມກັບນໍ້າດື່ມຊ່ວຍແກ້ຝີ ຫຼື ບາດແຜ.

 

ຄຸນຄ່າດ້ານໂພຊະນາການຂອງຜັກປັງຕໍ່ 100 ກຼາມ

  • kcal 18
  • Water 92.9 (g)
  • Protein 1.9 (g)
  • Fat 0.1 (g)
  • Carb 1.1 (g)
  • Fiber 2.5 (g)
  • ASH 1.5 (mg)
  • Ca 140 (mg)
  • P 28 (mg)
  • Na 15 (mg)
  • K233 (mg)
  • Fe 3.1 (mg)
  • Retinol 0 (mcg)
  • Carotene 3351 (mcg) 
  • Vitamin A 279 (RAE mcg)
  • Vitamin B1 0.06 (mg)
  • Vitamin B2 0.12 (mg)
  • Vitamin B3 0.60 (mg)
  • Vitamin C 73 (mg)
  • MicronutSc 1.91
Contribute